ທ່ານປະທານປະເທດ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຄັ້ງທີ 1 ຄະນະຊີ້ນຳການກໍ່ສ້າງແຜນຮ່າງສະຫຼຸບຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່

07:38 | 12/02/2022

ຍ​ສ​ໝ - ຕອນເຊົ້າວັນທີ 10 ກຸມພາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳການກໍ່ສ້າງແຜນຮ່າງ “ສະຫຼຸບ 10 ປີ ແຫ່ງການປະຕິບັດມະຕິສູນກາງພັກ ຄັ້ງທີ 8 ຊຸດທີ XI ກ່ຽວກັບຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່” ໄດ້ຈັດວາລະປະຊຸມທຳອິດ ພາຍໃຕ້ການເປັນປະທານຂອງ ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ຫົວໜ້າຄະນະຊີ້ນຳ.

ທ່ານປະທານປະເທດ ຫງວຽນຊວັນຟຸກ ອວຍພອນບຸນເຕັດຢູ່ນະຄອນ ດ່ານັ້ງ ທ່ານປະທານປະເທດ ຫງວຽນຊວັນຟຸກ ອວຍພອນບຸນເຕັດຢູ່ນະຄອນ ດ່ານັ້ງ
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ: ທົ່ວສັງຄົມສະຫງວນສິ່ງທີ່ດີທີ່ສຸດໃຫ້ແກ່ເດັກເພື່ອອະນາຄົດຂອງປະເທດຊາດ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ: ທົ່ວສັງຄົມສະຫງວນສິ່ງທີ່ດີທີ່ສຸດໃຫ້ແກ່ເດັກເພື່ອອະນາຄົດຂອງປະເທດຊາດ
ທ່ານປະທານປະເທດ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຄັ້ງທີ 1 ຄະນະຊີ້ນຳການກໍ່ສ້າງແຜນຮ່າງສະຫຼຸບຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: TTXVN)

ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຢືນຢັນຄວາມມານະພະຍາຍາມຢ່າງໃຫຍ່ຫຼວງຂອງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ທີ່ໄດ້ປະກອບສ່ວນເຂົ້າໃນການສ້າງຜົນງານໃນຮອບເວລາ 10 ປີ ແຫ່ງການປະຕິບັດມະຕິທີ່ສຳຄັນນີ້. ຕາມນັ້ນແລ້ວ, ໄດ້ສຸມໃສ່ສ້າງບັນດາລະບອບລະບຽບການພັດທະນາ, ປັບປຸງ, ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ເປັນເຈົ້າການໄປກ່ອນ, ຮັບເອົາ, ກຳແໜ້ນສະພາບການ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ ແລະ ເໜືອການຄາດໝາຍ; ເດັດດ່ຽວ, ຢຶດໝັ້ນຕໍ່ການປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ; ປົກປ້ອງພັກ, ລັດ, ປະຊາຊົນ ແລະ ລະບອບສັງຄົມນິຍົມ, ຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ.

ພ້ອມດຽວກັນນັ້ນ, ການພົວພັນຕ່າງປະເທດກໍໄດ້ຮັບການເພີ່ມທະວີ; ກໍ່ສ້າງກຳລັງຕຳຫຼວດປະຊາຊົນປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ; ບັນດາເຫຼົ່າທັບ, ເຫຼົ່າຮົບ ນັບມື້ນັບຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່ໄດ້ເປັນຢ່າງດີກວ່າ… ພິເສດ, ກຳລັງປະກອບອາວຸດ, ໂດຍກົງແມ່ນກອງທັບ ແລະ ຕຳຫຼວດ ໄດ້ເຕີບໃຫຍ່ເຂັ້ມແຂງ ນັບທັງດ້ານຄຸນນະພາບ ແລະ ປະລິມານ, ແມ່ນກຳລັງຫຼັກແຫຼ່ງແກ່ນສານໃນການປົກປັກຮັກສາປະເທດຊາດ.

ທ່ານ​ປະ​ທ​ານ​ປະ​ເທດ​ສະ​ເໜີ​ຄວນ​ເພີ່ມ​ເຕີມ, ປະ​ຕິ​ບັດ​ສຳ​ເລັດ​ຂໍ້​ກຳ​ນົດ​ການ​ເຮັດ​ວຽກ, ບັນ​ດາ​ຮ່າງ​ເອ​ກະ​ສານ ເພື່​ອ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ບັນ​ດາ​ສະ​ມາ​ຊິກ​ຄະ​ນະ​ຊີ້​ນຳ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ຄຳ​ເຫັນ, ທັດ​ສະ​ນະ​ໃໝ່, ບັນ​ດາ​ບັນ​ຫາ​ໃໝ່, ກຳ​ນົດ​ແຜນ​ຮ່າງ​ສະຫຼຸບ​ມະ​ຕິ​ຂອງ​ກອງ​ປະ​ຊ​ຸມ​ໃຫຍ່​ຄັ້ງ​ທີ 8 ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XI ແມ່ນ​ສຳ​ຄັນ​ທີ່​ສຸດ, ດັ່ງ​ນັ້ນ ຕ້ອງ​ມີ​ເນື້ອ​ໃນ​ຢ່າງ​ແທດ​ຈິງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.