ຖະ​ໜົນ​ວາງ​ຂາຍ​ຜະ​ລິດ​ຕະ​ພັນ​ກະ​ເສດ​ທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ​ໃນ Festival ໝາກ​ໄມ້, ຜະ​ລິດ​ຕະ​ພັນ OCOP ຫວຽດ​ນາມ ປີ 2022

11:28 | 31/05/2022

ນັບແຕ່ກ່ອນມື້ຈັດພິທີໄຂຢ່າງເປັນທາງການ “ຖະໜົນວາງຂາຍຜະລິດຕະພັນກະເສດ” ຢູ່ທີ່ນີ້ ໄດ້ປະດັບປະດາຢ່າງງາມຕາ ດ້ວຍໝາກໄມ້, ຜະລິດຕະພັນກະເສດທີ່ເປັນເອກະລັກສະເພາະຊະນິດຕ່າງໆຂອງແຕ່ລະເຂດພາກທີ່ຫຼາກຫຼາຍສີສັນ.

ທ່ານ​​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວຽດ​ນາມ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ປະ​ຈຳ​ປີ ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ ທ່ານ​​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວຽດ​ນາມ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ປະ​ຈຳ​ປີ ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ
ການ​ເດີນ​ທາງ​​ປະ​ຕິ​ບັດ​ງານ “ສາມ​ເປົ້າ​ໝາຍ” ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ບັນ​ລຸ​ໄດ້​ໝາກ​ຜົນ​ສຳ​ຄັນຫຼາຍ​ຢ່າງ ນັບ​ທັງ​ກາ​ນ​ພົວ​ພັນ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ ການ​ເດີນ​ທາງ​​ປະ​ຕິ​ບັດ​ງານ “ສາມ​ເປົ້າ​ໝາຍ” ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ບັນ​ລຸ​ໄດ້​ໝາກ​ຜົນ​ສຳ​ຄັນຫຼາຍ​ຢ່າງ ນັບ​ທັງ​ກາ​ນ​ພົວ​ພັນ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ
ພາບປະກອບ:  baophapluat.vn
ພາບປະກອບ: baophapluat.vn

Festival ໝາກໄມ້ ແລະ ຜະລິດຕະພັນ OCOP ຫວຽດນາມ ປີ 2022 ຖືກດຳເນີນແຕ່ວັນທີ 28 ພຶດສະພາ ຫາວັນທີ 1 ມິຖຸນາ ຢູ່ສະໜາມຫຼວງ ເຕີຍບັກ, ນະຄອນ ເຊີນລາ, ແຂວງ ເຊີນລາ. ນັບແຕ່ກ່ອນມື້ຈັດພິທີໄຂຢ່າງເປັນທາງການ “ຖະໜົນວາງຂາຍຜະລິດຕະພັນກະເສດ” ຢູ່ທີ່ນີ້ ໄດ້ປະດັບປະດາຢ່າງງາມຕາ ດ້ວຍໝາກໄມ້, ຜະລິດຕະພັນກະເສດທີ່ເປັນເອກະລັກສະເພາະຊະນິດຕ່າງໆຂອງແຕ່ລະເຂດພາກທີ່ຫຼາກຫຼາຍສີສັນ. ມີຫຼາຍກວ່າ 50 ແຂວງ, ນະຄອນໃນທົ່ວປະເທດເຂົ້າຮ່ວມເຫດການດັ່ງກ່າວ ດ້ວຍຮ້ານວາງສະແດງເກືອບ 500 ຮ້ານ ທີ່ມີຜະລິດຕະພັນກວ່າ 1.300 ຢ່າງ ທີ່ເປັນເອກະລັກສະເພາະຂອງແຕ່ລະເຂດພາກ. ເອື້ອຍເຟືອງ, ປະຊາຊົນນະຄອນ ເຊີນລາ, ແບ່ງປັນວ່າ:

“ນີ້ເປັນຄັ້ງທຳອິດທີ່ແຂວງ ເຊີນລາ ໄດ້ຈັດງານ Festival ດ້ວຍຂອບຂະໜາດໃຫຍ່ທີ່ມີຜະລິດຕະພັນກະເສດຫຼາຍຊະນິດນີ້. ມີຫຼາຍຮ້ານວາງສະແດງຂອງບັນດາແຂວງ, ນະຄອນໄດ້ວາງຂາຍຜະລິດຕະພັນທີ່ເປັນເອກະລັກຂອງຕົນ ເຊິ່ງປະຊາຊົນພວກຂ້າພະເຈົ້າສ່ວນໜ້ອຍທີ່ຈະເຄີຍໄດ້ຊິມ. ນີ້ແມ່ນລາຍການທີ່ມີຄວາມໝາຍທີ່ສຸດ. ຂ້າພະເຈົ້າກໍຫວັງວ່າ ໃນໄລຍະຈະມາເຖິງ ເຊີນລາ ຈະຈັດຫຼາຍເຫດການແບບນີ້ຂຶ້ນ ເພື່ອໃຫ້ປະຊາຊົນ ເຊີນລາ ແລະ ແຂກທ່ອງທ່ຽວ ໄດ້ຄົ້ນຫາ, ມີຄວາມເຂົ້າໃຈກວ່າກ່ຽວກັບປະເພດຜະລິດຕະພັນກະເສດຂອງແຕ່ລະເຂດພາກໃນທົ່ວປະເທດ”.

ສະເພາະແຂວງ ເຊີນລາ, ເຊິ່ງເປັນແຂວງເຈົ້າພາບຈັດ Festival, ໄດ້ເລືອກເອົາຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳກວ່າ 220 ຢ່າງ ມາວາງຂາຍໃນ Festival ນີ້, ໃນນັ້ນມີຜະລິດຕະພັນ OCOP ກວ່າ 70 ຢ່າງ, ລວມມີ ຜະລິດຕະພັນກະເສດສົດ ແລະ ຜະລິດຕະພັນກະເສດທີ່ໄດ້ຜ່ານການປຸງແຕ່ງແລ້ວ.

vovworld.vn

ເຫດການ
302 Found

Found

The document has moved here.