ຮອງປະທານປະເທດຫວຽດນາມ ພົບປະເຈລະຈາກັບຮອງປະທານປະເທດລາວ

14:35 | 28/04/2022

ໂດຍໄດ້ຮັບຄໍາເຊີນຂອງທ່ານນາງ ຫວໍທິແອ໊ງຊວນ ຮອງປະທານປະເທດຫວຽດນາມ, ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດລາວ ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ໃນ ລະຫວ່າງວັນທີ 25-27 ເມສາ ປີ 2022.

ຮອງປະທານປະເທດຫວຽດນາມ ສິ້ນສຸດການຢ້ຽມຢາມເອີລົບ ຢ່າງຈົບງາມ ຮອງປະທານປະເທດຫວຽດນາມ ສິ້ນສຸດການຢ້ຽມຢາມເອີລົບ ຢ່າງຈົບງາມ
ທ່ານນາງ  ດັ້ງ ທິ້ ງອກ ທິ້ງ ຮອງປະທານປະເທດຫວຽດນາມ ພົບປະກັບປະທານາທິບໍດີ ສະວິດ ທ່ານນາງ ດັ້ງ ທິ້ ງອກ ທິ້ງ ຮອງປະທານປະເທດຫວຽດນາມ ພົບປະກັບປະທານາທິບໍດີ ສະວິດ
ຮອງປະທານປະເທດຫວຽດນາມ ພົບປະເຈລະຈາກັບຮອງປະທານປະເທດລາວ
ທ່ານນາງ ຫວໍທິແອ໊ງຊວນ ຮອງປະທານປະເທດຫວຽດນາມ ແລະທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດລາວ ທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ.

ຕອນເຊົ້າວັນທີ 26 ເມສາ, ພາຍຫຼັງພິທີຕ້ອນຮັບທີ່ສໍານັກງານປະທານປະເທດ, ທ່ານທາງ ຫວໍທິແອ໊ງຊວນ ຮອງປະທານປະເທດຫວຽດນາມ ໄດ້ດໍາເນີນການພົບປະເຈລະຈາກັບທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດລາວ.

ທີ່ການພົບປະເຈລະຈາ, ຮອງປະທານປະເທດສອງທ່ານ ໄດ້ເນັ້ນໜັກເຖິງຄວາມໝາຍ ແລະຄຸນຄ່າຂອງການເພີ່ມພູນຄູນສ້າງ, ປັບປຸງສາຍພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ສະໜິດຕິດພັນ, ນໍ້າໃຈສາມັກຄີແບບພິເສດ ຫວຽດນາມ-ລາວ ຢ່າງບໍ່ຢຸດຢັ້ງ ຕໍ່ກັບຄວາມໝັ້ນຄົງ ແລະການພັດທະນາຂອງແຕ່ລະປະເທດ. ສອງຝ່າຍສະແດງຄວາມປິຕິຊົມຊື່ນຕໍ່ບາດກ້າວພັດທະນາໃໝ່ ໃນການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ.

ເມື່ອແລກປ່ຽນກ່ຽວກັບການກໍານົດທິດຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະສັນສືບຕໍ່ຮັກສາການຢ້ຽມຢາມ, ການພົບປະຂັ້ນສູງໃນທຸກຊ່ອງທາງໃຫ້ເປັນປົກກະຕິ, ສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ຢ່າງເຂັ້ມງວດ ແລະມີປະສິດທິຜົນ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີ, ຍົກສູງປະສິດທິຜົນໃນການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຄົມມະນາຄົມຂົນສົ່ງ, ການສຶກສາ-ກໍ່ສ້າງ, ການແລກປ່ຽນວັດທະນະທໍາ-ກິລາ, ການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆຂອງສອງປະເທດ...

ກ່ອນໜ້ານັ້ນ, ໃນຕອນເຊົ້າວັນດຽວກັນ, ທ່ານນາງ ປານີ ຢາທໍ່ຕູ້ ໄດ້ໄປວາງພວງມາລາ, ເຂົ້າສຸສານໄຫວ້ອາໄລ ປະທານໂຮ່ຈີມິນ ແລະວາງພວງມາລາທີ່ອະນຸສາວະລີບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ຖະໜົນບັກເຊີນ, ຮ່າໂນ້ຍ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.