ຊຸກ​ຍູ້​ການ​ຮ່ວມ​ມື​ເສັ້ນ​ທາງ​ລົດ​ໄຟ ຫວຽດ​ນາມ - ກ໋​ວາງ​ຊີ

13:19 | 29/05/2022

ຍ​ສ​ໝ - ເພື່ອ​ແນ​ໃສ່​ຍົກ​ສູງ​ປະ​ສິດ​ທິ​ຜົນ​ເສັ້ນ​ທາງ​ລົດ​ໄຟ ລະ​ຫວ່າງ ຫວຽດ​ນາມ ແລະ ຈີນ (ມຸ່ງ​ໄປ​ເຖິງ​ກ໋​ວາງ​ຊີ), ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ນານ​ນີງ ໄດ້​ພົບ​ປະ, ເຮັດ​ວຽກ​ກັບ​ການ​ນຳ​ພະ​ແນກ​ການ​ຕ່າງ​ປະ​ເທດ ນານ​ນິງ, ພາ​ສີ​ອາ​ກອນ ນານ​ນິງ, ບໍ​ລິ​ສັດ​ໃຫຍ່ ຂົນ​ສົ່ງ Container (ບໍ​ລິ​ສັດ​ໃຫຍ່​ເສັ້ນ​ທາງ​ລົດ​ໄຟ ຈິນ).

ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື ຫວຽດ​ນາມ - WEF ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື ຫວຽດ​ນາມ - WEF
ຫວຽດ​ນາມ ​ຮຽກ​ຮ້ອງ​ການ​ຄ້ຳ​ປະ​ກັ​ນ​ສະ​ບຽງ​ອາ​ຫານ ເພື່ອ​ແນ​ໃສ່​ຊຸກ​ຍູ້​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ໃນ​ໂລກ ຫວຽດ​ນາມ ​ຮຽກ​ຮ້ອງ​ການ​ຄ້ຳ​ປະ​ກັ​ນ​ສະ​ບຽງ​ອາ​ຫານ ເພື່ອ​ແນ​ໃສ່​ຊຸກ​ຍູ້​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ໃນ​ໂລກ
ຊຸກ​ຍູ້​ການ​ຮ່ວມ​ມື​ເສັ້ນ​ທາງ​ລົດ​ໄຟ ຫວຽດ​ນາມ - ກ໋​ວາງ​ຊີ
ທ່ານ ໂດ​ນາມ​ຈຸງ ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ແລະ ຜູ້​ແທນ (ພາບ: baoquocte.vn)

ຝ່າຍ​ກ໋ວາງ​ຊີ ຖື​ວ່າ, ນີ້​ແມ່ນ​ຊ​ອ່ງ​ທາງ​ເຊື່ອມ​ຕໍ່​ສຳ​ຄັນ​ລະ​ຫວ່າງ ຈີນ ແລະ ບັນ​ດາ​ປະ​ເທດ​ອາ​ຊຽນ, ເສັ້ນ​ທາງ​ຂົນ​ສົ່ນ​ທາງ​ລົດ​ໄຟ ຫວຽດ​ນາມ - ຈີນ​ ສວມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຄ້າ ຈີນ - ອາ​ຊຽນ.

ພິ​ເສດ, ພາຍ​ໃຕ້​ຜົນ​ກະ​ທົບ​ຈາກ​ພະ​ຍາດ​ໂຄວິດ - 19, ບັນ​ດາ​ດ່ານ​ຊາຍ​ແດນ​ທາງ​ບົກໄປຜ່ານຢ່ຊັກ​ຊ້າ ແລະ ຈະ​ເຮັດ​ໃຫ້ເກີນກຳລັງ, ຄ່າ​ໃຊ້​ຈ່າຍ​ທາງ​ການ​ບິນ​​ສູງ, ການ​ຂົນ​ສົ່ງ​ທາງ​ລົດ​ໄຟ​ແມ່ນ​ຊ່​ອງ​ທາງ​​ພະ​ລາ​ທິ​ການທີ່ເປັນປົກກະຕິ​ໃຫ້​ແກ່​ການ​ແລກ​ປ່ຽນ​ການ​ຄ້າ ລະ​ຫວ່າງ ສອງ​ປະ​ເທດ ແລະ ລະ​ບົບ​ສະ​ໜອງ​ຜ່ານ​ຊາຍ​ແດນ. ກ໋ວ​າງ​ຊີ ຖື​ເປັນ​ສຳ​ຄັນ​ການ​ກໍ່​ສ້າ​ງ​ເສັ້ນ​ທາງ​ພະ​ລາ​ທິ​ການຢ່າງໄວ​ຜ່ານ​ຊາຍ​ແດນ​ລະ​ຫວ່າງ ຈີນ ແລະ ຫວຽດ​ນາມ

