ຫວຽດນາມ ແລະລາວ ຊຸກຍູ້ການຮ່ວມມືລະຫວ່າງສອງຫ້ອງວ່າການປະທານປະເທດຢ່າງແໜ້ນແຟ້ນ ແລະມີປະສິດທິຜົນ

19:07 | 21/06/2022

ຫວ່າງແລ້ວນີ້, ທີ່ທໍານຽບປະທານປະເທດ, ທ່ານ ເລແຄ໊ງຫາຍ ຫົວໜ້າຫ້ອງວ່າການປະທານປະເທດຫວຽດນາມ ໄດ້ມີການພົບປະກັບທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ ແຫ່ງ ສປປ ລາວ ທີ່ພວມຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.

ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນລະຫວ່າງຫວຽດນາມ ແລະລາວ ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນລະຫວ່າງຫວຽດນາມ ແລະລາວ
ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ແລະລາວ ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ແລະລາວ
ຫວຽດນາມ ແລະລາວ ຊຸກຍູ້ການຮ່ວມມືລະຫວ່າງສອງຫ້ອງວ່າການປະທານປະເທດຢ່າງແໜ້ນແຟ້ນ ແລະມີປະສິດທິຜົນ
ທ່ານ ເລແຄ໊ງຫາຍ ຫົວໜ້າຫ້ອງວ່າການປະທານປະເທດຫວຽດນາມ ພົບປະກັບທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ ແຫ່ງ ສປປ ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະ, ທ່ານ ເລແຄ໊ງຫາຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງຫ້ອງວ່າການສືບຕໍ່ໄດ້ຮັບການຮັກສາ ແລະບັນລຸໄດ້ບັນດາໝາກຜົນຕັ້ງໜ້າຫຼາຍຢ່າງ. ເພື່ອເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນດ້ານວິຊາການ ແລະສະໜັບສະໜູນເຊິ່ງກັນ ແລະກັນໃນຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ທ່ານ ເລແຄ໊ງຫາຍ ປາດຖະໜາວ່າ ສອງຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກວ່າອີກ ເພື່ອພ້ອມກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ໃຫ້ມີປະສິດທິຜົນ ແລະຈັດຕັ້ງບັນດາເຫດການສະເຫຼີມສະຫຼອງປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022 ໃຫ້ປະສົບຜົນສຳເລັດ.

ພ້ອມກັນນັ້ນ, ສອງຝ່າຍກໍ່ຮັກສາ ແລະແລກປ່ຽນຄະນະຜູ້ແທນໃນແຕ່ລະປີລະຫວ່າງສອງຫ້ອງວ່າການ ເພື່ອແລກປ່ຽນ ແລະຖອດຖອນບົດຮຽນເຊິ່ງກັນ ແລະກັນ, ພ້ອມທັງຮັດແໜ້ນສາຍພົວພັນມິດຕະພາບອ້າຍນ້ອງລະຫວ່າງສອງຫ້ອງວ່າການ ບົນເນື້ອໃນຈິດໃຈການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ທ່ານນາງ ເຂັມມະນີ ພົນເສນາ ໃຫ້ຮູ້ວ່າ ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍຈະຕີລາຄາໝາກຜົນທີ່ບັນລຸໄດ້ໃນຂໍ້ຕົກລົງລະຫວ່າງສອງຫ້ອງວ່າການ ທີ່ໄດ້ລົງນາມໃນປີ 2021; ພ້ອມກັນນັ້ນ, ທ່ານນາງໄດ້ສະແດງຄວາມປາດຖະໜາຢາກແລກປ່ຽນ ແລະຖອດຖອນບົດຮຽນອັນລ້ຳຄ່າໃນວຽກງານເສນາທິການ ແລະຊ່ວຍວຽກໃຫ້ການນຳພັກ ແລະລັດຂອງຫ້ອງວ່າການປະທານປະເທດ ຫວຽດນາມ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.