ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ນຳ​ການ​ພົວ​ພັນກັບ ສ​ປຊ ແລະ ESCAP ເຂົ້າ​ສູ່​ລວງ​ເລິກ ແລະ ແທດຈິງ​ກ່​ວາເກົ່າ

17:08 | 27/05/2022

ຍສໝ - ໂດຍໄດ້ຮັບການເຊື້ອເຊີນຂອງທ່ານ Armida Salsiah Alisjahbana ຮອງເລຂາທິການໃຫຍ່ ສປຊ ທັງເປັນເລຂານຸການຝ່າຍບໍລິຫານຄະນະກຳມະການເສດຖະກິດ - ສັງຄົມເຂດອາຊີ - ປາຊີຟິກ ຂອງ ສປຊ (ESCAP), ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຈະເຂົ້າຮ່ວມກອງປະຊຸມຄັ້ງທີ 78 ຂອງ ESCAP ດຳເນີນໃນລະຫວ່າງວັນທີ 23 – 27 ພຶດສະພາຢູ່ ບາງກອກ ປະເທດ ໄທ.

ຫວຽດ​ນາມ ມີ​ຄວາມ​ປາດ​ຖ​ະ​ໜາຢາກ​ປະ​ກອບ​ສ່​ວນ​ເຂົ້າ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ໂລກ ເພື່ອ​ແນ​ໃສ່​ຊຸກ​ຍູ້ ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ ຫວຽດ​ນາມ ມີ​ຄວາມ​ປາດ​ຖ​ະ​ໜາຢາກ​ປະ​ກອບ​ສ່​ວນ​ເຂົ້າ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ໂລກ ເພື່ອ​ແນ​ໃສ່​ຊຸກ​ຍູ້ ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເຂົ້າຮ່ວມກອງປະຊຸມ ປະຈຳປີຄັ້ງທີ 78 ຂອງຄະນະກຳມະການເສດຖະກິດ - ສັງຄົມເຂດອາຊີ - ປາຊີຟິກຂອງ ສປຊ (ESCAP) ນັບແຕ່ວັນທີ 22 - 23 ພຶດສະພາ ຢູ່ສຳນັກງານຂອງອົງການນີ້ຢູ່ນະຄອນຫຼວງ ບັງກອກ, ປະເທດໄທ.

ເລື່ອງທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມກອງປະຊຸມຄັ້ງທີ 78 ຂອງ ESCAP ສະແດງໃຫ້ເຫັນວ່າ ລັດຖະບານ ຫວຽດນາມ ຕີລາຄາສູງ ການຮ່ວມມືກັບ ສປຊ ເວົ້າລວມ ແລະ ESCAP ເວົ້າສະເພາະຢ່າງມີ ປະສິດທິຜົນໃນຕະຫຼອດໄລຍະ 45 ປີຜ່ານມາ, ສະແດງໃຫ້ເຫັນຄຳໝັ້ນສັນຍາ ຢ່າງແຮງໃນການນຳການພົວພັນກັບ ສປຊ ແລະ ESCAP ເຂົ້າສູ່ລວງເລິກ ແລະ ແທດຈິງກ່ວາເກົ່າໃນໄລຍະຈະມາເຖິງ.

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ນຳ​ການ​ພົວ​ພັນກັບ ສ​ປຊ ແລະ ESCAP ເຂົ້າ​ສູ່​ລວງ​ເລິກ ແລະ ແທດຈິງ​ກ່​ວາເກົ່າ
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 78 ຂອງຄະນະກຳມະການເສດຖະກິດ - ສັງຄົມເຂດອາຊີ - ປາຊີຟິກຂອງ ສປຊ (ESCAP). ພາບ: vovworld.vn

ດ້ວຍຫົວຂໍ້ “ໂຄງການດຳເນີນງານລວມ ເພື່ອແນໃສ່ຊຸກຍູ້ການພັດທະນາແບບ ຍືນຍົງຢູ່ອາຊີ - ປາຊີຟິກ”, ກອງປະຊຸມຄັ້ງທີ 78 ຂອງ ESCAP ສຸມໃສ່ປຶກສາຫາລືບັນດາຂົງເຂດຫຼັກແຫຼ່ງໃນປັດຈຸບັນຂອງພາກພື້ນຄື ຟື້ນຟູ ແລະ ກັບຄືນສູ່ທ່າເຕີບໂຕຢ່າງແຮງ ແລະ ຍືນຍົງ, ຊຸກຍູ້ການຄ້າ, ການລົງທຶນ, ຮັບປະກັນການເຊື່ອມຕໍ່ ແລະ ລະບົບການສະໜອງແບບຍືນຍົງ, ຍູ້ແຮງການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ຍາດແຍ່ງກາລະໂອກາດຈາກ ເຕັກໂນໂລຢີດີຈີຕອນ, ຫັນຄຳໝັ້ນສັນຍາຮັບມືກັບການປ່ຽນແປງຂອງດິນຟ້າ ອາກາດ ໃຫ້ປະກົດຜົນເປັນຈິງ…ກອງປະຊຸມປະຈຳປີ ESCAP ຄັ້ງທີ 78 ແມ່ນກອງປະຊຸມໃຫຍ່ທີ່ສຸດພາກພື້ນ ອາຊີ - ປາຊີຟິກ ເພື່ອແນໃສ່ພິຈາລະນາ ແລະ ປຶກສາຫາລືບັນຫາ ເສດຖະກິດ - ສັງຄົມ ແລະຊຸກຍູ້ການຮ່ວມມືພາກພື້ນ, ຍູ້ແຮງວິວັດທະນາການ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG) ຢູ່ແຕ່ລະປະເທດ ສະມາຊິກ ແລະ ໃນຂອບເຂດທົ່ວພາກພື້ນ.