ນັບ​ແຕ່​ວັນ​ທີ 30 ພຶດ​ສະ​ພາ, ໝາກ​ໄມ້​ທີ່​ເປັນເອກະລັກ, ຜະ​ລິດ​ຕະ​ພັນ​ເອ​ເລັກ​ໂຕ​ນິກ, ເຄື່ອງ​ຂອງ​ທີ່​ຈຳ​ເປັນ...ຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ ຈະ​ໄດ້​ສົ່ງ​ໄປ​ຍັງ ສະ​ຖາ​ນ​ນີ​ລົດ​ໄຟ​ສາ​ກົນ ນານ​ນິງ ແລະ ຈາກ​ນັ້ນຈະ​ແຈ​ກ​ຢາຍ​ໄປ​ຍັງ​ທົ່ວ​ປະ​ເທດ​ຈີນ ແລະ ໄປ​ຍັງ​ບັນ​ດາ​ປະ​ເທດ​ເອີ​ລົບ.

ເຄື່ອງ​ຈັກ ແລະ ວັດ​ຖຸ​ອຸ​ປະ​ກອນ​ໂດຍ ຈີນ​ ຜະ​ລິດ, ເສັ້ນ​ຝາຍ, ເຄື່ອງ​ອາ​ໄຫຼ່​ເອ​ເລັກ​ໂຕ​ນິກ, ເຄື່ອງ​ຈັກ diesel ແລ​ະ ບັນ​ດາ​ສິນ​ຄ້າ​ປະ​ເພດ​ຕ່າງໆ​ໄດ້​ສົ່ງ​ຜ່ານ​ສະ​ຖາ​ນີ​ລົດ​ໄຟ​ສາ​ກົນ ນານ​ນິງ ໄປ​ຍັງ​ບັນ​ດາ​ປະ​ເທດ ອາ​ຊຽນ ໃນ​ນັ້ນ​ມີ ຫວຽດ​ນາມ ຜ່ານ​ດ່ານ​ຊາຍ​ແດນ ບັ່ງ​ເຕື່ອງ. ນານ​ນິງ ໄດ້​ຄ່ອຍໆ​ກາຍ​ເປັນ​ສູນ​ພະ​ລາ​ທິ​ການໃຫ້​ແກ່​ການ​ພົວ​ພັນ​ແລກ​ປ່ຽນ​ການ​ຄ້າ ຈີນ - ຫວຽດ.

ທ່ານ ໂດ​ນາມ​ຈຸງ ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ເສັ້ນ​ທາງ​ລົດ​ໄຟເວົ້າ​ລວມ ແລະ ເສັ້ນ​ທາງ​ຂົນ​ສົ່ງ​ທາງ​ລົດ​ໄຟ ຫວຽດ-ຈີນ​ ເວົ້າ​ສະ​ເພາະ. ​ຫວຽດ​ນາມ ໄດ້ ແລະ ພວມ​ຜັນ​ຂະ​ຫຍາຍຫຼາຍ​ໂຄງ​ການ, ແຜນ​ການ​ເພື່ອ​ແນ​ໃສ່​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ຂົນ​ສົ່ງ, ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດຂອງ​ລະ​ບົບ​ເສັ້ນ​ທາງ​ລົດ​ໄຟ.

ສະ​ເໜີ​ໃຫ້​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ກ໋ວາງ​ຊີ ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ສິນ​ຄ້າ ຫວຽດ​ນາມ ຂົນ​ສົ່ງ​ດ້ວຍ​ທາງ​ລົດ​ໄຟ​ໄປ​ຍັງ​ກ໋​ວາ​ງຊີ, ຈາກ​ນັ້ນ​ແຜ່​ກະ​ຈາຍ​ໄປ​ຍັງ​ບັນ​ດາ​ທ້ອ​ງ​ຖິ່ນ​ຕ່າງໆ​ຂອງ​ຈີນ...

ບຸນຄົງ

ເຫດການ
302 Found

Found

The document has moved here.