ສືບຕໍ່ເພີ່ມພູນຄູນສ້າງສາຍ​ພົວ​ພັນ​ສອງປະເທດ ຮ່າໂນ້ຍ-ວຽງຈັນ ໃຫ້ນັບມື້ນັບພັດ​ທະ​ນາ

16:29 | 07/10/2023

ສືບຕໍ່ເພີ່ມພູນຄູນສ້າງສາຍ​ພົວ​ພັນ​ສອງປະເທດ ຫວຽດ​ນາມ-ລາວ ໃຫ້ນັບມື້ນັບພັດ​ທະ​ນາ

ຊຸກ​ຍູ້​ການ​ພົວ​ພັນ ຫວຽດ​ນາມ - ຟີ​ລິບ​ປິນ ພັດ​ທະ​ນາ​ຢ່າງ​ແທດ​ຈິງ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ - ການ​ຄ້າ ແລະ ການ​ລົງ​ທຶນ ຊຸກ​ຍູ້​ການ​ພົວ​ພັນ ຫວຽດ​ນາມ - ຟີ​ລິບ​ປິນ ພັດ​ທະ​ນາ​ຢ່າງ​ແທດ​ຈິງ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ - ການ​ຄ້າ ແລະ ການ​ລົງ​ທຶນ
ການ​ຢ້ຽມ​ຢາມ​ສິງ​ກະ​ໂປ ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ແດງເຖິງ​ການ​ພົວ​ພັນ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ-ສິງ​ກະ​ໂປ ການ​ຢ້ຽມ​ຢາມ​ສິງ​ກະ​ໂປ ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ແດງເຖິງ​ການ​ພົວ​ພັນ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ-ສິງ​ກະ​ໂປ

ຕອນບ່າຍວັນທີ 5 ຕຸລາ, ສະຫາຍ ຟ້າມກວາງຫງີ້, ອະດີດກຳມະການ ກົມການເມືອງ, ອະດີດເລຂາພັກນະຄອນຮ່າໂນ້ຍ ໄດ້ໃຫ້ການຕ້ອນຮັບສະຫາຍ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ ນໍາໜ້າ.

ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ, ສະຫາຍ ຟ້າມກວາງຫງີ້ ຢືນຢັນ​ວ່າ: ​ໃນ​ຊຸມ​ປີ​ຜ່ານ​ມາ​, ສາຍ​ພົວພັນ​ລະຫວ່າງ​ນະຄອນຫຼວງ​ຮ່າ​ໂນ້ຍ ​ແລະນະຄອນຫຼວງ​ວຽງ​ຈັນ ສືບ​ຕໍ່​ພັດທະນາ​ຢ່າງ​ຈົບງາມ ​ແລະການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ນະຄອນຫຼວງ​ວຽງ​ຈັນ​ໃນ​ຄັ້ງ​ນີ້ ສະແດງໃຫ້ເຫັນນໍ້າໃຈສາມັກຄີມິດຕະພາບພິເສດນັ້ນ. ພ້ອມ​ທັງເຊື່ອ​ໝັ້ນ ​ແລະປາດ​ຖະ​ໜາວ່າ ຜ່ານ​ການ​ຢ້ຽມຢາມ​ຄັ້ງ​ນີ້, ສາຍ​ພົວພັນ​​ມິດ​ຕະ​ພາບແບບ​ພິ​ເສດ, ​ ສະໜິດຕິດພັນ ລະຫວ່າງສອງປະເທດ ​ແລະສອງນະຄອນຫຼວງ ຈະ​ສືບ​ຕໍ່​ໄດ້​ຮັບ​ການເພີ່ມພູນຄູນສ້າງ ແລະນັບມື້ນັບພັດ​ທະ​ນາ.

ສືບຕໍ່ເພີ່ມພູນຄູນສ້າງສາຍ​ພົວ​ພັນ​ສອງປະເທດ ຮ່າໂນ້ຍ-ວຽງຈັນ ໃຫ້ນັບມື້ນັບພັດ​ທະ​ນາ

ບັນດາຜູ້ແທນຖ່າຍຮູບລວມ. ພາບ: hanoimoi.vn

​ສ່ວນສະຫາຍ ອາດສະພັງທອງ ສີພັນດອນ ​ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ຢ່າງອົບອຸ່ນ, ​ຈິງ​ໃຈ​ຂອງ​ບັນດາສະຫາຍ​ການ​ນຳອົງຄະນະພັກ, ອຳນາດ​ການ​ປົກຄອງ ​ນະຄອນຮ່າ​ໂນ້ຍ. ພ້ອມ​ທັງ ​ຖື​ວ່າ,ປະຈຸບັນສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​, ສອງ​ນະຄອນຫຼວງ​ ​ພວມສືບທອດ ​ແລະ​ເຂົ້າສູ່ລວງເລິກ​. ​ຫຼາຍ​ກິດຈະກໍາ​ຮ່ວມ​ມື​ລະຫວ່າງ​ສອງ​ນະຄອນຫຼວງ, ຄື: ​ໜູນ​ຊ່ວຍ​ດ້ານ​ພື້ນຖານ​ໂຄງ​ລ່າງ​ໃຫ້​ນະຄອນຫຼວງ​ວຽງ​ຈັນ, ມາ​ຮອດ​ປະຈຸ​ບັນໄດ້ເສີມຂະຫຍາຍ​ປະສິດທິ​ຜົນ, ​ສະແດງໃຫ້ເຫັນ ຄວາມຮັກແພງ, ​ສາຍພົວພັນຍາວນານ, ຄວາມສະໜິດຕິດພັນ, ​ການໜູນຊ່ວຍພ້ອມກັນ ພັດທະນາລະຫວ່າງ​ສອງ​ຝ່າຍ.

ສະຫາຍ ຟ້າມກວາງຫງີ້ ​ຂອບໃຈຂໍ້ສັງ​ເກດ, ການຕີລາຄາ, ຄວາມສະໜິດ​ສະ​ໜົມຂອງ​ສະຫາຍເຈົ້າຄອງນະຄອນຫຼວງວຽງຈັນ ອາດສະພັງທອງ ສີພັນດອນ. ພ້ອມ​ທັງເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ ແລະເຮັດວຽກ​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ນະຄອນຫຼວງ​ວຽງ​ຈັນ ຄັ້ງນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ສອງ​ນະຄອນຫຼວງ ​ຫວນ​ຄືນ​ການ​ຮ່ວມ​ມື​ໃນ​ໄລຍະ​ຜ່ານ​ມາ ​ແລະຖອດຖອນບົດຮຽນ​ອັນ​ລໍ້າ​ຄ່າ​ໃນຂົງເຂດຮ່ວມມື​​ໄລຍະ​ຈະ​ມາ​ເຖິງ, ຈາກນັ້ນ ຊຸກຍູ້​ສາຍ​ພົວພັນ​ຮ່ວມ​ມືໃຫ້ນັບມື້ນັບມີປະສິດທິຜົນ, ​ສະໜິດຕິດພັນຢ່າງເລິກເຊິ່ງ; ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງ​ຂອງ​ສອງ​ນະຄອນຫຼວງ.

ບູນມີ

ເຫດການ
302 Found

Found

The document has moved here.