ຄຳອວຍພອນປີໃໝ່ປະຈຳຊາດຂອງປະທານປະເທດ ຫວຽດນາມ

15:43 | 01/02/2022

ຂໍອວຍພອນທຸກໆຄອບຄົວຊາວຫວຽດນາມທີ່ຮັກແພງ ໄດ້ຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ, ເຕັມໄປດ້ວຍຄວາມອົບອຸ່ນ ແລະ ປອດໄພ. ຂໍອວຍພອນຊາວຫວຽດນາມແຕ່ລະຄົນ, ພໍ່ແມ່ພີນ້ອງເຮົາ, ປີໃໝ່ປີຂານ 2022 ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດ ແລະ ຜາສຸກ.

ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ
ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ
ຄຳອວຍພອນປີໃໝ່ປະຈຳຊາດຂອງປະທານປະເທດ ຫວຽດນາມ
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ອວຍພອນປີໃໝ່ປະຈຳຊາດ 2022. ພາບ: TTXVN

ຮຽນພໍ່ແມ່ພີນ້ອງຮ່ວມຊາດ, ສະຫາຍ ແລະ ນັກຮົບໃນທົ່ວປະເທດ!

ໃນຈຸດເວລາທີ່ສັກກາລະບູຊາ ເພື່ອຕ້ອນຮັບປີໃໝ່ປີຂານ, ຂ້າພະເຈົ້າມີຄວາມຕື້ນຕັນໃຈ ໂດຍຕາງໜ້າໃຫ້ການນຳພັກ, ລັດ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຂໍສົ່ງຄຳອວຍພອນປີໃໝ່ອັນຈົບງາມທີ່ສຸດ ແລະ ອາລົມຈິດຄວາມຮັກແພງມາຍັງພໍ່ແມ່ພີນ້ອງຮ່ວມຊາດ, ສະຫາຍ, ນັກຮົບໃນທົ່ວປະເທດ ພ້ອມກັບພໍ່ແມ່ພີນ້ອງຊາວຫວຽດນາມພວມອາໄສຢູ່ຕ່າງປະເທດ. ຂ້າພະເຈົ້າຂໍສົ່ງຄຳອວຍພອນສັນຕິພາບ, ມິດຕະພາບ, ວັດທະນາຖາວອນ ແລະ ຜາສຸກໄປຍັງບັນດາເພື່ອນມິດຢູ່ 5 ທະວີບ, ປະຊາຊົນບັນດາປະເທດໃນທົ່ວໂລກ.

ຫວນຄືນລະດູບານໃໝ່ ປີມະເມຍ 1942, ໃນໜັງສືພິມ “ ຫວຽດນາມດົກເລິບ” ແປວ່າ “ຫວຽດນາມເອກະລາດ”, ທ່ານປະທານ ໂຮ່ຈິມິນ ໄດ້ຂຽນວ່າ :

ອວຍພອນທົ່ວປະເທດເຮົາໃນປີນີ້

ທຸງແດງດາວຄຳປິວສະບັດ

ບຸນເຕັດປີນີ້ ສະຫງ່າງາມ

ຄຳອວຍພອນປີໃໝ່ຂອງລຸງໂຮ່ ມາຮອດວັນນີ້ໄດ້ຄົບຮອບ 80 ປີແລ້ວ. ເຖິງວ່າປະຫວັດສາດໄດ້ກ້າວເຂົ້າສູ່ໄລຍະໃໝ່ກໍຕາມ ແຕ່ບັນດາຄຸນທາດໄດ້ຮັບການຫຼໍ່ຫຼອມຈາກປະຫວັດສາດຂອງຊາດ ນ້ຳໃຈສາມັກຄີ ຄວາມຮັກແພງມະນຸດດ້ວຍກັນ, ນ້ຳໃຈຍອມເສຍສະຫຼະຂອງປະຊາຊົນເຮົາ ຍັງບໍ່ມີວັນທີ່ຈະປ່ຽນແປງ.

