ເຝີ ຫວຽດ​ນາມ ສ້າງ​ຄວາມ​ປະ​ທັບ​ໃຈ​ຕໍ່​ເພື່ອນ​ມິດ ອາ​ຊຽນ

07:31 | 30/05/2022

ວັນທີ 27 ພຶດສະພາ, ດ້ວຍການໜູນຊ່ວຍຂອງສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ, ຈຸດວັດທະນະທຳທີ່ເປັນເອກະລັກ, ທັດສະນີຍະພາບທີ່ໂດດເດັ່ນຈຳນວນໜຶ່ງກໍຄືອາຫານການກິນຂອງ ຫວຽດນາມ ໄດ້ແນະນຳໃຫ້ເພື່ອນມິດບັນດາປະເທດສະມາຊິກ ອາຊຽນ ຢູ່ປະເທດ ມາເລເຊຍ.

SEA Games 31: ງານ​ມະ​ຫາ​ກຳ​ກິ​ລາ ທີ່​ປອດ​ໄພ​, ມີ​ຄວາມ​ສະ​ເໝີ​ພາບ ແລະ ປະ​ທັບ​ໃຈ SEA Games 31: ງານ​ມະ​ຫາ​ກຳ​ກິ​ລາ ທີ່​ປອດ​ໄພ​, ມີ​ຄວາມ​ສະ​ເໝີ​ພາບ ແລະ ປະ​ທັບ​ໃຈ
ສື່ມວນ​ຊົນ​ສາ​ກົນປະ​ທັບ​ໃຈ​ເມື່ອ​ທິມ​ບານ​ເຕະ​ຊາຍ U23 ຫວຽດ​ນາມ ​ສາ​ມາດຄອງ​ແຊັມ ຊີ​ເກມ 31 ຢ່າງ​ສຳ​ເລັດ​ຜົນ ສື່ມວນ​ຊົນ​ສາ​ກົນປະ​ທັບ​ໃຈ​ເມື່ອ​ທິມ​ບານ​ເຕະ​ຊາຍ U23 ຫວຽດ​ນາມ ​ສາ​ມາດຄອງ​ແຊັມ ຊີ​ເກມ 31 ຢ່າງ​ສຳ​ເລັດ​ຜົນ
ເຝີ ຫວຽດ​ນາມ ສ້າງ​ຄວາມ​ປະ​ທັບ​ໃຈ​ຕໍ່​ເພື່ອນ​ມິດ ອາ​ຊຽນ
(ພາບປະກອບ: ເລມິງເຊີນ)

ການເຄື່ອນໄຫວໄດ້ດຳເນີນໄປໃນຂອບເຂດການພົບປະລະຫວ່າງບັນດາພັນລະຍາ, ພະນັກງານຍິງຂອງກະຊວງການຕ່າງປະເທດມາເລເຊຍ ແລະ ບັນດາອົງການຜູ້ຕາງໜ້າຂອງບັນດາປະເທດ ອາຊຽນ ປະຈຳ ມາເລເຊຍ (ALC), ປະກອບສ່ວນເພີ່ມທະວີໄມຕີຈິດມິດຕະພາບ, ຄວາມສາມັກຄີພາຍໃນກຸ່ມ ອາຊຽນ ກໍຄືການຄົ້ນຫາວັດທະນະທຳຫຼາກຫຼາຍສີສັນ ແລະ ຄວາມອຸດົມສົມບູນທາງດ້ານອາຫານການກິນຂອງ ຫວຽດນາມ ພິເສດແມ່ນບາງເຍື່ອງອາຫານທີ່ມີຊື່ສຽງຂອງ ຫວຽດນາມ ຢູ່ໃນໂລກ.

ທີ່ເຫດການດັ່ງກ່າວ, ກຸ່ມ ALC ຫວຽດນາມ ໄດ້ແນະນຳບັນດາເຍື່ອງອາຫານທີ່ເປັນເອກະລັກຂອງ ຫວຽດນາມ ເປັນຕົ້ນແມ່ນ ເຝີງົວ, ຢໍ່ຈືນ… ແລະ ໄດ້ຮັບການຕອບສະໜອງຢ່າງສຸດໃຈພ້ອມກັບຄຳຍ້ອງຍໍຈາກເພື່ອນມິດບັນດາປະເທດ ອາຊຽນ ຢູ່ ມາເລເຊຍ. ພິເສດແມ່ນ ເຝີ ຍາມໃດກໍສ້າງຄວາມປະທັບໃຈຕໍ່ເພື່ອນມິດສາກົນ. ບັນດາເພື່ອນມິດອາຊຽນ ລ້ວນແຕ່ໃຫ້ຮູ້ວ່າ ເຝີແມ່ນເຍື່ອງອາຫານພິເສດ ແຕ່ແຊບທີ່ສຸດ ຍ້ອນວ່າ ເຍື່ອງອາຫານນີ້ ຕ້ອງມີວັດຖຸດິບຫຼາຍຢ່າງປະກອບເຂົ້າກັນ.

vovworld.vn

ເຫດການ
302 Found

Found

The document has moved here.