ຍສໝ - ທ່ານ Uch Leang, ຮັກສາການຫົວໜ້າກົມຄົ້ນຄວ້າອາຊີ - ອາຟະຣິກາ ແລະ ຕາເວັນອອກກາງ ສັງກັດສະຖາບັນພົວພັນສາກົນ (ສະພາມະຫາບັນດິດລາຊະ ອານາຈັກກໍາປູເຈຍ), ຖືວ່າ: ການຢ້ຽມຢາມກຳປູເຈຍ ຢ່າງເປັນທາງການແຕ່ວັນທີ 21 – 22 ທັນວາ ຂອງທ່ານປະທານປະເທດ ຫງວຽນຊວນຟຸກ ສະແດງໃຫ້ເຫັນ ການພົວພັນອັນດີງາມ, ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດກຳປູເຈຍ ແລະ ຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ທ່ານນາງຮອງປະທານປະເທດ ຫວໍຖິ້ແອງຊວນ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ປະຊາຊົນຕາແສງຊາຍແດນ ຢ່າວຊານ, ເມືອງ ຟອງໂຖ, ແຂວງລາຍເຈົາ.
ຍສໝ - ຫວ່າງແລ້ວນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ນຳໜ້າ ຄະນະຜູ້ແທນຂັ້ນສູງຫວຽດນາມໄດ້ໄປຮອດສະໜາມບິນພະນົມເປັນ, ນະຄອນ ຫຼວງພະນົມເປັນ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດລາຊະອານາ ຈັກກຳປູເຈຍ ຕາມຄຳເຊີນຂອງພະມະຫາກະສັດກຳປູເຈຍ Norodom Sihamoni.
ຍສໝ - ຫວ່າງແລ້ວນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ມອບຂໍ້ຕົກລົງວ່າດ້ວຍການຕຳແໜ່ງເອກອັກຄະລັດຖະທູດ ໃຫ້ 26 ສະຫາຍ ເຊິ່ງເປັນການນຳກະຊວງການຕ່າງປະເທດ, ຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈຳຢູ່ຕ່າງປະເທດ, ການນຳບັນດາຫົວໜ່ວຍຂອງກະຊວງການຕ່າງປະເທດ, ການນຳບັນດາອົງການຈັດຕັ້ງສາກົນທີ່ຫວຽດນາມ ເຂົ້າເປັນສະມາຊິກ.
ຍສໝ - ຕອນບ່າຍວັນທີ 15 ທັນວາ ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ເອກອັກຄະລັດຖະທູດ ອາຟຼິກາໃຕ້ ປະຈຳ ຫວຽດນາມ Mpetjane Kgaogelo Lekgoro ເນື່ອງໃນໂອກາດທ່ານ ສິ້ນສຸດອາຍຸການປະຕິບັດງານທາງການທູດຢູ່ ຫວຽດນາມ.
ຍສໝ - ວັນທີ 2 ທັນວາ, ໃນຂອບເຂດການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການຂອງ ທ່ານປະທານປະເທດ ຫງວຽນຊວນຟຸກ, ຢູ່ໂຮງແຮມ Ukraine, ມົດສະກູ ໄດ້ມີການພົບປະຢ່າງຈິງໃຈ ແລະ ອົບອຸ່ນລະຫວ່າງ ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ ລັດເຊຍ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ມີການພົບປະເຈລະຈາທີ່ມີລັກສະນະປະຫວັດສາດກັບທ່ານປະທານາທິບໍດີລັດເຊຍ V.Putin ແກ່ຍາວເປັນເວລາເກືອບ 4 ຊົ່ວໂມງ, ປຶກສາຫາລື 20 ບັນຫາສຳຄັນໃນການຮ່ວມມືລະຫວ່າງ 2 ປະເທດ.
ຍສໝ - ຕອນຄ່ຳວັນທີ 30 ພະຈິກ (ຕາມເວລາຫວຽດນາມ), ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ມີການເຈລະຈາກັບ ທ່ານປະທານາທິບໍດີລັດເຊຍ Vladimir Putin. ສອງຝ່າຍຢືນຢັນວ່າ: ພະລັງງານ ແລະ ນ້ຳມັນອາຍແກັສ ສືບຕໍ່ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ.
ຍສໝ - ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ສົ່ງຈົດໝາຍສັນລະເສີນ ເຖິງສະຫະພັນໃຫຍ່ແຮງງານຫວຽດນາມ ກ່ຽວກັບການປຸກລະດົມ ແລະ ຜັນຂະຫຍາຍໂຄງການ “75 ພັນຂໍ້ລິເລີ່ມ, ຜ່ານຜ່າຄວາມຫຍຸ້ງຍາກ, ພັດທະນາ” ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນກຳມະກອນສາກົນ ຢູ່ຫວຽດນາມ.
ຍສໝ - ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ສະແດງຄວາມເຫັນດີເຫັນພ້ອມ ກັບທັດສະນະຂອງ FIFA ກ່ຽວກັບການຫຍໍ້ເວລາຈັດຕັ້ງບານເຕະໂລກລົງ ແລະ ປາດຖະໜາວ່າ FIFA ຈະໜູນຊ່ວຍ ຫວຽດນາມ ໃນການຝຶກຊ້ອມ ແລະ ພັດທະນາກິລາບານເຕະ.
