ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບ ທ່ານນາງເອກອັກຄະລັດຖະທູດ Robyn Mudie

11:30 | 20/06/2022

ຍສໝ-ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ມີການຕ້ອນຮັບເອກອັກຄະລັດຖະທູດ ອົດສະຕາລີ, ທ່ານນາງ Robyn Mudie ມາຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການເຮັດ​ວຽກຢູ່ຫວຽດນາມ.

ທ່ານລັດຖະມົນຕີ ໂຕເລີມ ຕ້ອນຮັບ ທ່ານເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ອົດສະຕາລີ ປະຈໍາ ຫວຽດນາມ ທ່ານລັດຖະມົນຕີ ໂຕເລີມ ຕ້ອນຮັບ ທ່ານເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ອົດສະຕາລີ ປະຈໍາ ຫວຽດນາມ
ທ່ານປະທານປະເທດ ຫງວຽນຊວັນຟຸກ ອວຍພອນວັນບຸນວິສາຂະບູຊາຢູ່ນະຄອນ ໂຮ່ຈີມິນ ທ່ານປະທານປະເທດ ຫງວຽນຊວັນຟຸກ ອວຍພອນວັນບຸນວິສາຂະບູຊາຢູ່ນະຄອນ ໂຮ່ຈີມິນ
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບ ທ່ານນາງເອກອັກຄະລັດຖະທູດ Robyn Mudie
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບ ທ່ານນາງເອກອັກຄະລັດຖະທູດ Robyn Mudie ( ພາບ: TTXVN)

ໂດຍການຕີລາຄາສູງ ທ່ານນາງ Robyn Mudie ໄດ້ປະຕິບັດໜ້າທີ່ຢ່າງສໍາເລັດຜົນດີເລີດທີ່ ຫວຽດນາມ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ ໄດ້ເລິກເຊິ່ງກວ່າ, ທ່ານປະທານປະເທດ ຫງວຽນຊວນຟຸກ ກໍສະແດງຄວາມຊົມເຊີຍ ທ່ານນາງເອກອັກຄະລັດຖະທູດ ໄດ້ມອບຫຼຽນໄຊມິດຕະພາບ, ເຊິ່ງເປັນລາງວັນອັນປະເສີດເລີດລໍ້າຂອງລັດ ຫວຽດນາມ ໃຫ້ແກ່ບັນດາຄວາມ​ມານະ​ພະຍາຍາມ ​ແລະ ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ​ຂອງ​ທ່ານ​ນາງເອກ​ອັກຄະ​ລັດຖະທູດ ​ໃນການ​ພັດທະນາ​ການ​ພົວພັນ​ມິດຕະພາບລະຫວ່າງສອງປະ​ເທດ.

ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານປະທານປະເທດ ສະແດງຄວາມຫວັງວ່າ ອົດສະຕາລີ ຈະສືບຕໍ່ສະໜັບສະໜູນທັດສະນະຂອງ ຫວຽດນາມ ນັ້ນແມ່ນ ຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມໝັ້ນຄົງສະຫງົບສຸກ, ຄວາມປອດໄພ, ສິດເສລີໃນການເດີນເຮືອ ແລະ ການບິນ; ປົກປ້ອງສິດ ແລະ ຜົນປະໂຫຍດຖືກຕ້ອງຕາມກົດໝາຍ, ແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ຜ່ານການເຈລະຈາ ບົນພື້ນຖານເຄົາລົບກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ທ່ານປະທານປະເທດ ກໍຫວັງວ່າ ສອງຝ່າຍຈະຊຸກຍູ້ການຮ່ວມມືໃນບັນດາຂົງເຂດຄື ການປ່ຽນແປງຂອງດິນຟ້າອາກາດ, ເສດຖະກິດດິຈິຕອນ, ການເຕີບໂຕສີຂຽວ, ພະລັງງານຜະລິດຄືນໃໝ່…

ສ່ວນທ່ານນາງເອກອັກຄະລັດຖະທູດ Robyn Mudie ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ເຖິງວ່າຈະຮັບໜ້າທີ່ໃໝ່ກໍຕາມ, ແຕ່ຍາມໃດທ່ານນາງກໍຈະມານະພະຍາຍາຍາມໃຫ້ແກ່ການຊຸກຍູ້ການພົວພັນລະຫວ່າງສອງປະເທດ, ໃນນັ້ນ ມີຄວາມມານະພະຍາຍາມໃນການຍົກລະດັບການພົວພັນລະຫວ່າງສອງປະເທດໃຫ້ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2023 ເນື່ອງໃນໂອກາດສະເຫຼີມສະຫຼອງ50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອົດສະຕາລີ.

ຫອມມາລາ

ເຫດການ
302 Found

Found

The document has moved here.