ນັກສຶກສາລາວ ລົງພຶດຕິກຳຕົວຈິງຢູ່ແຂວງລາວກາຍ: ຄວາມປະທັບໃຈຍາກທີ່ຈະລືມໄດ້

15:58 | 01/06/2022

ຍ​ສ​ໝ - ໂດຍ​ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ແລກ​ປ່ຽນ​ສິ​ລະ​ປະ​ກັບ​ບັນ​ດາ​ນັກ​ສຶກ​ສາ ​ມະ​ຫາ​ວິ​ທະ​ຍາ​ໄລ​ໄທ​ງວຽນ​ ສາ​ຂາ​ລາວ​ກາຍ, ໄດ້​ຂີ່ກະ​ເຊົ້າ​ລອຍ​ຟ້າ ໄປ​ຍັງ​ພູ Fansipan... ທຸກ​ສິ່ງ​ເຮັດ​ໃຫ້​ນັກ​ສຶກ​ສາ​ລາວ ​ໂຮງ​ຮຽນ​ມິດ​ຕະ​ພາບ T80 ຮູ້​ສຶກ​ຕື່ນເຕັ້ນທີ່ສຸດ.

ນັກສຶກສາລາວ ທີ່ໂຮງຮຽນມິດຕະພາບ 80 ຈັດບຸນປີໃໝ່ ນັກສຶກສາລາວ ທີ່ໂຮງຮຽນມິດຕະພາບ 80 ຈັດບຸນປີໃໝ່
ບັນດາກິດຈະກໍາເຄື່ອນໄຫວເບິ່ງແຍງດູແລໃຫ້ຜູ້ອອກແຮງງານ, ນັກສຶກສາລາວ ແລະກໍາປູເຈຍ ຕ້ອນຮັບບຸນປີໃໝ່ ບັນດາກິດຈະກໍາເຄື່ອນໄຫວເບິ່ງແຍງດູແລໃຫ້ຜູ້ອອກແຮງງານ, ນັກສຶກສາລາວ ແລະກໍາປູເຈຍ ຕ້ອນຮັບບຸນປີໃໝ່
ນັກສຶກສາລາວ ລົງພຶດຕິກຳຕົວຈິງຢູ່ແຂວງລາວກາຍ: ຄວາມປະທັບໃຈຍາກທີ່ຈະລືມໄດ້

ນັກ​ສຶກ​ສາ​ລາວ​ຖ່າຍ​ຮູບ​ຢູ່​ຈອມ​ພູ Fansipan (ພ​າບ: vufo.org.vn)

ສະ​ຖານ​ທູດລາວ ແລະ ຄະ​ນະ​ນັກສຶກສາລາວ ​ໂຮງ​ຮຽນມິດ​ຕະ​ພາບ T80 ຫາ​ກໍ່​ມີ​ການ​ຢ້ຽມ​ຢາມ ແລະ ພົບປະ​ແລກ​ປ່ຽນ​ຢູ່​ແຂວງ​ລາວ​ກາຍ. ການ​ເຄື່ອນ​ໄຫວ​ນີ້​ໄດ້​ຮັບ​ການ​ປະ​ຕິ​ບັດ​ຕາມການສະ​ເໜີ​ຂອງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ ລະ​ຫວ່າງ​ປະ​ຊາ​ຊົນ ຫວຽດ​ນາມ - ລາວ​ເວົ້າ​ລວມ ແລະ ລຸ້ນ​ໜຸ່ມ​ສອງ​ປະ​ເທດ​ເວົ້າ​ສະ​ເພາະ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 60 ປີ​ແຫ່ງວັນ​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ, 45 ປີ​ແຫ່ງ​ການ​ລົງ​ນາມ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ລາວ.

ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ບັນ​ດາ​ນັກ​ສຶກ​ສາ​ລາວ ໄດ້​ໄປ​ຢ້ຽມ​ຢາມ​ດ່ານ​ຊາຍ​ແດນ​ສາ​ກົນ​ທາງ​ບົກ​ເລກ​ II ກິມ​ແທງ ແລະ ດ່ານ​ຊາຍ​ແດນ​ສາ​ກົ​ນ​ລາວ​ກາຍ, ໄດ້​ພົບ​ປະ ແລະ ຮັບ​ຟັງ​ການ​ນຳ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ລາວ​ກາຍ​ອະ​ທິ​ບາຍ​ບັ​ນ​ດາ​ບັນ​ຫາ​ເຊິ່ງ​ພວກ​ນ້ອງໆ​ມີ​ຄວາມ​ສົ​ນ​ໃຈ​ຄື​ ບັນ​ດາ​ໂຮງ​ຮຽນ​ທີ່​ຮັບ​ສະ​ໝັກ​ນັກ​ສຶກ​ສາ​ລາວສະເພາະ​ໃນ​ບໍ​ລິ​ເວນ​ແຂວງ, ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ ລາວກ​າຍ ແລະ ແຂວງ​ທາງ​ທິດ​ເໜືອ​ລາວ, ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ການ​ທ່ອງ​ທ່ຽວຫຼັງ​ໂຄວິດ - 19 ຂອງ​ລາວ​ກາຍ...