ຕອນເຊົ້າວັນທີ 27 ພະຈິກ, ຢູ່ນະຄອນ Bern, ປະເທດສະວິດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Schneider Ammann, ອະດີດປະທານາທິບໍດີ ແລະ ລັດຖະມົນຕີເສດຖະກິດສະວິດ, ແລະ ທ່ານ Philipp Roesler, ກົງສຸນກິຕິມະສັກ ຫວຽດນາມ ປະຈຳ ສະວິດ, ອະດີດຮອງນາຍົກລັດຖະມົນຕີ , ລັດຖະມົນຕີກະຊວງເສດຖະກິດ ແລະ ວິທະຍາສາດເຕັກໂນໂລຊີ ເຢຍລະມັນ (2009-2013), ອະດີດປະທານພັກ ປະຊາທິປະໄຕ ເສລີເຢຍລະມັນ (FDP).
ການນຳສອງປະເທດໄດ້ເຫັນດີຈະເພີ່ມທະວີການແລກປ່ຽນ ແລະ ພົບປະລະຫວ່າງຄະນະຜູ້ແທນທຸກຂັ້ນ ແລະ ທ້ອງຖິ່ນສອງປະເທດ, ຜ່ານນັ້ນ ຊຸກຍູ້ການຮ່ວມມືສອງຝ່າຍໃນທຸກຂົງເຂດ.
ຍສໝ - ຕອນເຊົ້າວັນທີ 22 ພະຈິກ, ເນື່ອງໃນໂອກາດສະເຫຼີມສະຫຼອງ 104 ປີແຫ່ງວັນການປະຕິວັດເດືອນຕຸລາ ລັດເຊຍ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ສູນເຂດຮ້ອນ ຫວຽດນາມ - ລັດເຊຍ ຢູ່ ຮ່າໂນ້ຍ.
ຍສໝ - ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ສະເໜີໃຫ້ນະຄອນໂຮ່ຈິມິນ ຕ້ອງຟື້ນຟູເສດຖະກິດ ແລະ ນຳເອົາຖານະບົດບາດ, ພາບລັກຂອງນະຄອນຄືນມາໃນທຸກດ້ານ.
ທ່ານນາງຮອງປະທານປະເທດ ປາດຖະຫນາຢາກໃຫ້ຄູອາຈານ ມີການປ່ຽນໃຫມ່ເນື້ອໃນ, ວິທີການສິດສອນຢ່າງບໍ່ຢຸດຢັ້ງ ເປັນຕົ້ນແມ່ນການປ່ຽນແປງທັກສະ, ວິທີການສິດສອນໃນເງື່ອນໄຂສອນທາງອອນລາຍເພື່ອດູດດື່ມນັກຮຽນ, ຮັບປະກັນຄຸນນະພາບການສຶກສາຮອບດ້ານ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ປາດຖະໜາວ່າ, ບັນດາຄູອາຈານສືບຕໍ່ອຸທິດສ່ວນໃຫ້ແກ່ພື້ນຖານການສຶກສາຂອງ ຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ສະຖານທູດຫວຽດນາມ ປະຈຳ ຝຣັ່ງ ໄດ້ຈັດພິທີປະດັບຫຼຽນໄຊມິດຕະພາບຂອງປະທານປະເທດ ໃຫ້ທ່ານ Alain Dussarps, ຮອງປະທານສະມາຄົມມິດຕະພາບຝຣັ່ງ-ຫວຽດນາມ (AAFV) ເນື່ອງຈາກ “ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າໃນພາລະກິດສ້າງສາ ແລະພັດທະນາຫວຽດນາມ ແລະເພີ່ມທະວີຄວາມສາມັກຄີ, ມິດຕະພາບ ແລະການຮ່ວມມືລະຫວ່າງຝຣັ່ງ ແລະ ຫວຽດນາມ”.
ຍສໝ - ຫວ່າງແລ້ວນີ້, ໃນລາຍການສະເຫຼີມສະຫຼອງ 190 ປີແຫ່ງວັນສ້າງຕັ້ງແຂວງລ້າງເຊີນ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ມີການເຮັດວຽກກັບການນໍາຫຼັກແຫຼ່ງຂອງແຂວງລ້າງເຊີນ.
ສືບຕໍ່ການຢ້ຽມຢາມຢູ່ ສ ເກຼັກ, ທ່ານນາງ ຫວໍ້ທິແອງຊວນ ຮອງປະທານປະເທດຫວຽດນາມ ໄດ້ພົບປະກັບທ່ານ Panagiotis Pikrammenos ຮອງນາຍົກລັດຖະມົນຕີເກຼັກ, ພົບປະກັບທ່ານ Dimitrios Koutsoumpas ເລຂາທິການໃຫຍ່ພັກກອມມູນິດເກຼັກ ແລະເປັນປະທານການໂອ້ລົມສົນທະນາວິສາຫະກິດຫວຽດນາມ-ເກຼັກ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຍົກອອກບາງຂໍ້ສະເໜີຄື: ບັນດາປະເທດ ອາຟະລິກາ ຄວນສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ເປີດກວ້າງການຮ່ວມມື, ເຊື່ອມໂຍງ, ປັບປຸງລັດທິຫຼາຍຝ່າຍ.