ຈຸດ​ພິ​ກັດ​ແຫ່ງ​ຄວາມ​ສຸກ: Series ຟິ​ມ healing - ການ​ທ່ອງ​ທ່ຽວ ຫວຽດ​ນາມ ຄັ້ງ​ທຳ​ອິດ​ໄດ້​ຈຳ​ໜ່າຍ​ຢູ່​ສາ​ກົນ

10:49 | 06/06/2022

ຍ​ສ​ໝ - “ຈຸດ​ພິ​ກັດ​ແຫ່ງ​ຄວາມ​ສຸກ” ແມ່ນ​ໂຄງ​ການ travel drama ຫວຽດ​ ທຳ​ອິດທີ່​ໄດ້​ຈຳ​ໜ່າຍ​ຢູ່ ຫວຽດ​ນາມ ແລະ ສາ​ກົນ. ນີ້​ແມ່ນ​ທ່າ​ອ່ຽງ series ໃໝ່ຫຼັງ​ໂຄວິດ - 19, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ຜົນ​ສຳ​ເລັດ​ຂອງບັນ​ດາ​ series ທີ່​ມີ​ຊື່​ສຽງ​ຄື "Hometown Cha Cha Cha".

ຊາວຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ແລະ ຊາວ ​ສ.ເກົາຫຼີ ອາ​ໄສ ຢູ່ ຫວຽດ​ນາມ ແມ່ນ​ຂົວ​ເຊື່ອ​ມ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ຊາວຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ແລະ ຊາວ ​ສ.ເກົາຫຼີ ອາ​ໄສ ຢູ່ ຫວຽດ​ນາມ ແມ່ນ​ຂົວ​ເຊື່ອ​ມ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ
ແຂວງ​ກ໋​ວາງ​ນາມ​ມຸ່ງ​ໄປ​ເຖິງ​ການ​ທ່ອງ​ທ່ຽວ​ສີຂຽວ ແຂວງ​ກ໋​ວາງ​ນາມ​ມຸ່ງ​ໄປ​ເຖິງ​ການ​ທ່ອງ​ທ່ຽວ​ສີຂຽວ
ຈຸດ​ພິ​ກັດ​ແຫ່ງ​ຄວາມ​ສຸກ: Series ຟິ​ມ healing - ການ​ທ່ອງ​ທ່ຽວ ຫວຽດ​ນາມ ຄັ້ງ​ທຳ​ອິດ​ໄດ້​ຈຳ​ໜ່າຍ​ຢູ່​ສາ​ກົນ
ພາບ​ປະ​ກອບ: yeah1.com

ດ້ວຍ​ຫົວ​ຂໍ້​ຕົ້ນ​ຕໍ​ແມ່ນ​ການ​ທ່ອງ​ທ່ຽວ, ຈຸດ​ພິ​ເສດ​ແຫ່ງ​ຄວາມ​ສຸກ​ຈະ​ເຮັດ​ໃຫ້​ຜູ້​ຊົມ​ເພິ່ງ​ພໍ​ໃຈ​ດ້ວຍ​ຫົວ​ໃຈທີ່ຫຼົງໄຫຼກັບການ​ທ່ອງ​ທ່ຽວ​ເມື່ອ​ວາດ​ພາດ​ຄວາມ​ງາມ​ຂອງ​ປະ​ເທດ ຫວຽດ​ນາມ ທີ່ລື້ງແກ່ນສະໜິດສະໜົມ ແຕ່​ເຕັມໄປດ້ວຍສິ່ງທີ່ໃໝ່​ອ່ຽມ, ໄດ້​ຮັບ​ການ​ປະ​ສົມ​ປະ​ສານ​ຢ່າງ​ຄ່ອງ​ແຄ້ວ ດ້ວຍ​ຈຸດ​ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ແຕ່​ລະ​ເຂດ, ພິ​ເສດ​ແມ່ນ​ອາ​ຫານ​ການ​ກິນ. ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ມີ​ຊື່​ສຽງ​ນັບ​ແຕ່​ພາກ​ເໜືອ - ພາກ​ກາງ - ພາກ​ໃຕ້ ໄດ້​ສະ​ແດງ​ຄວາມ​ພິ​ຖິ​ພິ​ຖັນ, ລະ​ອຽດ​ລະ​ອ່ອນ ແລະ ເຕັມ​ໄປ​ດ້ວຍ​ສີ​ລະ​ປະ, series ໃໝ່​ນີ້​ໝັ້ນ​ໝາຍ​ວ່າ ຈະກະຕຸ້ນ​ຄວາມ​ຮູ້​ສຶກ​ຂອງບັນດາ​ຜູ້​ຊົມ, ແນະ​ນຳ​​ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ເປັນ​ໜ້າ​ແຊບ ເຊິ່ງ​ມີ​ແຕ່ຢູ່​ຫວຽດ​ນາມ ໃຫ້​ຜູ້​ຊົມ.

ໄປຄຽງຄູ່ກັບບັນດາວີໂດໂອທີ່ສວຍງາມກ່ຽວກັບທຳມະຊາດ, ຊີວິດດ້ານຈິດໃຈຂອງໄວໜຸ່ມເຂດຕົວເມືອງ, ໃນ seriesກໍໄດ້ສະແດງໃຫ້ເຫັນຄວາມສະໜິດສະໜົມ ແລະ ເຕັມໄປດ້ວຄວາມເຂົ້າອົກເຂົ້າໃຈ. ນັ້ນແມ່ນຄວາມກົດດັນກ່ຽວກັບວຽກເຮັດງານທຳ, ຄວາມຫວັງໃນການດຳລົງຊີວິດ, ຄວາມຮູ້ສຶກທີ່ບໍ່ມີຫຍັງແປກໃໝ່ໃນການດຳລົງຊີວິດທີ່ຟ້າວຟັ່ງກັບວຽກງານ ເຊິ່ງຈະເຮັດໃຫ້ຊາວໜຸ່ມຮູ້ສຶກ ຄອນແຄນໄດ້ຢ່າງງ່າຍດາຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.