ປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດໂຮນລັງ, ສະວິດ ເຂົ້າຢ້ຽມອຳລາ

13:56 | 14/07/2022

ຍສໝ - ໃນຕອນເຊົ້າ ວັນທີ 12 ກໍລະກົດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຕ້ອນຮັບເອກອັກຄະລັດຖະທູດໂຮນລັງ ທ່ານ Elsbeth Akkermann ແລະ ເອກອັກຄະລັດຖະທູດ ສະວິດ ທ່ານ Ivo Sieber ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ສສ ຫວຽດນາມ.

ປະທານປະເທດ ຫງວຽນຊວນຟຸກ: ພັກ, ລັດ ຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ປະທານປະເທດ ຫງວຽນຊວນຟຸກ: ພັກ, ລັດ ຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ
ປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ອູແກຣນ ແລະເອກອັກຄະລັດຖະທູດ ການາດາ ມາຍື່ນສານຕາຕັ້ງ ປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ອູແກຣນ ແລະເອກອັກຄະລັດຖະທູດ ການາດາ ມາຍື່ນສານຕາຕັ້ງ
ພາບ: TTXVN
ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຕ້ອນຮັບເອກອັກຄະລັດຖະທູດໂຮນລັງ ທ່ານ Elsbeth Akkermann. ພາບ: TTXVN

ໃນການຕ້ອນຮັບເອກອັກຄະລັດຖະທູດໂຮນລັງ ທ່ານ Elsbeth Akkermann, ທ່ານປະທານປະເທດ ຫງວຽນຊວນຟຸກ ຢືນຢັນວ່າ, ໂຮນລັງ ຍາມໃດກໍລ້ວນແຕ່ເປັນຄູ່ຮ່ວມມືດ້ານການຄ້າແຖວໜ້າ ແລະ ແມ່ນນັກລົງທຶນໃຫຍ່ຂອງ ສະຫະພາບເອີລົບ (EU) ຢູ່ ຫວຽດນາມ. ທ່ານປະທານປະເທດ ໃຫ້ຮູ້ວ່າ: ປັດຈຸບັນບັນດາກົນໄກຮ່ວມມືກັບຄູ່ຮ່ວມມື ຍຸດທະສາດກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຄຸ້ມຄອງແຫຼ່ງນ້ຳ (2010) ແລະ ຄູ່ຮ່ວມມືຍຸດທະສາດກ່ຽວກັບກະສິກຳແບບຍືນຍົງ ແລະ ການຄ້ຳປະກັນສະບຽງອາຫານ (2014) ໄດ້ຮັບການຮັກສາໄວ້ ແລະ ຜັນຂະຫຍາຍຢ່າງມີປະສິດທິຜົນ.

ເພື່ອເປີດກວ້າງການຮ່ວມມືດ້ານເສດຖະກິດແບບໝູນວຽນ, ຫັນເປັນດີຈີຕອນ, ພະລັງງານໝູນໃຊ້ຄືນ, ການຂົນສົ່ງ – ຂົນສົ່ງທາງທະເລ, ການເຕີບໂຕສີຂຽວ ແລະ ພັດທະນາແບບໝັ້ນຄົງ ໂດຍສະເພາະແມ່ນເຂດທົ່ງພຽງແມ່ນໍ້າຂອງ….. ທ່ານປະທານປະເທດຢືນຢັນວ່າ: ຫວຽດນາມ ຈະສືບຕໍ່ຮຽນຮູ້ບົດຮຽນຈາກໂຮນລັງ, ພ້ອມກັນນັ້ນ ກໍສະເໜີໃຫ້ທັງສອງປະເທດຍູ້ແຮງໃນການແລກປ່ຽນຄະນະຜູ້ແທນໂດຍກົງ, ພິເສດແມ່ນຂັ້ນສູງ; ສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມືເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງທັງສອງປະເທດ .

ທີ່ການຕ້ອນຮັບ ເອກອັກຄະລັດຖະທູດ ສະວິດ ທ່ານ Ivo Sieber, ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ: ສະວິດແມ່ນຄູ່ຮ່ວມມືເສດຖະກິດທີ່ສຳຄັນຂອງ ຫວຽດນາມ; ສະເໜີໃຫ້ສະວິດ ຊຸກຍູ້ໃນການເຈລະຈາສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ກຸ່ມແລກປ່ຽນການຄ້າເສລີ ເອີລົບ - EFTA (ລວມມີ 4 ປະເທດ ສະວິດ, ນອກແວ, ໄອແລນ, ເລັກເຕນສະເຕນ) ໃຫ້ສໍາເລັດ, ທ່ານປະທານປະເທດຖືວ່າ ສັນຍາສະບັບນີ້ຈະເປີດຫຼາຍໂອກາດໃຫ້ແດ່ການລົງທຶນ, ເຮັດທຸລະກິດຢູ່ຫວຽດນາມ ພິເສດແມ່ນ ການເງິນ-ການທະນາຄານ, ປະກັນໄພ, ອຸດສາຫະກຳປຸງແຕ່ງ, ການຢາ, ປຸງແຕ່ງຜະລິດຕະພັນກະເສດ, ການທ່ອງທ່ຽວ.

ໄຊພອນ

302 Found

Found

The document has moved here.