ການໜູນຊ່ວຍຂອງ ESCAP ໃຫ້ແກ່ ຫວຽດນາມ

ໄລຍະຜ່ານມາ, ການເຄື່ອນໄຫວຂອງ ESCAP ເປັນຕົ້ນແມ່ນການໜູນຊ່ວຍລັດ ຖະບານບັນດາປະເທດກ່ຽວກັບເຕັກນິກ, ໃຫ້ຄຳປຶກສາດ້ານນະໂຍບາຍ, ຄົ້ນ ຄວ້າ ແລະ ໄຈ້ແຍກຕີລາຄາສະພາບການເສດຖະກິດ - ສັງຄົມຢູ່ພາກພື້ນ ແລະ ບັນດາປະເທດສະມາຊິກ, ບຳລຸງກໍ່ສ້າງ ແລະ ຝືກອົບຮົມນັກຊ່ຽວຊານ, ເຜີຍແຜ່ຂໍ້ມູນຂ່າວສານ ແລະ ບົດຮຽນປະສົບການພັດທະນາ. ຢູ່ ຫວຽດນາມ, ESCAP ມີຫຼາຍການໜູນຊ່ວຍທີ່ຕັ້ງໜ້າ ແລະ ແທດຈິງໃນສອງແງ່ມູມຫຼັກນັ້ນ ແມ່ນ ວາງແຜນກຳນົດນະໂຍບາຍ, ຍຸດທະສາດພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງກຳລັງຄວາມສາມາດຂອງພະນັກງານຜ່ານບັນດາຊຸດບຳລຸງ, ກອງປະຊຸມສຳມະນາຫົວເລື່ອງສະເພາະ ໂດຍ ESCAP ຈັດຕັ້ງໃນຫຼາຍຂົງ ເຂດຄື ນະໂຍບາຍເສດຖະກິດມະຫາພາກ, ບັນຫາສັງຄົມ, ການພັດທະນາ ກະສິກຳ, ການຄົມມະນາຄົມ ແລະ ຂົນສົ່ງ, ຖະແຫຼງຂ່າວ - ການສື່ສານ, ສະຖິຕິ, ການປ້ອງກັນ, ຕ້ານໄພທຳມະຊາດ, ປົກປັກຮັກສາສິ່ງແວດລ້ອມ…

ມີຫຼາຍໂຄງການຮ່ວມມືກັບ ESCAP ທີ່ມີຄວາມໝາຍສຳຄັນ, ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ແລະ ວິວັດທະນາການປະຕິບັດເປົ້າໝາຍພັດທະນາແບບຍືນຍົງຂອງ ຫວຽດນາມ, ໃນນັ້ນພົ້ນເດັ່ນແມ່ນ ການສ້າງລະບົບຂໍ້ມູນ ແລະ ສະຖິຕິກ່ຽວກັບສະພາບການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງລະດັບຊາດ.

ການປະກອບສ່ວນຂອງ ຫວຽດນາມ ໃນການເຄື່ອນໄຫວຂອງ ESCAP

ໄລຍະຜ່ານມາ, ຫວຽດນາມ ໄດ້ເປັນເຈົ້າການເຂົ້າຮ່ວມຢ່າງຕັ້ງໜ້າ, ແທດຈິງ, ເປັນຫຼາຍຮູບແບບ ແລະ ມີຄວາມຮັບຜິດຊອບໃນທຸກການເຄື່ອນໄຫວ ແລະ ກົນໄກຂອງຄະນະກຳມະການ, ບໍ່ພຽງແຕ່ມີການປະກອບສ່ວນ, ສ້າງເອກະສານ ແລະ ກຳນົດທິດການຮ່ວມມືຂອງ ESCAP ເທົ່ານັ້ນ ຫາກຍັງຍົກອອກຫຼາຍ ຂໍ້ສະເໜີ, ວິທີການແກ້ໄຂທີ່ມີລັກສະນະສັງລວມ ແລະ ຍາວນານຕໍ່ ບັນຫາຮີບດ່ວນໃນການພັດທະນາແບບຍືນຍົງຢູ່ພາກພື້ນ ໃນປັດຈຸບັນ, ຜ່ານນັ້ນ ກໍ່ປະກອບສ່ວນຊຸກຍູ້ການພັດທະນາແບບຍືນຍົງຢູ່ພາກພື້ນ.

