ແຂວງ​ກ໋​ວາງ​ນາມ​ມຸ່ງ​ໄປ​ເຖິງ​ການ​ທ່ອງ​ທ່ຽວ​ສີຂຽວ

13:16 | 29/05/2022

ຍ​ສ​ໝ - ແຂວງ​ກ໋​ວາງ​ນາມ​ມີຫຼາຍ​ກົນ​ໄກ​ໜູນ​ຊ່ວຍ, ສົ່ງ​ເສີມ​ບັນດາ​ວິ​ສາ​ຫະ​ກິດ​ລົງ​ທຶນ, ສ້າງ​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວໃໝ່​ຕາມ​ທິດສີຂຽວ, ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ. ຍ້ອນ​ແນວ​ນັ້ນ, ໃນ​ເບື້ອງ​ຕົ້ນແຂວາ​ງ​ກ໋​ວາງ​ນາມ​ກໍ​ດຶງ​ດູດໄດ້​ຄວາມ​ສົນ​ໃຈ, ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ກັບ​ຄືນ​ມາ​ພາຍ​ຫຼັງ​ປິດ​ປະ​ຕູ​ມາ​ເປ​ັນ​ເວ​ລາ 2 ປີ​ຍ້ອນ​ໂລກ​ລະ​ບາດ​ໂຄວ​ິດ - 19.

ນັກ​ກິລາປະເທດຕ່າງໆ ເຂົ້າຮ່ວມ ​ຊີ​ເກມ ​ຄັ້ງ​ທີ 31 ​ຢ້ຽມຊົມບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ຫວຽດນາມ ນັກ​ກິລາປະເທດຕ່າງໆ ເຂົ້າຮ່ວມ ​ຊີ​ເກມ ​ຄັ້ງ​ທີ 31 ​ຢ້ຽມຊົມບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ຫວຽດນາມ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ໃຫ້​ການ​ຕ້ອນ​ຮັບທ່ານ​ເລ​ຂາ​ ​ພັກ​ແຂວງ, ເຈົ້າ​ແຂວງ ແຂວງ ຈຳ​ປາ​ສັກ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ໃຫ້​ການ​ຕ້ອນ​ຮັບທ່ານ​ເລ​ຂາ​ ​ພັກ​ແຂວງ, ເຈົ້າ​ແຂວງ ແຂວງ ຈຳ​ປາ​ສັກ
ແຂວງ​ກ໋​ວາງ​ນາມ​ມຸ່ງ​ໄປ​ເຖິງ​ການ​ທ່ອງ​ທ່ຽວ​ສີຂຽວ
ທ່ານ​ເຈິ່ນ​ວັນ​ເຕິນ ຮອງ​ປະ​ທານຄະ​ນະ​ກຳ​ມະ​ການ​ແຂວງ​ກ໋​ວາງ​ນາມ ກ່າວ​ຄຳ​ເຫັນ​ທິ່ກອງ​ປະ​ຊຸມ (ພາບ: VGP)

ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ໃໝ່, ເປັນ​ເອ​ກະ​ລັກ​ສະ​ເພາະ

ຈາກ​ເຂດ​ຖະ​ໜົນ​ເກົ່າ​ໂຮ້ຍ​ອານ ແລະ ເຂດ​ທາດ​ມີ​ເຊີນ ເຊິ່ງ UNESCO ​ໄດ້ຮັບ​ຮອງ​ເອົາ​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ, ມີຫຼາຍ​ກາ​ລະ​ໂອ​ກາດ​ທີ່​ສະ​ດວກ​ເປີດ​ອອກ​ໃຫ້​ແກ່​ແຂວງ​ກ໋​ວາງ​ນາມ​ໃນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ການ​ບໍ​ລິ​ການ. ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ການ​ທ່ອງ​ທ່ຽວ​ກາຍ​ເປັນ​ຂະ​ແໜງ​ປາຍ​ແຫຼມ​ຢູ່​ທ້ອງ​ຖິ່ນ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ວິ​ວັດ​ການ​ຂຸດ​ຄົ້ນ, ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ກໍ່ໄດ້​ສ້າງ​ຄວາມ​ກົດ​ດັນ​ຕໍ່​ບັນ​ດາມ​ໍ​ລະ​ດົກ, ເກີດ​ຂຶ້ນຫຼາຍ​ບັນ​ຫາ​ໃນ​ການ​ຄຸ້ມ​ຄອງ, ຂຸດ​ຄົ້ນ ແລະ ອະ​ນຸ​ລັກ​ຮັກ​ສາ​ຄຸນ​ຄ່າ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​.

