ສ​ປ​ຊ ມອບຫຼຽນ​ກາ ​ສ​ປ​ຊ ໃຫ້​ນາຍ​ທະ​ຫານກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ

12:22 | 30/05/2022

ວັນທີ 26 ພຶດສະພາ, ທ່ານຮອງເລຂາທິການໃຫຍ່ ສປຊ Atul Khare ໄດ້ມອບຫຼຽນກາ ສປຊ ໃຫ້ແກ່ນາຍທະຫານກອງທັບ ແລະ ຕຳຫຼວດ ຈຳນວນ 82 ຄົນ ຂອງ 28 ປະເທດ ເພື່ອແນໃສ່ຮັບຮູ້ການປະກອບສ່ວນຢ່າງຕັ້ງໜ້າຂອງບັນດາສ່ວນບຸກຄົນໃນວຽກງານຮັກສາສັນຕິພາບຢູ່ຄະນະເລຂາທິການ ສປຊ.

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ນຳ​ການ​ພົວ​ພັນກັບ ສ​ປຊ ແລະ ESCAP ເຂົ້າ​ສູ່​ລວງ​ເລິກ ແລະ ແທດຈິງ​ກ່​ວາເກົ່າ ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ນຳ​ການ​ພົວ​ພັນກັບ ສ​ປຊ ແລະ ESCAP ເຂົ້າ​ສູ່​ລວງ​ເລິກ ແລະ ແທດຈິງ​ກ່​ວາເກົ່າ
ກອງ​​ກຳ​ລັງ​ທີ 2 ຂອງ ໂຮງ​ໝໍ​ກາງ​ສະ​ໜາມຂັ້ນ 2 ເລກ 4 ເດີນ​ທາງ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຢູ່ ຊູ​ດັງ​ໃຕ້ ກອງ​​ກຳ​ລັງ​ທີ 2 ຂອງ ໂຮງ​ໝໍ​ກາງ​ສະ​ໜາມຂັ້ນ 2 ເລກ 4 ເດີນ​ທາງ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຢູ່ ຊູ​ດັງ​ໃຕ້
ສ​ປ​ຊ ມອບຫຼຽນ​ກາ ​ສ​ປ​ຊ ໃຫ້​ນາຍ​ທະ​ຫານກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ
ທ່ານຮອງເລຂາທິການໃຫຍ່ ສປຊ Atul Khare ໄດ້ມອບຫຼຽນກາ ສປຊ ໃຫ້ແກ່ນາຍທະຫານກອງທັບ ແລະ ຕຳຫຼວດ

ວັນທີ 26 ພຶດສະພາ, ຢູ່ສຳນັກງານ ສປຊ ທີ່ນະຄອນ ນິວຢອກ, ອາເມລິກາ, ໂດຍຕາງໜ້າໃຫ້ທ່ານເລຂາທິການໃຫຍ່ ສປຊ, ທ່ານຮອງເລຂາທິການໃຫຍ່ ສປຊ Atul Khare ໄດ້ມອບຫຼຽນກາ ສປຊ ໃຫ້ແກ່ນາຍທະຫານກອງທັບ ແລະ ຕຳຫຼວດ ຈຳນວນ 82 ຄົນ ຂອງ 28 ປະເທດ ເພື່ອແນໃສ່ຮັບຮູ້ການປະກອບສ່ວນຢ່າງຕັ້ງໜ້າຂອງບັນດາສ່ວນບຸກຄົນໃນວຽກງານຮັກສາສັນຕິພາບຢູ່ຄະນະເລຂາທິການ ສປຊ. ໃນຈໍານວນຜູ້ທີ່ໄດ້ຮັບຫຼຽນກາດັ່ງກ່າວ ມີນາຍທະຫານ ຫວຽດນາມ 3 ຄົນ ເປັນກຽດໄດ້ຮັບຫຼຽນກາຈາກ ການນຳ ສປຊ ຍ້ອນມີຄວາມມານະພະຍາຍາມ ແລະ ມີຜົນງານພິເສດໃນການປະຕິບັດ ວຽກງານ ຢູ່ສຳນັກງານ ສປຊ.

ວັນທີ 29 ພຶດສະພາຂອງແຕ່ລະປີ ເຊິ່ງເປັນວັນສາກົນຂອງ ກຳລັງຮັກສາສັນຕິພາບ ສປຊ ເພື່ອຈາລຶກບຸນຄຸນຕໍ່ຜູ້ທີ່ໄດ້ ແລະ ກຳລັງຮັບໃຊ້ໃນການເຄື່ອນໄຫວຮັກສາສັນຕິພາບ ຂອງ ສປຊ. ນັບແຕ່ປີ 2020 ມານີ້, ຫວຽດນາມ ມີນາຍທະຫານກອງທັບ 3 ຄົນ ໃນຈຳນວນ 103 ຄົນຂອງບັນດາປະເທດ ທີ່ກຳລັງເຮັດວຽກຢູ່ຄະນະເລຂາທິການ ສປຊ.

vovworld.vn

ເຫດການ
302 Found

Found

The document has moved here.