ຫວຽດນາມ ແລະ ESCAP ຮັກສາການສົນທະນາຂັ້ນສູງເປັນປະຈຳ. ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມບັນດາກອງປະຊຸມປະຈຳປີ ໂດຍການນຳກະຊວງການຕ່າງປະເທດເປັນຫົວໜ້າຄະນະ. ປີ 2021, ຢູ່ກອງປະຊຸມຄັ້ງທີ 77 ຂອງ ESCAP, ທ່ານຮອງນາຍົກບັດຖະມົນຕີ ຟ້າມບິ່ງມິງ ໄດ້ສົ່ງສານຄຼິບວີດີໂອໄປຍັງກອງປະຊຸມ. ການນຳ ແລະ ຜູ້ຕາງໜ້າບັນດາກະຊວງທີ່ກ່ຽວຂ້ອງກໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີ/ເວທີປາໄສຂັ້ນສູງລົງເລິກຂະແໜງ ໂດຍ ESCAP ຈັດຕັ້ງເປັນປະຈຳ.

ເລື່ອງທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ແມ່ນກອງປະຊຸມທີ່ຂັ້ນສູງສຸດຂອງ ຫວຽດນາມ ເຂົ້າຮ່ວມ ໃນຫຼາຍປີມານີ້, ມີຄວາມໝາຍສຳຄັນ ສຳລັບທັງສອງຝ່າຍໃນສະພາບການປີນີ້ ບໍ່ພຽງແຕ່ແມ່ນປີ ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ ESCAP ເທົ່ານັ້ນ ຫາກຍັງແມ່ນການສະເຫຼີມສະຫຼອງ 45 ປີແຫ່ງວັນ ຫວຽດນາມ ເຂົ້າ ເປັນສະມາຊິກ ສປຊ ອີກດ້ວຍ. ນີ້ແມ່ນສານສຳຄັນຂອງ ລັດຖະບານ ຫວຽດນາມ ຕີລາຄາສູງການຮ່ວມມືກັບ ສປຊ ເວົ້າລວມ ແລະ ESCAP ເວົ້າສະເພາະ ຢ່າງມີປະສິດທິຜົນໃນຕະຫຼອດໄລຍະ 45 ປີຜ່ານມາ, ພ້ອມທັງສະແດງຄຳໝັ້ນສັນຍາຢ່າງແຮງນຳການພົວພັນກັບ ສປຊ ແລະ ESCAP ເຂົ້າສູ່ລວງເລິກ ແລະ ແທດຈິງກ່ວາເກົ່າໃນໄລຍະຈະມາເຖິງ. ຈາກນັ້ນ, ຍູ້ແຮງວິວັດທະນາການສົນທະນາ, ຮ່ວມມືກັບບັນດາປະເທດ ສະມາຊິກ, ເສີມຂະຫຍາຍປະສິດທິຜົນການໜູນຊ່ວຍຂອງ ESCAP ເພື່ອປະຕິບັດບັນດາຍຸດທະສາດ, ເປົ້າໝາຍພັດທະນາຂອງ ຫວຽດນາມ, ເປັນຕົ້ນແມ່ນວິວັດການຟື້ນຟູ ແລະ ພັດທະນາແບບຍືນຍົງພາຍຫຼັງໂຄວິດ - 19, ກໍ່ຄືຜັນຂະຫຍາຍບັນດາຄຳໝັ້ນສັນຍາຂອງ ຫວຽດນາມ ຢູ່ກອງປະຊຸມຄັ້ງທີ 26 ຂອງບັນດາຝ່າຍເຂົ້າຮ່ວມສັນຍາແມ່ ຂອງ ສປຊ ກ່ຽວກັບການ ປ່ຽນແປງຂອງດິນຟ້າອາກາດ (COP26).

ການເຂົ້າຮ່ວມຢ່າງຕັ້ງໜ້າຂອງ ຫວຽດນາມ ຢູ່ ESCAP ຢັ້ງຢືນ ຄວາມເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງ ຫວຽດນາມ ໃນບັນດາລະບອບລະບຽບການ, ກົນໄກຫຼາຍຝ່າຍ, ພິເສດແມ່ນ ສປຊ, ປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ກໍ່ຄືປະກອບສ່ວນເຂົ້າ ການຊຸກຍູ້ສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາຂອງພາກພື້ນ ແລະ ໂລກ.

ບູນມີ

ເຫດການ
302 Found

Found

The document has moved here.