ຫຼົງ​ໄຫຼກັບ​ຄວາມ​ງາມ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ, ປະຖົມປະຖານ​ຂອງ​ອ່າວ​ຮະ​ລອງ​ບົນ​ພູ​ພຽງ

16:04 | 01/06/2022

ຍ​ສ​ໝ - ດ້ວຍ​ເກາະ ແລະ ແຫຼມ​ກ່​ວາ 40 ແຫ່ງ ທີ່​ມີ​ຍອດ​ເນື້ອ​ທີ່ ເກືອບ 37 ກີ​ໂລ​ແມັດ, ໜອງ​ຕ່າ​ດູ່ງ​ຢູ່​ແຂວງ​ດັກ​ນົງ ​ປ​ຽບ​ເໝືອ ອ່າວ​ຮະ​ລອງ​ບົນ​ພູ​ພຽງ, ດຶງດູດ​ແຂກ​ທ່ອງ​ທ່ຽວ​ນັບ​ສິບ​ພັນ​ຄົນ​ມາ​ຢ້ຽມ​ຊົມ ແລະ check-in.

ເລີ່ມ​ເຄື່ອນ​ໄຫວ​ໂຄງ​ການເພ​ີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ໃຫ້​ແກ່​ຂັ້ນ​ຮາກ​ຖານ​ໃນ​ການ​ຮັບ​ມື​ກັບ​ພະ​ຍາດ​ໂຄວິດ - 19 ເລີ່ມ​ເຄື່ອນ​ໄຫວ​ໂຄງ​ການເພ​ີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ໃຫ້​ແກ່​ຂັ້ນ​ຮາກ​ຖານ​ໃນ​ການ​ຮັບ​ມື​ກັບ​ພະ​ຍາດ​ໂຄວິດ - 19
SEA Games 31: ງານ​ມະ​ຫາ​ກຳ​ກິ​ລາ ທີ່​ປອດ​ໄພ​, ມີ​ຄວາມ​ສະ​ເໝີ​ພາບ ແລະ ປະ​ທັບ​ໃຈ SEA Games 31: ງານ​ມະ​ຫາ​ກຳ​ກິ​ລາ ທີ່​ປອດ​ໄພ​, ມີ​ຄວາມ​ສະ​ເໝີ​ພາບ ແລະ ປະ​ທັບ​ໃຈ
ຫຼົງ​ໄຫຼກັບ​ຄວາມ​ງາມ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ, ປະຖົມປະຖານ​ຂອງ​ອ່າວ​ຮະ​ລອງ​ບົນ​ພູ​ພຽງ

ໜອງ​ຕ່າ​ດູ​ງ ນອນ​ຢູ່​ເມືອງ ດັກ​ ກລອງ (ຫ່າງ​ຈາກ​ນະ​ຄອນ​ຢາ​ເງ້ຍ​ປະ​ມານ 45 ກີ​ໂລ​ແມັດ) ຂຶ້ນ​ກັບ​ເຂດ​ປ່າ​ສະ​ຫງວນ​ທຳ​ມະ​ຊາດ​ຕ່າ​ດູງ. ຊຸມ​ປີ​ມໍ່​ໆ​ມາ​ນີ້, ໜອງ​ຕ່າ​ດູງ ໄດ້ຫຼາຍ​ຄົນ​ເລືອກ​ເປັນສະ​ຖານທີ່​ທ່ອງ​ທ່ຽວ​ດ້ວຍ​ຄວາມ​ງາມ​ແບບ​ຫົກ​ເຮື້ອ, ໃຫຍ່​ໂຕ​ມະ​ໂຫ​ການ, ປອດ​ໂປ່ງ. ພາບ: vietnamnet.vn

ຫຼົງ​ໄຫຼກັບ​ຄວາມ​ງາມ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ, ປະຖົມປະຖານ​ຂອງ​ອ່າວ​ຮະ​ລອງ​ບົນ​ພູ​ພຽງ

ດ້ວຍ​ເກາະ ແລະ ແຫຼມ​ກ່​ວາ 40 ແຫ່ງ ທີ່​ມີ​ເນື້ອ​ທີ່ໜ້ານ້ຳ ເກືອບ 5.000 ເຮັກຕາ, ສະນັ້ນ ໄດ້​ປ​ຽບ​ເໝືອ ອ່າວ​ຮະ​ລອງ​ບົນ​ພູ​ພຽງ. ນີ້​ກໍ່​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ໄດ້​ຮັບ​ກ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຂອງ​ທ້ອງ​ຖິ່ນ​ໃນ​ການ​ເຄື່ອນ​ໄຫວ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ, ເພີ່ມ​ທະ​ວີ​ການ​ສົ່ງ​ເສີມ​ການ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ. ພາບ: vietnamnet.vn

