ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດບັນດາປະເທດ ມາຢ້ຽມອຳລາ

11:00 | 23/07/2022

ຍສໝ-ຕອນເຊົ້າວັນທີ 19 ກໍລະກົດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ໂອມານ ແລະ ທ່ານເອກອັກຄະລັດຖະທູດ ເຊັກ ມາຢ້ຽມອຳລາເນື່ອງໃນໂອກາດໂອກາດສິ້ນສຸດອາຍຸການເຮັດ​ວຽກຢູ່ຫວຽດນາມ.

ທ່ານປະທານປະເທດ ຫງວຽນຊວນຟຸກ ອວຍພອນບຸນປີໃໝ່ Chol chnam thmay ທ່ານປະທານປະເທດ ຫງວຽນຊວນຟຸກ ອວຍພອນບຸນປີໃໝ່ Chol chnam thmay
ປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບ ທ່ານນາງ ປອ Kusumi Mari, ປະທານບໍລິສັດ ການສຶກສາທາງການແພດ ຈຳກັດ ຍີ່ປຸ່ນ. ປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບ ທ່ານນາງ ປອ Kusumi Mari, ປະທານບໍລິສັດ ການສຶກສາທາງການແພດ ຈຳກັດ ຍີ່ປຸ່ນ.
ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດບັນດາປະເທດ ມາຢ້ຽມອຳລາ
ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດ ໂອມານ Saleh Mohamed Ahmed Al Saqri ( ພາບ: TTXVN)

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ໂອມານ Saleh Mohamed Ahmed Al Saqri, ທ່ານປະທານປະເທດ ຫງວຽນຊວນຟຸກ ສະເໜີວ່າ ໃນໄລຍະຈະມາເຖິງນີ້, ທັງສອງຝ່າຍຈະຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຈັດກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງທີ 4 ລະຫວ່າງກະຊວງການຕ່າງປະເທດ ສອງປະເທດ, ໃນເດືອນ ກັນຍາ 2022 ແລະ ກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ ຄັ້ງທີ 4 ກ່ຽວກັບການຮ່ວມມືດ້ານເສດຖະກິດ ໂດຍໄວ.

ທ່ານເອກອັກຄະລັດຖະທູດ ໂອມານ Saleh Mohamed Ahmed Al Saqri ໃຫ້ຮູ້ວ່າ ທັງສອງປະເທດໄດ້ລົງນາມສັນຍາ 10 ສະບັບ, ບົດບັນທຶກຊ່ວຍຈຳການຮ່ວມມື 3 ສະບັບ ໃນຫຼາຍຂົງເຂດ, ນີ້ແມ່ນປະຖົມປັດໄຈສຳຄັນເພື່ອຊ່ວຍປັບປຸງ ແລະ ເພີ່ມທະວີສາຍພົວພັນການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງກວ່າອີກ. ກອງທຶນລົງທຶນລວມຂອງ ຫວຽດນາມ - ໂອມານ ໃນໄລຍະຜ່ານມາ ໄດ້ລົງທຶນຢ່າງມີປະສິດທິຜົນໃນບັນດາຂົງເຂດເຊັ່ນ ສາທາລະນະສຸກ, ການສຶກສາ, ພັດທະນາພື້ນຖານໂຄງລ່າງ… ທ່ານເອກອັກຄະລັດຖະທູດ ໂອມານ ກໍປາດຖະໜາວ່າ ທັງສອງຝ່າຍຈະສືບຕໍ່ເປີດກ້ວາງກອງທຶນດັ່ງກ່າວນີ້.

ທີ່ການຕ້ອນຮັບ ທ່ານເອກອັກຄະລັດຖະທູດ ເຊັກ Vitezslav Grepl, ທ່ານປະທານປະເທດ ປາດຖະໜາວ່າ, ໃນວາລະດໍາລົງຕໍາແໜ່ງເປັນປະທານໝູນວຽນ ສະພາເອີລົບ (EU), 6 ເດືອນທ້າຍປີ 2022, ສ. ເຊັກ ຈະຊຸກຍູ້ບັນດາປະເທດ EU ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ (EVIPA) ໂດຍໄວ ເຊິ່ງ ເຊັກ ໄດ້ຮັບຮອງເອົາກ່ອນໝູ່, ພ້ອມກັນນັ້ນ ກໍສະໜັບສະໜູນບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ແລະ ຊຸກຍູ້ EU ຍົກເລີກ “ບັດເຫຼືອງ IUU” ສຳລັບສິນໃນນ້ຳໂດຍໄວ. ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ກໍ​ສະແດງຄວາມຊົມເຊີຍຕໍ່ ບໍລິສັດລົດໃຫຍ່ SKODA ຂອງ ​ເຊັກ​ ທີ່ໄດ້ສ້າງຕັ້ງ​ ​ຮ່ວມ​ທຸລະກິດເພື່ອ​ຜະລິດ​ລົດ​ໃຫຍ່​ຢູ່ ຫວຽດນາມ ​ແລະ ກໍໃຫ້ຮູ້ວ່າ ຫວຽດນາມ ຍາມ​ໃດ​ກໍ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ນັກ​ລົງທຶນ, ​ໃນ​ນັ້ນ​ມີ​ນັກ​ລົງທຶນ​ຂອງ ​ເຊັກ​.

ຫອມມາລາ

ເຫດການ
302 Found

Found

The document has moved here.