ປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ອູແກຣນ ແລະເອກອັກຄະລັດຖະທູດ ການາດາ ມາຍື່ນສານຕາຕັ້ງ

15:00 | 29/05/2022

ຕອນບ່າຍວັນທີ 26 ພຶດສະພາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Gaman Oleksandr, ເອກອັກຄະລັດຖະທູດ ອູແກຣນ ແລະ ທ່ານເອກອັກຄະລັດຖະທູດ ການາດາ Shawn Perry Steil ມາຍື່ນສານຕາຕັ້ງ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ
ການາດາ ປາດຖະໜາຢາກເປີດກວ້າງການຮ່ວມມືກັບຫວຽດນາມ ການາດາ ປາດຖະໜາຢາກເປີດກວ້າງການຮ່ວມມືກັບຫວຽດນາມ
ປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ອູແກຣນ ແລະເອກອັກຄະລັດຖະທູດ ການາດາ ມາຍື່ນສານຕາຕັ້ງ
ທ່ານເອກອັກຄະລັດຖະທູດ ອູແກຣນ Gaman Oleksandr ຍື່ນສານຕາຕັ້ງເຖິງທ່ານປະທານປະເທດ ຫງວຽນຊວນຟຸກ. ພາບ: ສໍານັກຂ່າວສານຫວຽດນາມ.

ເມື່ອຕ້ອນຮັບທ່ານເອກອັກຄະລັດຖະທູດ ອູແກຣນ, ທ່ານ ຫງວຽນຊວນຟຸກ ອວຍພອນທ່ານເອກອັກຄະລັດຖະທູດ ມາຮັບໜ້າທີ່ການທູດຢູ່ຫວຽດນາມ ແລະ ເນັ້ນໜັກວ່າ: ຍາມໃດ ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານກັບ ອູແກຣນ. ທ່ານໃຫ້ຮູ້ວ່າ: ຫວຽດນາມໄດ້ຕົກລົງໜູນຊ່ວຍມະນຸດສະທຳ 500.000 ໂດລາສະຫະລັດ ໃຫ້ແກ່ປະຊາຊົນ ອູແກຣນ ພ້ອມທັງ ພ້ອມແລ້ວທີ່ຈະຮ່ວມມືເຂົ້າຮ່ວມການສ້າງສາ ອູແກຣນ ຄືນໃໝ່.

ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດ ການາດາ Shawn Perry Steil ປະຈຳຫວຽດນາມ, ທ່ານປະທານປະເທດ ສະເໜີ ທ່ານເອກອັກຄະລັດຖະທູດ ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດບູລິມະສິດ.

ກ່ຽວກັບບັນຫາສາກົນ ແລະພາກພື້ນ, ທ່ານປະທານປະເທດ ຫງວຽນຊວນຟຸກ ຊີ້ແຈ້ງ: ຫວຽດນາມຊົມເຊີຍ ການາດາ ເພີ່ມທະວີການຮ່ວມມືກັບອາຊີ-ປາຊີຟິກ, ຜ່ານນັ້ນ ປະກອບສ່ວນຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ. ຫວຽດນາມປາດຖະໜາຢາກໃຫ້ ການາດາ ຮັບຮອງເອົາຍຸດທະສາດ ມະຫາສະໝຸດອິນເດຍ-ປາຊີຟິກ ເພື່ອສືບຕໍ່ສະແດງຄຳໝັ້ນສັນຍາຢ່າງແຮງກ່ຽວກັບການສະໜັບສະໜູນບົດບາດໃຈກາງຂອງອາຊຽນ, ການພົວພັນຄູ່ຮ່ວມມືຮອບດ້ານອາຊຽນ - ການາດາ.

la.qdnd.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.