ສ້າງເງື່ອນໄຂສະດວກໃຫ້ບັນດາເອກອັກຄະລັດຖະທູດ ປະຈຳ ຫວຽດນາມ

10:37 | 13/03/2022

ຍສໝ - ຕອນບ່າຍວັນທີ 9 ມີນາ, ຢູ່ທຳນຽບປະທານປະເທດ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບເອກອັກຄະ ລັດຖະທູດປະເທດຕ່າງໆເຂົ້າຍື່ນສານຕາຕັ້ງ.

ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄປຢ້ຽມຢາມ ແລະຕັ້ງປ້າຍຊື່ສຳນັກງານໃໝ່ຂອງສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄປຢ້ຽມຢາມ ແລະຕັ້ງປ້າຍຊື່ສຳນັກງານໃໝ່ຂອງສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ
ເອກອັກຄະລັດຖະທູດ ແລະພະນັກງານສະຖານທູດຫວຽດນາມ ປະຈຳ ເຢຍລະມັນ ໄດ້ໄປຍັງສະຖານທູດລາວ ປະຈຳ Berlin ເພື່ອອວຍພອນປີໃໝ່ລາວ ເອກອັກຄະລັດຖະທູດ ແລະພະນັກງານສະຖານທູດຫວຽດນາມ ປະຈຳ ເຢຍລະມັນ ໄດ້ໄປຍັງສະຖານທູດລາວ ປະຈຳ Berlin ເພື່ອອວຍພອນປີໃໝ່ລາວ

ທີ່ການຕ້ອນຮັບທ່ານ Ernest Mbaimba Ndomahina, ເອກອັກຄະລັດຖະທູດ ສາທາລະນະລັດເຊຍຣາ ເລອອນ, ທ່ານປະທານປະເທດ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ ໃນອາຍຸການປະຕິບັດວຽກງານທາງການທູດຢູ່ຫວຽດນາມ, ທ່ານເອກ ອັກຄະລັດຖະທູດ ຈະມານະພະຍາມປະກອບສ່ວນນຳການພົວພັນລະຫວ່າງ ສອງປະເທດພັດທະນາຂຶ້ນສູ່ລະດັບສູງໃໝ່; ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ຂຸດຄົ້ນກຳລັງບົ່ມຊ້ອນທີ່ໃຫຍ່ຫຼວງຂອງສອງປະເທດໃຫ້ດີກວ່າອີກ.

ໃນການຕ້ອນຮັບທ່ານ Ganesh Prasad Dhakal ເອກອັກຄະລັດຖະທູດ ສາທາລະນະລັດ ປະຊາທິປະໄຕ ສະຫະພັນເນປານ, ທ່ານປະທານປະເທດ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືການພົວພັນຮ່ວມມືກັບ ເນປານ ເປັນ ສຳຄັນ; ສະເໜີໃຫ້ສອງປະເທດຍູ້ແຮງການເຄື່ອນໄຫວຮ່ວມມືໃນຂົງເຂດຕ່າງໆຄື ແລກປ່ຽນວັດທະນະທຳ, ການທ່ອງທ່ຽວ ແລະພິເສດແມ່ນຍົກສູງວົງເງິນ ການຄ້າສອງຝ່າຍ.

ສ້າງເງື່ອນໄຂສະດວກໃຫ້ບັນດາເອກອັກຄະລັດຖະທູດ ປະຈຳ ຫວຽດນາມ
ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຕ້ອນຮັບທ່ານ Carlos Humberto Jiménez Licona ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດກົວເຕມາລາ. ພາບ: TTXVN

ເມື່ອແລກປ່ຽນກັບທ່ານ Carlos Humberto Jiménez Licona ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດກົວເຕມາລາ, ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໃຫ້​ຮູ້​ວ່າ: ຫວຽດນາມ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນຫຼາຍຢ່າງໃນຂົງເຂດ​​ການ​ຄ້າ ​ແລະການ​ລົງທຶນ, ​ແມ່ນ​ເງື່ອນ​ໄຂທີ່​ດີ ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ ກົວເຕມາລາ. ທ່ານ​ປະທານ​ປະ​ເທດ ປາດ​ຖະໜາ​ວ່າ ສອງປະ​ເທດ​ຈະ​ເອົາ​ໃຈ​ໃສ່​​ເຖິງ​ການ​ແລກປ່ຽນ ​ແລະການ​ຮ່ວມ​ມື​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ພາກ​ພື້ນ ​ແລະສາກົນ, ບັນຫາ​ຮັກສາ​ສັນຕິພາບ ​ແລະການ​ພັດທະນາ​ແບບ​ຍືນ​ຍົງກວ່າ​ອີກ.

ໃນການຕ້ອນຮັບທ່ານ Mohamed Jinah ເອກອັກຄະລັດຖະທູດ ສາທາລະນະລັດ ມານດິບ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຖືວ່າ ດ້ວຍຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຫຼາຍຢ່າງ, ມານດິບ ແລະ ຫວຽດນາມ ມີຄວາມຄ້າຍຄືກັນໃນທິດທາງພັດທະນາເສດຖະກິດ, ພິເສດແມ່ນ ດ້ານການທ່ອງທ່ຽວ, ນີ້ແມ່ນເງື່ອນໄຂສະດວກເພື່ອຊຸກຍູ້ການພົວພັນຮ່ວມ ມືສອງຝ່າຍໃນໄລຍະຈະມາເຖິງ. ທ່ານ​ປະ​ທານ​ປະ​ເທດ ​ສະ​ເໜີ​ໃຫ້​ສອງ​ຝ່າຍ​ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ຂົງ​ເຂດເດີນ​ທະ​ເລ, ຮັບມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ...

ໃນການຕ້ອນຮັບທ່ານ Jaime Yorquis Francisco Rodrigue ເອກອັກຄະລັດ ຖະທູດແຫ່ງສາທາລະນະລັດ ໂດມີນີກາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ຊົມເຊີຍເລື່ອງ ໂດມີນີກາ ເປີດສະຖານທູດປະຈໍາ ຫວຽດນາມ; ນີ້​ແມ່ນ​ເຫດການ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງສອງປະ​ເທດ. ທ່ານ​ປະທານ​ປະ​ເທດ ປາດ​ຖະໜາ​ວ່າ ສອງຝ່າຍ​ຈະ​ມານະ​ພະຍາຍາມ​ກວ່າ​ອີກ​ເພື່ອ​ຜັນຂະຫຍາຍບັນດາ​ມາດ​ຕະການ​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ກ່ອນ​ອື່ນ​ໝົດ​ແມ່ນ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະທຸກ​ຂັ້ນ; ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ​ສອງ​ຝ່າຍ.

ບູນມີ

ເຫດການ
302 Found

Found

The document has moved here.