ເພື່ອ​ແກ້​ໄຂ​ບັນ​ຫາ​ນີ້, ຊຸມ​ປີ​ຜ່ານ​ມາ, ແຂວງ​ກ໋​ວາງ​ນາ​ມ​ໄດ້​ມີ​ແຜນ​ນະ​ໂຍ​ບາຍ​ສົ່ງ​ເສີມ​ບັນ​ດາ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ​ລົງ​ທຶນ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຕາມ​ທິດ​ຍືນ​ຍົງ. ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ້ຍ​ອານ ຫງວຽນ​ວັນ​ເຊີນ​ ໃຫ້​ຮູ້​ວ່າ, ໂດຍ​ຕອບ​ສະ​ໜອງ​ແຜນ​ນະ​ໂຍ​ບາຍ​ຂອງ​ແຂວງ, ເປັນ​ຕົ້ນ​ແມ່ນ​ແນ​ໃສ່ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຈາກ​ເຂດ​ຖະ​ໜົນ​ເກົ່າ, ນະ​ຄອນ​ໂຮ້ຍ​ອານ ໄດ້ຮຽກ​ຮ້ອງ, ​ດຶງ​ດູດວິ​ສາ​ຫ​ະ​ກິດ​ມາ​ລົງ​ທຶນ​ເປີດກວ້າງ​ເຂດ​​ທ່ອງ​ທ່ຽວ, ສ້າງ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ໃໝ່​ຢູ່​ໝູ່​ບ້ານ​ແຄມ​ຖະ​ໜົນ​ເກົ່າ, ບັນ​ດາ​ການ​ບໍ​ລິ​ການ​ທ່ອງ​ທ່ຽວ​ຢູ່​ຊົນ​ນະ​ບົດ​ບົນ​ພື້ນ​ຖານ​ເສີມ​ຂະ​ຫຍາຍ​ຊັບ​ພະ​ຍາ​ກອນ​ວັດ​ທະ​ນະ​ທຳ ແລະ ຄຸນ​ຄ່າ​ມະ​ນຸດ​ສະ​ທຳ​ສົມ​ທົບ​ກັບ​ການ​ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​ຊີ​ວະ​ນາໆ​ພັນ. ດ້ວ​ຍ​ແຜນ​ນະ​ໂຍ​ບາຍ​ຍູ້​ແຮງ​ການ​ທ່ອງ​ທ່ຽວ​ຕິດ​ພັນ​ກັບ​ການ​ອະ​ນຸ​ລັກ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ໂຮ້ຍ​ອານ​ໄດ້​ສົ່ງ​ເສີມ, ໜູນ​ຊວ່ຍ​ບັນ​ດາ​ໝູ່​ບ້ານ​ອາ​ຊີບ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ເຄື່ອນ​ໄຫວ, ຕາມ​ທິດ​ຕິດ​ພັນ​ກັບ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ ດ້ວຍ​ການ​ທ່ອງ​ທ່ຽວ​ເພື່ອ​ແນ​ໃສ່​ສ້າງ​ລະ​ບົບ​ຄຸນ​ຄ່າໃໝ່.

ມາ​ຮອດ​ປັດ​ຈຸ​ບັນ,ໂຮ້ຍ​ອານ​ອະ​ນຸ​ລັກ ແລະ ຂຸດ​ຄົ້ນ​ການ​ທ່ອງ​ທ່ຽວ​ທີ່​ມີ​ປະ​ສິດ​ທິ​ຜົນ​ຢູ່​ບັນ​ດາ​ໝູ່​ບ້ານ​ທີ່​ເປັນ​ມູ​ນ​ເຊື້ອ​ຄື: ມົກ​ກິມ​ບົ່ງ, ເຄື່ອງ​ປັ້ນ​ດິນ​ເຜົາ ແທງ​ຮ່າ, ຜັກ ຈ່າ​ເກ, ​ໄມ້ໄຜ່ - ໝາກ​ພ້າວ ເກິມ​ແທັງ, ໝາກ​ແປ້ນ - ດອກ​ໄມ້ປະດັບ ເກິມ​ຮ່າ… ນັບ​ແຕ່​ເວ​ລາ​ສ້າງ​ຕັ້​ງ​ບັນ​ດາ​ tour ​ທ່ອງ​ທ່ຽວ​ຊີ​ວະ​ນາໆ​ພັນ, ການ​ທ່ອງ​ທ່ຽວ​ໝູ່​ບ້ານ​ອາ​ຊີບ: ມົກ​ກິມ​ບົ່ງ, ເຄື່ອງ​ປັ້ນ​ດິນ​ເຜົາ ແທງ​ຮ່າ, ຜັກ ຈ່າ​ເກ, ​ໄມ້ໄຜ່- ໝາກ​ພ້າວ ເກິມ​ແທັງ, ໝາກ​ແປ້ນ - ດອກ​ໄມ້ ເກິມ​ຮ່າ… ໄດ້​ຊ່ວຍ​ໃຫ້​ແຂກ​ທ່ອງ​ທ່ຽວ, ເປັນ​ຕົ້ນ​ແມ່ນ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ມີ​ເງື່ອນ​ໄຂ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງ, ຂຸດ​ຄົ້ນ​ຮ່ອງ​ຮອຍ, ມູນ​ເຊື້ອ​ວັດ​ທະ​ນະ​ທຳ, ທິວ​ທັດ​ທຳ​ມະ​ຊາດ ແລະ ການ​ດ​ຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ.