ໃນ​ຕອນ​ຄ່ຳ​ວັນ​ທີ 26 ພຶດ​ສະ​ພາ, ນັກສຶກ​ສາ​ ​ໂຮງ​ຮຽນ T80 ໄດ້​ເຂົ້າ​ຮ່ວມ​ລາຍ​ການ​ພົວ​ພັນ​ແລກ​ປ່ຽນ​ສິ​ລະ​ປະ​ຢູ່ ​ມະ​ຫາ​ວິ​ທະ​ຍາ​ໄລ ໄທ​ງວຽນ ສາ​ຂາແຂວງ ລາວ​ກາຍ. ໃນ​ລາຍ​ການ​ພົບປະ​ແລກ​ປ່ຽນ, ມີລາຍ​ການ​ສະ​ແດງ​ສິ​ລະ​ປະພົ້ນ​ເດັ່ນ 16 ລາຍ​ການ​ຂອງ​ບັນ​ດາ​ນັກ​ສຶກ​ສາ​ສອງ​ປະ​ເທດ ຫວຽດ​ນາມ - ລາວ​ເຊິ່ງ​ສະ​ແດງ​ຢູ່​ບົນ​ເວ​ທີ, ບັນ​ດາ​ລາຍ​ການ​ລ້ວນ​ແຕ່​ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຊົນ​ຊາດ​ຂອງ​ແຕ່​ລະ​ປະ​ເທດ.

ພິ​ເສດ, ຄະ​ນະ​ນັກສຶກ​ສາ​​ລາວ ໄດ້​ໄປຢ້ຽມ​ຢາມ​ຊາ​ປາ, ຮັບ​ປະ​ທານ​ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ມີ​ຊື່​ສຽງ​ຢູ່​ແຫ່ງ​ນີ້ ແລະ ພິ​ຊິດ ຈອມ​ພູ Fansipan ດ້ວຍ​ກະເຊົ້າລອຍ​ຟ້າ.

ໃນ​ຄະ​ນະຂອງ​ນັກ​ສຶກ​ສາ​ລາວ ທີ່ເຂົ້າ​ຮ່ວມ​ການ​ຢ້ຽມ​ຢາມ​ ແລະ ພົບປະ​ແລກ​ປ່ຽນ​ຄັ້ງ​ນີ້, ມີ​ນ້ອງໆຫຼາຍ​ຄົນ​ຫາ​ກໍ່​ມາ​ຫວຽນາມ ໄດ້​ພຽງ​ແຕ່ 4 – 5 ເດືອນ ແລະ ຫາ​ກໍ່​ຮຽນ​ພາ​ສາ​ໄດ້​ໃນເວລາພຽງເທົ່າ​ນັ້ນ. ແຕ່​ວ່າ ພວກ​ນ້ອງ​ສາ​ມາດ​ເວົ້າກ່ຽວ​ກັບ​ການ​ໄປ​ທ່ຽວ​ຄັ້ງ​ນີ້​ຢ່າງ​ຈະ​ແຈ້ງ, ຫຼ່ຽນ​ໄຫຼ, ມີ​ຊີ​ວິດ​ຊີ​ວາ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ສຶກທີ່ດີ.

ກີ​ໂນ, ນັກ​ສຶກ​ສາ​​ ຫ້ອງ​ A5, ໂຮງ​ຮຽນ T80 ເຫັນ​ວ່​າ​ ຕົນ​ເອງ​ຮູ້​ສຶກ​ໂຊກ​ດີ​ເມືອ​ໄດ້​ເຂົ້າ​ຮ່ວມ​ການພົບປະ​ແລກ​ປ່ຽນ ແລະ ຢ້ຽມ​ຢາມ ຊາ​ປາ - ເຊິ່ງ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ ຫວຽດ​ນາມ. ກີ​ໂນ​ແບ່ງ​ປັນ​ວ່າ:

“ນ້ອງ​ໄດ້​ຮູ້​ຕື່ມ​ອີ​ກ​ກ່ຽວ​ກັບ​ຮີບ​ຄອງປະ​ເພ​ນີ, ປູ​ສະ​ນີ​ຍະ​ສະ​ຖານ​ທີ່​ມີ​ຊື່​ສຽງ​ຂອງ ລາວ​ກາຍ. ນ້ອງ​ຮູ້​ສຶກຕື່ນເຕັ້ນ​ເມື່ອ​ໄດ້​ພົບປະ​ແລກ​ປ່ຽນ​ກັບ​ຊາວ​ລາວ​ກາຍ, ທຸກ​ຄົນ​ໄດ້​ຕ້ອ​ນ​ຮັບ​ພວກ​ນ້ອງ​ຢ່າງ​ສຸດ​ໃຈ ແລະ ເຮັດ​ໃຫ້​ພວກ​ນ້ອງ​ຍິ່ງ​ຢາກ​ໄປ​ທ່ອງ​ທ່ຽວຫຼາຍບ່ອນ​ເພື່ອ​ສາ​ມາດ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ຫວຽດ​ນາມ”.

ສ່ວນ​ນ້ອງ ຈັນ​ດາ​ລາ ພົມ​ມະ​ຈັນ ນັກ​ສຶກ​ສາ​ລາວ ຮຽນ​ຢູ່​ຫ້ອງ A4 ໃຫ້​ຮູ້​ວ່າ: ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ນ້ອງ​ໄດ້​ຮຽນ​ຮູ້ຫຼາຍ​ສິ່ງຫຼາຍ​ຢ່າງ, ພ້ອມ​ທັງ​​ສ້າງ​ຄວາມ​ຊົ​ງ​ຈຳ​ທີ່​ດີ​ໃຫ້​ແກ່​ນ້ອງ, ບັນ​ດາ​ເລື່ອງ​ລາວ​ທີ່​ໜ້າ​ຈັບ​ໃຈ ແລະ ໃໝ່​ອ່ຽມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.