ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈໍາ ຫວຽດນາມ

16:29 | 07/10/2023

ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈໍາຫວຽດນາມ

ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບປະທານາທິບໍດີ ບັງກະລາເທດ Mohammed Shahabuddin ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບປະທານາທິບໍດີ ບັງກະລາເທດ Mohammed Shahabuddin

ຕອນບ່າຍວັນທີ 5 ຕຸລາ, ທີ່ຫໍສະພາແຫ່ງຊາດ, ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດສິິ້ນສຸດອາຍຸການປະຕິບັດງານ.

ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈໍາ ຫວຽດນາມ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ລາວ ປະຈໍາ ຫວຽດ ນາມ. ພາບ: TTXVN

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕີລາຄາສູງການ ປະກອບສ່ວນທີ່ສໍາຄັນຂອງທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໃນ ການປັບປຸງ ແລະພັດທະນາການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີ ພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນ ສອງປະເທດ ຫວຽດນາມ-ລາວ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ສະພາແຫ່ງຊາດສອງປະເທດ ໄດ້ຮັກສາການ ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນເປັນປະຈໍາ; ສືບຕໍ່ສົມທົບກັນຢ່າງ ແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນທີ່ບັນດາເວທີປາໄສລະຫວ່າງລັດ ຖະສະພາຢູ່ພາກພື້ນ ແລະໃນໂລກ ຄື: ກອງປະຊຸມສະມັດຊາໃຫຍ່ລັດຖະສະພາ ສາກົນ (IPU), ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA), ເວທີປາໄສລັດຖະສະພາອາຊີ-ປາຊີຟິກ (APPF), ກອງປະຊຸມສະມັດ ຊາໃຫຍ່ລັດຖະສະພາອົງການຝຣັ່ງໂກໂຟນີ (APF)... ທ່ານປະທານສະພາແຫ່ງ ຊາດ ເວືອງດິ່ງເຫວະ ຂອບໃຈສະພາແຫ່ງຊາດ ລາວ ທີ່ໄດ້ຈັດສົ່ງຄະນະຜູ້ແທນ ສະມາຊິກລັດຖະສະພາໜຸ່ມ ເຂົ້າຮ່ວມກອງປະຊຸມສະມາຊິກລັດຖະສະພາໜຸ່ມ ທົ່ວໂລກ ຄັ້ງທີ 9 ໂດຍ ສະພາແຫ່ງຊາດຫວຽດນາມ ເປັນເຈົ້າພາບຈັດຕັ້ງ ໃນເດືອນກັນຍາ ທີ່ຜ່ານມາ; ຕີລາຄາສູງຂໍ້ລິເລີ່ມຂອງກອງເລຂາໄອປາ ແລະສະ ພາແຫ່ງຊາດ ລາວ (ປະທານໄອປາ 44) ຈັດຕັ້ງການພົບປະບັນດາສະມາຊິກລັດ ຖະສະພາໜຸ່ມ ໄອປາ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ.

ສ່ວນທ່ານ ແສງເພັດ ຮຸ່ງບຸນຍວງ ສະແດງຄວາມຂອບໃຈມາຍັງທ່ານປະທານສະ ພາແຫ່ງຊາດ ເວືອງດິ່ງເຫວະ ແລະສະພາແຫ່ງຊາດຫວຽດນາມ ທີ່ຍາມໃດກໍໜູນ ຊ່ວຍທ່ານ ແລະສະຖານທູດ ລາວ ປະຈໍາ ຫວຽດນາມ ເພື່ອປະຕິບັດສໍາເລັດໜ້າ ທີ່ໃຫ້ເປັນຢ່າງດີ; ພ້ອມທັງ ຍາມໃດກໍສະໜັບສະໜູນ, ສະຫງວນການແບ່ງປັນ, ຊ່ວຍເຫຼືອຢ່າງໝົດຈິດໝົດໃຈໃນທຸກດ້ານໃຫ້ແກ່ປະເທດ ແລະປະຊາຊົນ ລາວ; ສະແດງຄວາມປິຕິຊົມຊື່ນ ແລະປະທັບໃຈຕໍ່ບາດກ້າວພັດທະນາຢ່າງແຂງແຮງ ຂອງຫວຽດນາມ ໃນໄລຍະຜ່ານມາ; ຢັ້ງຢືນວ່າ ເຖິງວ່າຢູ່ໃນຕໍາແໜ່ງໃດກໍຕາມ ທ່ານ ກໍຈະມານະພະຍາຍາມຈົນສຸດຄວາມສາມາດ ເພື່ອປະກອບສ່ວນເພີ່ມພູນ ຄູນສ້າງໃຫ້ແກ່ການພົວພັນລະຫວ່າງສອງປະເທດ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.