ຊາວຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ແລະ ຊາວ ​ສ.ເກົາຫຼີ ອາ​ໄສ ຢູ່ ຫວຽດ​ນາມ ແມ່ນ​ຂົວ​ເຊື່ອ​ມ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ

07:25 | 30/05/2022

ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະມາຄົມຊາວເກົາຫຼີ ອາໄສຢູ່ ຫວຽດນາມ ໂດຍທ່ານນາງ Chang Eun Sook ປະທານສະມາຄົມນຳໜ້າ.

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຢ້ຽມ​ຢາມ ເຈື່ອງ​ຊາ ແລະ ເຮືອນ​ຮ້ານ DK1 ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຢ້ຽມ​ຢາມ ເຈື່ອງ​ຊາ ແລະ ເຮືອນ​ຮ້ານ DK1
ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ແມ່ນ​ພາກ​ສ່ວນ​ທີ່​ບໍ່​​ອາດ​ຕັດ​ແຍກ​ອອກ​ຈາກວົງ​ຄະ​ນະ​ຍາດ​ບັນ​ດາ​ເຜົ່າ ຫວຽດ​ນາມ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ແມ່ນ​ພາກ​ສ່ວນ​ທີ່​ບໍ່​​ອາດ​ຕັດ​ແຍກ​ອອກ​ຈາກວົງ​ຄະ​ນະ​ຍາດ​ບັນ​ດາ​ເຜົ່າ ຫວຽດ​ນາມ
ຊາວຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ແລະ ຊາວ ​ສ.ເກົາຫຼີ ອາ​ໄສ ຢູ່ ຫວຽດ​ນາມ ແມ່ນ​ຂົວ​ເຊື່ອ​ມ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ
ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາງ Chang Eun Sook ປະທານສະມາຄົມຊາວ ສ.ເກົາຫຼີ ອາໄສຢູ່ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ວັນທີ 27 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະມາຄົມຊາວສ.ເກົາຫຼີ ອາໄສຢູ່ ຫວຽດນາມ ໂດຍທ່ານນາງ Chang Eun Sook ປະທານສະມາຄົມນຳໜ້າ. ທີ່ການຕ້ອນຮັບ, ທ່ານປະທານປະເທດຫວຽດນາມ ຢັ້ງຢືນວ່າ ຊາວຫວຽດນາມ ປະມານ 200.000 ຄົນທີ່ກຳລັງທຳມາຫາກິນ, ຮ່ຳຮຽນ ແລະ ດຳລົງຊີວິດຢູ່ ສ.ເກົາຫຼີ ແລະ ຊາວ ສ.ເກົາຫຼີ ກຳລັງທຳມາຫາກິນດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ ຈຳນວນປະມານເທົ່າກັນນັ້ນແມ່ນຂົວເຊື່ອມຕໍ່ສຳຄັນໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ. ທ່ານປະທານປະເທດ ຫວັງວ່າ ສະມາຄົມຊາວ ສ.ເກົາຫຼີ ອາໄສຢູ່ ຫວຽດນາມ ຈະມີຫຼາຍມາດຕະການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດ. ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ສະເໜີໃຫ້ສະມາຄົມຊາວ ສ.ເກົາຫຼີ ອາໄສຢູ່ຫວຽດນາມ ປະກອບສ່ວນປະຕິບັດເປົ້າໝາຍຮອດປີ 2025 ແມ່ນນຳວົງເງິນການຄ້າສອງປະເທດໃຫ້ບັນລຸ 150 ຕື້ ໂດລາສະຫະລັດ.

ສ່ວນທ່ານນາງ Chang Eun Sook ປະທານສະມາຄົມຊາວ ສ.ເກົາຫຼີ ຢູ່ ຫວຽດນາມ ກໍ່ສະແດງຄວາມເຫັນດີເຫັນພ້ອມກັບຂໍ້ສັງເກດຂອງປະທານປະເທດກ່ຽວກັບການພົວພັນອັນດີງາມລະຫວ່າງຫວຽດນາມ - ສ.ເກົາຫຼີ ໃນປັດຈຸບັນ. ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ສ.ເກົາຫຼີ ແລະ ຫວຽດນາມ ຄົບຮອບ 30 ປີ (22-12-1992/ 22-12-2022), ສະມາຄົມຊາວ ສ.ເກົາຫຼີ ຢູ່ ຫວຽດນາມ ຈະຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳເພື່ອຊຸກຍູ້ການພົວພັນແລກປ່ຽນປະຊາຊົນລະຫວ່າງສອງປະເທດ.

la.qdnd.vn

ເຫດການ
302 Found

Found

The document has moved here.