-ພາຍຫຼັງທິມບານເຕະຍິງ ຫວຽດນາມ ຍາດໄດ້ໄຊຊະນະຕໍ່ທິມບານເຕະຍິງ ໄທດ້ວຍ 1 – 0 ໃນນັດແຂ່ງຂັນຊີງຊະນະເລີດ ທີ່ດຳເນີນໃນຕອນຄ່ຳວັນທີ 21 ພຶດສະພາ ເພື່ອຄ້ວາຫຼຽນຄຳ ປະເພດບານເຕະຍິງ ຢູ່ SEA Games 31, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສົ່ງຄຳຍ້ອງຍໍຊົມເຊີຍ, ສັນລະເສີນ.
ໂດຍຕອບສະໜອງຕາມຄຳເຊີນຂອງທ່ານສາດສະດາຈານ Klaus Schwab, ຜູ້ກໍ່ຕັ້ງ ແລະ ປະທານບໍລິຫານເວທີປາໄສເສດຖະກິດໂລກ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງທ໊າຍ ຈະເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 52 ຂອງເວທີປາໄສເສດຖະກິດໂລກແຕ່ວັນທີ 23 - 24 ພຶດສະພາ ຢູ່ Davos, ປະເທດ ສະວິດ.
ການນຳສອງທ່ານ ກໍ່ໄດ້ແລກປ່ຽນກ່ຽວກັບສະພາບການພາກພື້ນ, ສາກົນ ແລະ ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ ເນັ້ນໜັກວ່າ, ອາຊຽນ ຕ້ອງຢຶດໝັ້ນຕໍ່ຫຼັກໝັ້ນຫຼັກການກ່ຽວກັບທະເລຕາເວັນອອກ, ແກ້ໄຂຄວາມຂັດແຍ້ງໂດຍສັນຕິວິທີ.
ຫວຽດນາມ ປາດຖະໜາ ຢາກກາຍເປັນ “ສູນປະດິດຄິດສ້າງກ່ຽວກັບທັນຍາຫານ” ຂອງພາກພື້ນ ແລະ ຈະສືບຕໍ່ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມ ໃນການແກ້ໄຂບັນດາສິ່ງທ້າທາຍດ້ານການຄ້ຳປະກັນສະບຽງຫານທົ່ວໂລກ.
ໃນການເຮັດວຽກກັບທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດໃນວັນທີ 18 ພຶດສະພາ, ທ່ານ Selwin Hart ທີ່ປຶກສາພິເສດຂອງທ່ານເລຂາທິການໃຫຍ່ຮັບຜິດຊອບກ່ຽວກັບບັນຫາດິນຟ້າອາກາດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຫາກໍສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ ອາເມລິກາ ແລະ ສປຊ. ການເດີນທາງໄປປະຕິບັດງານ “ສາມເປົ້າໝາຍ” ຂອງຄະນະຜູ້ແທນຫວຽດນາມໃນຄັ້ງນີ້ ລວມມີການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ອາເມລິກາ ສະໄໝພິເສດ, ຢ້ຽມຢາມ, ເຮັດວຽກຢູ່ ອາເມລິກາ ແລະ ສປຊ, ເຊິ່ງມີຄວາມໝາຍຫຼາຍຢ່າງ ແລະ ບັນລຸໄດ້ໝາກຜົນສຳຄັນ ນັບທັງໃນການພົວພັນສອງຝ່າຍ ແລະ ຫຼາຍຝ່າຍ.
ຍສໝ - ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເດນມາກ ເລືອງແທງງິ ໄດ້ໃຫ້ການຕ້ອນຮັບທ່ານນາງປະທານສະມາຄົມມິດຕະພາບ ເດນມາກ - ຫວຽດນາມ (DAVIFO) Trine Glue Doan, ແລກປ່ຽນກ່ຽວກັບບັນດາການເຄື່ອນໄຫວຂອງ DAVIFO, ບາງໝາກຜົນທີ່ບັນລຸໄດ້ໃນໄລຍະຜ່ານມາ ແລະ ທິດທາງການເຄື່ອນໄຫວຂອງ DAVIFO ໃນໄລຍະຈະມາເຖິງ.
ຍສໝ - ຄະນະພະນັກງານທະຫານລາວ ຮູ້ສຶກຕື້ນຕັນໃຈ ເມື່ອເປັນຄັ້ງທຳອິດທີ່ໄດ້ໄປຍັງເຂດຮ່ອງຮອຍປະຫວັດສາດ ສາມແຍກດົ່ງລົກ ນີ້, ຜ່ານນັ້ນໄດ້ຊ່ວຍໃຫ້ພະນັກງານກອງທັບປະຊາຊົນລາວ ເຂົ້າໃຈຢ່າງເລິກເຊິ່ງກ່ວາອີກກ່ຽວກັບມູນເຊື້ອຕໍ່ສູ້, ຕ້ານສັດຕູ້ກູ້ຊາດຂອງປະຊາຊົນຫວຽດນາມ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 132 ປິແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2022), ຕອນເຊົ້າວັນທີ 19 ພຶດສະພາ, ຄະນະຜູ້ແທນການນຳພັກ, ລັດ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າສຸສານປະທານໂຮ່ຈີມິນ ແລະ ຖະຫວາຍທູບທຽນອາໄລຫາບັນດາວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ.