ປີ 2021 ໃນຊ່ວງເວລາທີ່ເຕັມໄປດ້ວຍຄວາມທົດສອບ, ພວກເຮົາໄດ້ເຫັນປະຈັກຕາ ບັນດາຮູບພາບທີ່ສວຍງາມ, ແບບຢ່າງຍອມເສຍສະຫຼະຊີວິດເພື່ອວົງຄະນະຍາດໃນໝູ່ປະຊາຊົນທຸກຊັ້ນຄົນ. ນັ້ນແມ່ນບັນດາທ່ານໝໍ, ນາງພະຍາບານ, ນັກຮົບ, ຜູ້ອາສາສະໝັກ ບໍ່ຫວາດຫວັ່ນຕໍ່ຄວາມເປັນອັນຕະລາຍຢູ່ເຂດເກີດໂລກລະບາດ, ນັ້ນແມ່ນບັນດາຜູ້ເຖົ້າຜູ້ແກ່ໄດ້ນຳເອົາຈຳນວນເງິນຝາກປະຢັດຂອງຕົນເພື່ອສະໜັບສະໜູນ ຊ່ວຍເຫຼືອກອງທຶນປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 ; ນັ້ນແມ່ນພວກຫຼານເຍົາວະຊົນ ອະນຸຊົນ ໄດ້ແຕ້ມບັນດາຮູບພາບທີ່ສວຍງາມ, ແຕ່ງບັນດາບົດກາບກອນທີ່ມ່ວນໆ ຫຼືຂຽນຈົດໝາຍທີ່ ເປັນໜ້າຕຶ້ນຕັນໃຈ ສະແດງຄວາມໃຝ່ຝັນ, ອາລົມຈິດຄວາມຮັກແພງຕໍ່ບັນດາແພດໝໍ ກໍຄືຄວາມເຊື່ອໝັ້ນຕໍ່ກຳລັງແຮງຫວຽດນາມໃນໄລຍະທົດສອບຂອງໂລກລະບາດ…

ໃນຈຸດເວລານີ້ ກໍຍັງມີຊາວຫວຽດນາມທີ່ເປັນລູກຮັກຫຼານແພງຂອງປະເທດຊາດພວມຢູ່ແນວໜ້າຕ້ານໂລກລະບາດ; ບັນດານັກຮົບພວມເວນຍາມປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ປົກປັກຮັກສາເຂດຊາຍແດນ, ໝູ່ເກາະ ໃນຕະຫຼອດວັນ ແລະ ຄືນ ຫຼືພວກອ້າຍເອື້ອຍນ້ອງ ພະນັກງານ ທີ່ເຮັດວຽກຢູ່ຫຼາຍຂະແໜງອາຊີບ ສືບຕໍ່ສຸມຈິດສຸມໃຈກັບວຽກງານ, ບໍ່ສາມາດຕ້ອນຮັບບຸນເຕັດພ້ອມກັບຄອບຄົວໄດ້.

ພັກ, ລັດ ແລະ ປະຊາຊົນມີຄວາມເຄົາລົບນັບຖືຕໍ່ບັນດາຄວາມມານະພະຍາຍາມ ອອກແຮງງານເພື່ອຄວາມຮັບຜິດຊອບຕໍ່ວົງຄະນະຍາດສັງຄົມ. ປະເທດຊາດຈາລຶກຄຸນງາມຄວາມດີ, ຄວາມເສຍສະຫຼະຂອງພໍ່ແມ່ພີນ້ອງ, ສະຫາຍ, ເຄົາລົບນັບຖື ນ້ຳໃຈອວາຍໜ້າເມືອຫາປະເທດຊາດຂອງພໍ່ແມ່ພີນ້ອງເຮົາພວມອາໄສຢູ່ຕ່າງປະເທດ ແລະ ການຊ່ວຍເຫຼືອຈາກເພື່ອນມິດສາກົນ.

ບັນດາຄວາມທົດສອບນີ້ເອງ ຍິ່ງເປັນການຫຼໍ່ຫຼອມໃຫ້ພວກເຮົາເພີ່ມກຳລັງແຮງແຫ່ງນ້ຳໃຈສາມັກຄີ ເປັນຈິດໜຶ່ງໃຈດຽວ, ກຳລັງແຮງແຫ່ງເຈດຈຳນົງແລະ ຄວາມຍຶດໝັ້ນ, ສົມກັບເປັນຄຸນທາດ ອົງອາດກ້າຫານຂອງປູ່ຍ່າຕາຍາຍພວກເຮົາໃນຕະຫຼອດໄລຍະປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ຜ່ານໄລຍະແຫ່ງອະລິຍະທຳນັບພັນປີ.

ຂໍອວຍພອນທຸກໆຄອບຄົວຊາວຫວຽດນາມທີ່ຮັກແພງ ໄດ້ຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ, ເຕັມໄປດ້ວຍຄວາມອົບອຸ່ນ ແລະ ປອດໄພ. ຂໍອວຍພອນຊາວຫວຽດນາມແຕ່ລະຄົນ, ພໍ່ແມ່ພີນ້ອງເຮົາ, ປີໃໝ່ປີຂານ 2022 ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດ ແລະ ຜາສຸກ.

ຂໍຂອບໃຈ ແລະ ອວຍພອນປີໃໝ່.

vovworld.vn

ເຫດການ