ມຸ່ງ​ໄປ​ເຖິງ​ໃຈ​ກາງ​ທ່ອງ​ທ່ຽວສີ​ຂຽວ​ແຫ່ງ​ຊາດ

ທ້າຍ​ເດືອນ​ມີ​ນາ​ຜ​່ານ​ມາ, ແຂວງ​ກ໋​ວາງ​ນາມ​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ “ກ໋​ວາງ​ນາມ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ສີຂຽວ - ຮັກ​ສາ​ຄຸນ​ຄ່າ​ທ້ອງ​ຖິ່ນ” ແລະ ປະ​ກາດ​ຊຸດ​ມາດ​ຖານ​ການ​ທ່ອງ​ທ່ຽວສີ​ຂຽວ​ກ໋​ວາງ​ນາມ. ມີ​ວິ​ສາ​ຫະ​ກິດ, ຮາກ​ຖານ​ການ​ທ່ອງ​ທ່ຽວ 14 ແຫ່ງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ຊຸດ​ມາດ​ຖານ​ດັ່ງ​ກ່າວ.

ທ່ານ​ຫງວ​ຽນ​ແທັງ​ຮົ່ງ ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ກ​ານ​ທ່ອງ​ທ່ຽວ​ແຂວງ ກ໋​ວາງ​ນາ​ມ​ໃຫ້​ຮູ້​ວ່າ, ພ້ອມ​ກັບ​ການ​ພັດ​ທະ​ນາ​ຂອງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຕາມ​ຮູບ​ແບບ​ຊີ​ວະ​ພາບ, ການ​ທ່ອງ​ທ່ຽວ​ສີຂຽວ, ນັບ​ແຕ່​ຕົ້ນ​ປີມາ​ຮ​ອດ​ປັດ​ຈຸ​ບັນ, ແຂວງ​ກ໋​ວາງ​ນາມ​ໄດ້​ຈັດ​ຕັ້ງ​ສຳ​ເລັດຫຼາຍກ​ານ​ເຄື່ອນ​ໄຫວນອນ​ໃນ​ລະ​ບົບ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ, ດຶງ​ດູດ​ປະ​ຊາ​ຊົນ ແລະ ແຂກ​ທ່ອງ​ທ່ຽວ​ເປັນ​ຈຳ​ນວນຫຼາຍ. ໃນ 4 ເດືອນ​ຕົ້ນ​ປີ, ທົ່ວ​ແຂວງ ໄດ້​ຕ້ອນ​ຮັບ​ແຂກ​ກ່​ວາ 382.000 ເທື່​ອ​ຄົ​ນ (ເພີ່ມ​ຂຶ້ນ 53,4% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້), ໄລ່​ສະ​ເພາະ​ວັນ​ບຸນ 30 ເມ​ສາ ແລະ 1 ພຶດ​ສະ​ພາ, ແຂວງ​ໄດ້​ຕ້ອນ​ຮັບ​ແຂກ​ກ່​ວາ 200.000 ເທື່ອ​ຄົນ ມາ​ຢ້ຽມ​ຢາມ ແລະ ພັກເຊົາ.

ແຂວງ​ກ໋​ວາງ​ນາມ ໄດ້​ເປີ​ດ​ນຳ​ໃຊ້​ລະ​ບົບ​ທ່ອງ​ທ່ຽວ​ອັດ​ສະ​ລິ​ຍະ, ປະ​ກອບ​ສ່ວນ​ຍົ​ກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ຄຸ້ມ​ຄອງ, ໂຄ​ສະ​ນາ​ພາບ​ພົດ​ກ​ານ​ທ່ອງ​ທ່ຽວ​ໃຫ້​ແກ່​ຫົວ​ໜ່ວຍ, ວິ​ສາ​ຫະ​ກິດ, ປະ​ຊາ​ຊົນ ແລະ ແຂກ​ທ່ອງ​ທ່ຽວ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.