ຫຼົງ​ໄຫຼກັບ​ຄວາມ​ງາມ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ, ປະຖົມປະຖານ​ຂອງ​ອ່າວ​ຮະ​ລອງ​ບົນ​ພູ​ພຽງ

ກ່ອນ​ນັ້ນ, ກາງໜອງ​ຕ່າ​ດຸງ ແມ່ນຮ່ອມ​ພູ​ທີ່​ກ້​ວາງ​ໃຫຍ່ ດ້ວຍຫ້ວຍຫຼາຍ​ແຫ່ງ​ໄຫຼ່​ຜ່ານ​ມາ. ນີ້​ແມ່ນ​ເຂດ​ດຳ​ລົງ​ຊີ​ວິດ​ຂອງ​ບັນ​ດາ​ປະ​ຊາ​ຊົນ​ສອງ​ຕາ​ແສງ ດັກ​ປ​ລາວ ແລະ ດັກ​ຊອມ. ພາບ: vietnamnet.vn

ຫຼົງ​ໄຫຼກັບ​ຄວາມ​ງາມ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ, ປະຖົມປະຖານ​ຂອງ​ອ່າວ​ຮະ​ລອງ​ບົນ​ພູ​ພຽງ

ຕາມ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ແລ້ວ, ໜອງ​ຕ່າ​ດູງ​ງາມ​ທີ່​ສຸດ​ໃນ​ຍາມ​ເກັບແຮນ້ຳ​ແຕ່​ເດືອນ​ກໍ​ລະ​ກົດ​ ຫາ​ເດືອນ​ທັນ​ວາ. ຈຸ​ດ​ເວ​ລາ​ນັ້ນ ນ້ຳ​ໃນ​ໜອງ​ເພີ່ມ​ຂຶ້ນ​ສູງ ແລະ ມີ​ສີ​ຂຽວ​ທີ່​ສົດ​ໄສ ຄື​ເພັດ, ເໝາະ​ສົມ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຄື​ ລ່ອງເຮືອ​ຊົມ​ວິວ, ຢ້ຽມຊົມກະຊັງ​ປາ... ພາບ: vietnamnet.vn

ຫຼົງ​ໄຫຼກັບ​ຄວາມ​ງາມ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ, ປະຖົມປະຖານ​ຂອງ​ອ່າວ​ຮະ​ລອງ​ບົນ​ພູ​ພຽງ

ບັນດາເກາະ​ໃຫຍ່​ນ້ອຍ​ດ້ວຍຫຼາຍ​ຮູບຮ່າງ​ຢູ່​ກາງໜອງ​ ໄດ້ສ້າງ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ເມື່ອ​ເວົ້າ​ເຖິງ​ຕ່າ​ດູ່ງ. ພາບ: vietnamnet.vn

Homestay ຢູ່​ຕ່າ​ດູງ ສະ​ໜອງ​ການ​ບໍ​ລິ​ການ​ກິນ​ດື່ມ​ຢ່າງ​ຄົບ​ຖ້ວນ. ແຂກ​ທ່ອງ​ທ່ຽວ​ມາ​ແຫ່ງ​ນີ້​ອາດ​ຈະ​ຖ່າຍ​ຮູບ​ດ້ວຍຫຼາຍ​​ມູມງາມໆ. ພາບ: vietnamnet.vn

ຫຼົງ​ໄຫຼກັບ​ຄວາມ​ງາມ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ, ປະຖົມປະຖານ​ຂອງ​ອ່າວ​ຮະ​ລອງ​ບົນ​ພູ​ພຽງ

ໜອງ​ຕ່າ​ດູງ​ກໍ່​ແມ່​ສະ​ຖານ​ທີ່ Camping ທີ່​ດີ​ໃຫ້​ແກ່ຫຼາຍ​ຄອບ​ຄົວ, ໝູ່ເພື່ອນ. ພາບ: vietnamnet.vn

ຕາມ​ການ​ສະ​ຖິ​ຕິ​ຂອງ​ພະ​ແນກວັດ​ທະ​ນະ​ທຳ​ກິ​ລາ ແລະ ການ​ທ່ອ​ງ​ທ່ຽວ​ແຂວງ​ດັ​ກນົງ ແລ້ວ, ໃນວັນ​ພັກບຸນ 30 ເມສາ ຫາ 3 ພຶດສະພາ, ທາງ​ທ້ອງ​ຖິ່ນ​ໄດ້​ຮັບ​ແຂກ​ທ່ອງ​ທ່ຽວ ກ່​ວາ 41.500 ເທື່ອ​ຄົນ ມາ​ຢ້ຽມຢາມ ແລະ ທ່ອງ​ທ່ຽວ. ໃນ​ນັ້ນ​ ໜອງ​ຕ່າ​ຕູງ​ໄດ້​ຕ້ອນ​ຮັບ​ແຂກ​ກ່​ວາ 16.000 ເທື່ອຄົນ.

ບຸນ​ຄົງ

ເຫດການ