ປະທານປະເທດ ຫງວຽນຊວນຟຸກ

ເຊື່ອໝັ້ນຕໍ່ກໍາລັງແຮງ ຢຽນຮົ່ງ ຂອງຊາດ

14:29 | 07/02/2022

ພະຍາດໂຄວິດ-19, ດ້ວຍຜົນສະທ້ອນທີ່ຫຍໍ້ທໍ້ກະທົບຕໍ່ສຸຂະພາບຂອງມະນຸດ ແລະພື້ນຖານເສດຖະກິດໂລກ, ເມື່ອເບິ່ງໃນຫຼາຍແງ່ມູມແລ້ວ, ແມ່ນຮ້າຍແຮງທີ່ສຸດເຊິ່ງບໍ່ເຄີຍມີມາກ່ອນໃນປະຫວັດສາດມວນມະນຸດ. ເຖິງຢ່າງໃດກໍ່ຕາມ, ໃນຄວາມຫຍຸ້ງຍາກນັ້ນ, ຄວາມເຊື່ອໝັ້ນຂອງປະຊາຊົນ, ເພື່ອນມິດສາກົນທີ່ມີຕໍ່ການຕັດສິນໃຈດ້ານການເມືອງຂອງພວກເຮົາ, ຕໍ່ທາດແທ້ຂອງລະບອບເຮົາໄດ້ແຜ່ຂະຫຍາຍຢ່າງໃສແຈ້ງອີກເທື່ອໜຶ່ງ.

ທີມບານເຕະຍິງແຫ່ງຊາດຫວຽດນາມເປັນຄັ້ງທຳອິດສາມາດເຂົ້າແຂ່ງຂັນທີ່ງານແຂ່ງຂັນກິລາບານເຕະໂລກ ທີມບານເຕະຍິງແຫ່ງຊາດຫວຽດນາມເປັນຄັ້ງທຳອິດສາມາດເຂົ້າແຂ່ງຂັນທີ່ງານແຂ່ງຂັນກິລາບານເຕະໂລກ
ActionAid International ໃນປີ 2022: 3 ຂົງເຂດບຸລິມະສິດໜູນຊ່ວຍຫວຽດນາມ ActionAid International ໃນປີ 2022: 3 ຂົງເຂດບຸລິມະສິດໜູນຊ່ວຍຫວຽດນາມ
ເຊື່ອໝັ້ນຕໍ່ກໍາລັງແຮງ ຢຽນຮົ່ງ ຂອງຊາດ
ປະທານປະເທດ ຫງວຽນຊວນຟຸກ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ຕາແສງ ບາ, ເມືອງດົງຢາງ, ແຂວງກວ້າງນາມ (ວັນທີ 15-11-2021). ພາບ: ສໍານັກຂ່າວສານຫວຽດນາມ.

ການແຜ່ລະບາດຂອງພະຍາດໂຄວິດ-19 ໃນຄັ້ງທີ 4 ນີ້, ດ້ວຍການແຜ່ລະບາດຢ່າງແຮງຂອງໄວຣັດສາຍພັນ Delta, ຂ້າພະເຈົ້າເຊື່ອໝັ້ນຕໍ່ກໍາລັງແຮງ ຢຽນຮົ່ງ ຂອງຊາດເຮົາ, ນໍ້າໃຈສາມັກຄີສູງສຸດຂອງປະຊາຊົນເຮົາ; ຄວາມເຊື່ອໝັ້ນຕໍ່ການຕັດສິນໃຈຂອງລັດຖະບານ, ຂອງໝົດທຸກຄົນກ່ຽວກັບປະເທດຫວຽດນາມ ສາມາດຄວບຄຸມ, ຍູ້ຖອຍພະຍາດໂຄວິດ-19 ໃຫ້ໄດ້; ເພື່ອໃຫ້ຫວຽດນາມ ສືບຕໍ່ສ້າງຂີດໝາຍແຫ່ງການພັດທະນາໃໝ່.

ຂ້າພະເຈົ້າ ສະແດງຄວາມພາກພູມໃຈອັນເລິກເຊິ່ງຕໍ່ຄວາມເມດຕາກະລຸນາ, ຄວາມອົດທົນ ແລະອົງອາດກ້າແກ່ນໃນຍາມຍາກເຂັນ, ສິ່ງທົດສອບນາໆປະການຂອງພໍ່ແມ່ປະຊາຊົນເຮົາ ເຖິງວ່າປະສົບຄວາມຫຍ້ງຍາກລໍາບາກກໍ່ຕາມແຕ່ກໍ່ຍັງມີຄວາມປະເອີບໃຈສາມັກຄີກັນເປັນຈິດໜຶ່ງໃຈດຽວ. ມູນເຊື້ອ “ຮັກແພງອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະກັນ”, ເຈດຈໍານົງບືນຕົວຂຶ້ນໃນສະພາບຫຍຸ້ງຍາກເຊິ່ງຍາມໃດກໍ່ແມ່ນຄຸນທາດທີ່ຍິ່ງໃຫຍ່, ສ້າງທຸກໄຊຊະນະ, ນໍາເອົາກຽດສະຫງ່າມາໃຫ້ຊາດຫວຽດນາມ”. (ຄັດສະເໜີບົດກ່າວປາໄສຮັບຕໍາແໜ່ງຂອງທ່ານ ຫງວຽນຊວນຟຸກ ປະທານປະເທດ ແຫ່ງ ສສ ຫວຽດນາມ ທີ່ກອງປະຊຸມຄັ້ງປະຖົມມະເລີກ, ສະພາແຫ່ງຊາດ ຊຸດທີ XV).

la.qdnd.vn

ເຫດການ
302 Found

Found

The document has moved here.