ຍສໝ - ວັນທີ 18 ພຶດສະພາ, ຢູ່ແຫຼມ ຕວນເຈົາ (ນະຄອນ ຮະລອງ),ກະຊວງກະສິກຳ - ພັດທະນາຊົນນະບົດ ຫວຽດນາມ, ກະຊວງກະສິກຳ - ຊົນນະບົດ ຈີນ, ຄະນະກຳມະການປະຊາຊົນແຂວງ ກ໋ວາງນິງ ໄດ້ຈັດຕັ້ງພິທີປ່ອຍແນວພັນສິນໃນນ້ຳຢູ່ເຂດແຄມຝັ່ງທະເລ ອ່າວພາກເໜືອ ປີ 2022.
ຕອນຄ່ຳວັນທີ 19 ພຶດສະພາ, ຢູ່ສະໜາມກິລາ ຫວຽດຈີ (ຝູເທາະ), ໄດ້ດຳເນີນນັດແຂ່ງຂັນຮອບຮອງຊະນະເລີດ ບານເຕະຊາຍ ລະຫວ່າງ U23 ຫຽດນາມ ແລະ U23 ມາເລເຊຍ.
ເນື່ອງໃນການຢ້ຽມຢາມມິດຕະພາບ ສປປ.ລາວ ຢ່າງເປັນທາງການຂອງ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ວັນທີ 17 ພຶດສະພາ, ໜັງສືພິມ, ວິທະຍຸກະຈ່າຍສຽງ - ໂທລະພາບ ແລະ ໜັງສືພິມເອເລກໂຕນິກ ຂອງ ລາວ ສືບຕໍ່ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການເຄື່ອນໄຫວຂອງຄະນະຜູ້ແທນ ຫວຽດນາມ.
ທ່ານນາງ Catherine Russell ຢັ້ງຢືນວ່າ UNICEF ຈະສືບຕໍ່ຜັນຂະຫຍາຍໂຄງການແຫ່ງຊາດ ຫວຽດນາມ - UNICEF ໄລຍະ 2022 – 2026 ຢ່າງຕັ້ງໜ້າ ເພື່ອຕອບສະໜອງບັນດາບຸລິມະສິດຂອງ ຫວຽດນາມ.
ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງບັນດາວິສາຫະກິດຫວຽດນາມ ຢູ່ຕ່າງປະເທດ ທີ່ນັບມື້ນັບເພີ່ມທະວີການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຫວຽດນາມ ແລະ ເພີ່ມທະວີການລົງທຶນເຂົ້າຕະຫລາດຫວຽດນາມ.
ຍສໝ - ທ່ານພົນໂທ ຮວ່າງຊວນຈ້ຽນ ເນັ້ນໜັກວ່າ: ບັນຫາຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກແມ່ນບັນຫາສຳຄັນທີ່ສຸດສຳລັບບັນດາປະເທດໃນພາກພື້ນ ແລະ ປະຊາຄົມ ອາຊຽນ.
ຕອນເຊົ້າວັນທີ 17 ພຶດສະພາ (ຕາມເວລາ ທ້ອງຖິ່ນ), ຢູ່ນະຄອນ San Francisco, ອາເມລິກາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາກ່ຽວກັບການປ່ຽນແປງໃໝ່, ປະດິດຄິດສ້າງ ແລະ start up ໂດຍສະຖາບັນຄົ້ນຄວ້ານະໂຍບາຍ Asia Society ຈັດຂຶ້ນ.
ໃນການແຂ່ງຂັນນັດທີ 4, ສາຍ A, ປະເພດກິລາບານເຕະຊາຍ, ຢູ່ຊີເກມ 31, ຫົວໜ້າຄູຝຶກທິມບານເຕະ U23 ຫວຽດນາມ Park Hang – seo ກຽມພ້ອມແຂ່ງຂັນກັບ ໄທ ຫຼື ມາເລເຊຍ ຢູ່ຮອບຮອງຊະນະເລີດ ຊີເກມ 31.
ທ່ານລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າ ເຫົາອາເລັງ ໃຫ້ຮູ້ທັດສະນະຂອງພັກ ແລະ ລັດ ຫວຽດນາມ ແມ່ນບັນຫາຊົນເຜົ່າ, ນະໂຍບາຍຊົນເຜົ່າຍາມໃດກໍ່ໄດ້ຮັບຖືເປັນສຳຄັນ ແລະ ມີບົດບາດພິເສດ, ຕາມຫຼັກການສະເໝີພາບ, ສາມັກຄີ, ມຸ່ງໄປເຖິງຈຸດໝາຍສ້າງຄວາມສາມັກຄີທົ່ວປວງຊົນທັງຊາດ.
ຄະນະນັກກິລາ ຫວຽດນາມ ສືບຕໍ່ແຂ່ງຂັນທີ່ປະສົບຜົນສຳເລັດໃນວັນທີ 17 ພຶດສະພາ ເມື່ອຍາດໄດ້ຕື່ມອີກ 16 ຫຼຽນຄຳ. ບັນດາຫຼຽນຄຳເຫຼົ່ານັ້ນ, ແມ່ນໄດ້ມາຈາກກິລາປະເພດ ຍິງປືນ, ພາຍເຮືອກາໂນ, ໝາກຮຸກ, ມວຍປ້ຳ, ແລ່ນ ແລະ ລານ, ເທັກຄອນໂດ, ລອຍນ້ຳ ແລະ ອີສະປອດ.
ຕອນຄ່ຳວັນທີ 17 ພຶດສະພາ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ກັບມາເຖິງສະໜາມບິນ ໂນ້ຍບາຍ (ຮ່າໂນ້ຍ), ສິ້ນສຸດການຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ແຕ່ວັນທີ 15-17 ພຶດສະພາ.