ປະທານປະເທດ ຕ້ອນຮັບອະດີດເອກອັກຄະລັດຖະທູດພິເສດ ຫວຽດນາມ - ຍີ່ປຸ່ນ

18:36 | 20/08/2022

ຕອນບ່າຍວັນທີ 19 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ Sugi Ryotaro ອະດີດເອກອັກຄະລັດຖະທູດພິເສດຫວຽດນາມ - ຍີ່ປຸ່ນ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ໄຂງານບຸນ ຫວຽດນາມ - ຍີ່ປຸ່ນ 2022 ໄຂງານບຸນ ຫວຽດນາມ - ຍີ່ປຸ່ນ 2022
ທີມບານເຕະຍິງ U.18 ຫວຽດນາມ ເລີ່ມຝຶກແອບຢູ່ ຍີ່ປຸ່ນ ທີມບານເຕະຍິງ U.18 ຫວຽດນາມ ເລີ່ມຝຶກແອບຢູ່ ຍີ່ປຸ່ນ

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວນຟຸກ ຕີລາຄາສູງ ແລະສະແດງຄວາມຂອບອົກຂອບໃຈຕໍ່ທ່ານ Sugi Ryotaro ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາການພົວພັນມິດຕະພາບຫວຽດນາມ-ຍີ່ປຸ່ນ ໃນຕະຫຼອດ 30 ປີຜ່ານມາ, ຜ່ານການຍູ້ແຮງການຮ່ວມມືທາງດ້ານວັດທະນະທຳ, ຈັດຕັ້ງງານພົບປະແລກປ່ຽນສະແດງສິລະປະຂະໜາດໃຫຍ່ ຫວຽດນາມ-ຍີ່ປຸ່ນ.

ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Sugi Ryotaro ອະດີດເອກອັກຄະລັດຖະທູດພິເສດຫວຽດນາມ - ຍີ່ປຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Sugi Ryotaro ອະດີດເອກອັກຄະລັດຖະທູດພິເສດຫວຽດນາມ - ຍີ່ປຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ

ສິ່ງດັ່ງກ່າວໄດ້ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ທີ່ພວມຢູ່ໃນໄລຍະພັດທະນາຢ່າງແຮງ ແລະຮອບດ້ານດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ.

ທ່ານ Sugi Ryotaro ໃຫ້ຮູ້ວ່າ ໃນຖານະເປັນທີ່ປຶກສາອາວຸໂສໃຫ້ກະຊວງສາທາລະນະສຸກ, ແຮງງານ ແລະສະຫວັດດີການຍີ່ປຸ່ນ, ທ່ານສະແດງຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ - ຍີ່ປຸ່ນ ໃນຂົງເຂດສົ່ງເສີມສຸຂະພາບປະຊາຊົນ.

ດ້ວຍເລື່ອງຍີ່ປຸ່ນ ສະໜອງ ODA ໃຫ້ຫວຽດນາມ ໃນຂົງເຂດສາທາລະນະສຸກ ແລະສົ່ງເສີມສຸຂະພາບປະຊາຊົນ, ທ່ານປາດຖະໜາຢາກສືບຕໍ່ແມ່ນຂົວຕໍ່ຊຸກຍູ້ການເຄື່ອນໄຫວຮ່ວມມືນີ້. ຄຽງຂ້າງນັ້ນ, ໃນຖານະເປັນທີ່ປຶກສາພິເສດກ່ຽວກັບການສະກັດກັ້ນ, ຕ້ານອາດຊະຍາກຳຂອງກະຊວງຍຸຕິທຳ ຍີ່ປຸ່ນ ທ່ານປາດຖະໜາຢາກຮ່ວມມືກັບຫວຽດນາມ ໃນຂົງເຂດນີ້.

ກອ​ງ​ທັບ​

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.