ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ ຍີ່​ປຸ່ນ

12:25 | 30/05/2022

ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕີລາຄາສູງຕໍ່ຄວາມມານະພາຍາຍາມຂອງສອງແຂວງ ໃນວຽກງານຈັດຕັ້ງການ ເຄື່ອນໄຫວພົບປະແລກປ່ຽນວັດທະນະທຳກັບຫວຽດນາມ ໃນຂະນະທີ່ເກີດ ໂລກລະບາດ, ພ້ອມດຽວກັນນັ້ນກໍ່ຢືນຢັນວ່າ ບັນດາການເຄື່ອນໄຫວນີ້ຈະປະກອບສ່ວນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ລະຫ່ວາງ ປະຊາຊົນສອງປະເທດ.

ພັກ, ລັດ ຫວຽດ​ນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​, ເບິ່ງ​ແຍງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ ພັກ, ລັດ ຫວຽດ​ນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​, ເບິ່ງ​ແຍງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​​ມິງຈິງ ສະ​ເໜີ​ບັນ​ດາ​ນັກ​ລົງ​ທຶນ​ສືບ​ຕໍ່​ປະ​ກອບ​ສ່ວນ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​​ມິງຈິງ ສະ​ເໜີ​ບັນ​ດາ​ນັກ​ລົງ​ທຶນ​ສືບ​ຕໍ່​ປະ​ກອບ​ສ່ວນ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ

ໃນຂອບເຂດການຢ້ຽມຢາມ, ເຮັດວຽກຢູ່ ຍີ່ປຸ່ນ, ຕອນບ່າຍ ວັນທີ 25 ພຶດສະພາ ຢູ່ນະຄອນຫຼວງ ໂຕກຽວ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບ ທ່ານ Yuji Kuroiwa ຜູ້ວ່າການແຂວງ Kanagawa ແລະ ທ່ານ Ichita Yamamoto ຜູ້ວ່າການແຂວງ Gunma .

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ ຍີ່​ປຸ່ນ
ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ຕ້ອນຮັບທ່ານ Yuji Kuroiwa ຜູ້ວ່າການແຂວງ Kanagawa. ພາບ: vovworld.vn

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕີລາຄາສູງຕໍ່ຄວາມມານະພາຍາຍາມຂອງສອງແຂວງ ໃນວຽກງານຈັດຕັ້ງການ ເຄື່ອນໄຫວພົບປະແລກປ່ຽນວັດທະນະທຳກັບຫວຽດນາມ ໃນຂະນະທີ່ເກີດ ໂລກລະບາດ, ພ້ອມດຽວກັນນັ້ນກໍ່ຢືນຢັນວ່າ ບັນດາການເຄື່ອນໄຫວນີ້ຈະປະກອບສ່ວນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ລະຫ່ວາງ ປະຊາຊົນສອງປະເທດ.

ສ່ວນຜູ້ວ່າການ 2 ແຂວງ Kanagawa ແລະ Gunma ກໍ່ໃຫ້ຄຳໝັ້ນສັນຍາຈະພະຍາຍາມຊຸກຍູ້ບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ ແລະ ເສດຖະກິດກັບຫວຽດນາມ, ພ້ອມທັງສະແດງຄວາມມຸ່ງ ມາດປາດຖະໜາຢາກຕ້ອນຮັບນັກສຶກສາຝຶກງານຂອງຫວຽດນາມຕື່ມອີກ.

ວັນທີ 26 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ ແລະ ຄະນະຜູ້ແທນຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມ ອະນາຄົດອາຊີ ຄັ້ງທີ 27 ໂດຍສຳນັກຂ່າວສານ Nikkei ຈັດຕັ້ງຢູ່ ໂຕກຽວ ເຊິ່ງມີການນຳຫຼາຍປະເທດເຂົ້າຮ່ວມ, ພ້ອມດຽວກັນນັ້ນກໍໄດ້ຕ້ອນຮັບຄະນະການນຳລັດຖະບານ ພັກກຳອຳນາດ ຂອງຍີ່ປຸ່ນ ຈຳນວນໜຶ່ງ.

ບູນມີ

ເຫດການ
302 Found

Found

The document has moved here.