ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍດອກໄມ້ຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ, ພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ສິງກະໂປ

16:11 | 27/02/2022

ໃນຊີວິດແຫ່ງການເຄື່ອນໄຫວປະຕິວັດ, ທ່ານປະທານ ໂຮ່ຈີມິນ ໄດ້ໄປ ສິງກະໂປ 2 ຄັ້ງ, ນັ້ນແມ່ນໃນເດືອນ ມີນາ 1930 ແລະ ເດືອນ ມັງກອນ 1933.

ສະພາບການຊາວຫວຽດນາມ ອາໄສຢູ່ ​ຢູແກຼນ ບໍ່ມີຄວາມວຸ່ນວາຍຫຼາຍ ສະພາບການຊາວຫວຽດນາມ ອາໄສຢູ່ ​ຢູແກຼນ ບໍ່ມີຄວາມວຸ່ນວາຍຫຼາຍ
ນັກຊ່ຽວຊານ ສິງກະໂປ ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຈະໄດ້ຮັບຜົນປະໂຫຍດຫຼາຍພໍສົມຄວນຈາກ RCEP ນັກຊ່ຽວຊານ ສິງກະໂປ ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຈະໄດ້ຮັບຜົນປະໂຫຍດຫຼາຍພໍສົມຄວນຈາກ RCEP
ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຖະຫວາຍດອກໄມ້ຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ (ພາບ: TTXVN)
ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຖະຫວາຍດອກໄມ້ຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ (ພາບ: TTXVN)

ໂດຍສືບຕໍ່ລາຍການຢ້ຽມຢາມທາງລັດຖະກິດຢູ່ປະເທດ ສິງກະໂປ, ຕອນເຊົ້າວັນທີ 26 ກຸມພາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຖະຫວາຍດອກໄມ້ຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ. ໃນຊີວິດແຫ່ງການເຄື່ອນໄຫວປະຕິວັດ, ທ່ານປະທານ ໂຮ່ຈີມິນ ໄດ້ໄປ ສິງກະໂປ 2 ຄັ້ງ, ນັ້ນແມ່ນໃນເດືອນ ມີນາ 1930 ແລະ ເດືອນ ມັງກອນ 1933.

ແລະກໍ່ໃນຕອນເຊົ້າຂອງວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສິງກະໂປ. ທ່ານປະທານປະເທດ ຫງວຽນຊວັນຟຸກ ຕີລາຄາສູງຕໍ່ເລື່ອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສິງກະໂປ ຍາມໃດກໍ່ອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ ແລະ ຫວັງວ່າ ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ທີ່ນີ້ ຈະສືບຕໍ່ປະກອບຄຳເຫັນຢ່າງສຸດຈິດສຸດໃຈຕໍ່ພັກ, ລັດ, ນຳປະເທດຊາດກ້າວຂຶ້ນ.

vovworld.vn

ເຫດການ
302 Found

Found

The document has moved here.