ຊ່ວຍພະນັກງານ, ທະຫານ ແຂວງບໍລິຄໍາໄຊ ສປປ.ລາວ ຍົກລະດັບວຽກງານຊາຍແດນ

07:06 | 06/10/2023

ຊ່ວຍພະນັກງານ, ທະຫານ ແຂວງບໍລິຄໍາໄຊ ສປປ.ລາວ ຍົກລະດັບວຽກງານຊາຍແດນ

ຄະນະ​ຜູ້​ແທນ​ໜັງສືພິມ​ກອງທັບ​ປະຊາຊົນ​ລາວ ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ບັນດາ​ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ ກວາງ​ນິງ ຄະນະ​ຜູ້​ແທນ​ໜັງສືພິມ​ກອງທັບ​ປະຊາຊົນ​ລາວ ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ບັນດາ​ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ ກວາງ​ນິງ
ວາລະສານ ຍຸກສະໄໝ  ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ  ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ ວາລະສານ ຍຸກສະໄໝ ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ

ໃນໄລຍະຝຶກອົບຮົມ 1 ເດືອນ, ພະນັກງານ ​ກອງບັນຊາການ ທະຫານແຂວງບໍລິຄໍາໄຊ 20 ຄົນ ຈະໄດ້ຮັບຮູ້ບັນດາເນື້ອໃນກ່ຽວກັບປະຫວັດສາດ ການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດຫວຽດນາມ-ລາວ; ຝຶກຍິງປຶນສັ້ນ K54 ບົດທີ 1; ຮັບຮູ້ລວມກ່ຽວກັບຜືນແຜ່ນດິນ, ຊາຍແດນແຫ່ງ ຊາດ, ສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະດ່ານຊາຍແດນ ທາງບົກຫວຽດນາມ-ລາວ; ກົນອຸບາຍ, ເລ່ລ່ຽມການເຄື່ອນໄຫວຂອງບັນດາ ອິດທິກໍາລັງປໍລະປັກ, ປະຕິການ; ວຽກງານລາດຕະເວນ, ປົກປັກຮັກສາຊາຍແດນ ແລະນໍາໃຊ້ແຜນທີ່ກໍານົດເສັ້ນຊາຍແດນ; ວຽກງານຂົນຂວາຍປຸກລະດົມມະຫາ ຊົນ, ຄວບຄຸມ, ສືບສວນ, ປົກປັກຮັກສາຊາຍແດນ...

ຊ່ວຍພະນັກງານ, ທະຫານ ແຂວງບໍລິຄໍາໄຊ  ສປປ.ລາວ ຍົກລະດັບວຽກງານຊາຍແດນ
ບັນດາຜູ້ແທນທີ່ການເຮັດວຽກ. ພາບ: baohatinh.vn

ກ່າວຄໍາເຫັນທີ່ພິທີໄຂ, ພັນເອກພິເສດ ບຸ່ມຮົ່ງແທງ ຫົວໜ້າກອງບັນຊາການທະຫານຊາຍແດນ ແຂວງຮ່າຕິງ ໄດ້ຍົກອອກຄວາມໝາຍ, ຄວາມສໍາຄັນກ່ຽວກັບມູນເຊື້ອ, ນໍ້າໃຈ ຄວາມສາມັກຄີແບບພິເສດຫວຽດນາມ-ລາວ ທີ່ພັກ, ລັດ ແລະປະຊາຊົນສອງ ປະເທດໄດ້ເພີ່ມພູນຄູນສ້າງ.

ຊ່ວຍພະນັກງານ, ທະຫານ ແຂວງບໍລິຄໍາໄຊ  ສປປ.ລາວ ຍົກລະດັບວຽກງານຊາຍແດນ

ພັນເອກພິເສດ ບຸ່ມຮົ່ງແທງ ຫົວໜ້າກອງບັນຊາການທະຫານຊາຍແດນແຂວງຮ່າຕິງ ກ່າວຄໍາ ເຫັນທີ່ພິທີໄຂ. ພາບ: baohatinh.vn

ຫົວໜ້າກອງບັນຊາການທະຫານຊາຍແດນແຂວງຮ່າຕິງ ຢັ້ງຢືນວ່າ ໂດຍສືບຕໍ່ສ້າງສາຍພົວພັນ ທີ່ມີການສົມທົບລະຫວ່າງທະຫານຊາຍແດນແຂວງຮ່າຕິງ ກັບກອງບັນຊາການທະ ຫານຊາຍແດນແຂວງບໍລິຄໍາໄຊ ໃຫ້ນັບມື້ນັບພັດທະນາ, ປະກອບສ່ວນປະຕິບັດທຸກໜ້າ ທີ່, ຄຸ້ມຄອງປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຊາຍແດນຂອງສອງ ປະເທດ. ປາດຖາໜາຢາກໃຫ້ບັນດາພະນັກງານ ກອງບັນ ຊາການທະຫານແຂວງບໍລິຄໍາໄຊ ທີ່ມາເຂົ້າຮ່ວມຊຸດຝຶກອົບຮົບຄັ້ງນີ້ ເສີມຂະຫຍາຍ ຈິດໃຈຮັບຜິດຊອບ, ຕັ້ງໃຈຄົ້ນຄວ້າຮໍ່າຮຽນ, ກໍາແໜ້ນເນື້ອໃນທີ່ໄດ້ຝຶກອົບຮົມ ເພື່ອໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ຄຸ້ມຄອງຊາຍແດນຢ່າງມີໄຫວພິບ, ມີຫົວຄິດປະດິດສ້າງ ແລະ ບັນລຸປະສິດທິຜົນສູງສຸດ...

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.