ຮອງປະທານປະເທດລາວ ຖະຫວາຍທູບທຽນໄວ້ອາໄລປະທານໂຮ່ຈີມິນ

11:38 | 29/06/2022

ຫວ່າງແລ້ວນີ້, ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ໄປຖະຫວາຍທູບທຽນ ດອກໄມ້ ໄວ້ອາໄລປະທານໂຮ່ຈີມິນ ທີ່ເຂດປູຊະນີຍະສະຖານກິມລຽນ (ເມືອງນາມດ່ານ, ແຂວງເງະອານ).

ຮອງປະທານປະເທດລາວ ໄດ້ຮັບຫຼຽນລະດັບຊາດຂອງຍີ່ປຸ່ນ ຮອງປະທານປະເທດລາວ ໄດ້ຮັບຫຼຽນລະດັບຊາດຂອງຍີ່ປຸ່ນ
ຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ-ລາວ ເຂົ້າຢ້ຽມຂ່ຳນັບທ່ານ ພັນຄຳ ວິພາວັນ ຜູ້ປະຈຳການຄະນະເລຂາ, ຮອງປະທານປະເທດລາວ ຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ-ລາວ ເຂົ້າຢ້ຽມຂ່ຳນັບທ່ານ ພັນຄຳ ວິພາວັນ ຜູ້ປະຈຳການຄະນະເລຂາ, ຮອງປະທານປະເທດລາວ
ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ ຖະຫວາຍທູບທຽນໄວ້ອາໄລປະທານໂຮ່ຈີມິນ. ພາບ: baonghean.vn
ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ ຖະຫວາຍທູບທຽນໄວ້ອາໄລປະທານໂຮ່ຈີມິນ. ພາບ: baonghean.vn

ທີ່ເຂດປູຊະນີຍະສະຖານກິມລຽນ, ທ່ານ ບຸນທອງ ຈິດມະນີ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນ ໄດ້ສະແດງຄວາມເຄົາລົບນັບຖືອັນເລິກເຊິ່ງຕໍ່ປະທານໂຮ່ຈີມິນ - ນັກປະຕິວັດທີ່ມີຄວາມເກັ່ງກ້າສາມາດຂອງຂະບວນການກອມມູນິດ ແລະກໍາມະກອນສາກົນ. ເພິ່ນໄດ້ອຸທິດ, ເສຍສະຫຼະໃຫ້ພາລະກິດປົດປ່ອຍຊາດ, ປົດປ່ອຍຊົນຊັ້ນ, ຕໍ່ສູ້ໃຫ້ສັນຕິພາບ ແລະຄວາມຜາສຸກຂອງຊາດຫວຽດນາມ ແລະປະຊາຊົນຢູ່ໃນໂລກ.

ທ່ານ ບຸນທອງ ຈິດມະນີ ໄດ້ບັນທຶກໃສ່ປຶ້ມອະນຸສອນ: “ຂ້າພະເຈົ້າ ມີຄວາມເປັນກຽດ ແລະສະເທືອນໃຈທີ່ສຸດ ເມື່ອໄດ້ມາຢ້ຽມຢາມເຂດປູຊະນີຍະສະຖານກິມລຽນ ບ້ານເກີດເມືອງນອນຂອງປະທານໂຮ່ຈີມິນ ທີ່ແສນເຄົາລົບຮັກ ແລະໄດ້ຖະຫວາຍທູບທຽນໄວ້ອາໄລ-ເພິ່ນໄດ້ທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງໃຫ້ນໍ້າໃຈມິດຕະພາບແບບພິເສດລະຫວ່າງສອງປະເທດ ລາວ-ຫວຽດນາມ”...

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.