ຫຼັງຈາກທີ່ລັດຖະບານໄດ້ອອກແຈ້ງການກ່ຽວກັບການປັບຂຶ້ນຄ່າແຮງຂັ້ນຕ່ຳສຸດຂອງຜູ້ອອກແຮງງານຢູ່ລາວຈາກ 9 ແສນກີບ ມາເປັນ 1,10 ລ້ານກີບ ໃນປີ 2018, ມາຮອດປະຈຸບັນທົ່ວປະເທດສາມາດປະຕິບັດໄດ້ແລ້ວ 80% ແລະຍັງອີກ 20% ແມ່ນຍັງບໍ່ສາມາດປະຕິບັດໄດ້ຕົ້ນຕໍແມ່ນຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະກາງ (SME) ບັນດາໂຮງງານຕັດຫຍີບ, ທຸລະກິດຄົວເຮືອນ ແລະແຮງງານເຮັດວຽກຊົ່ວຄາວອື່ນໆ
ຮອງນາຍົກລັດຖະມົນຕີເນັ້ນ ຂະແໜງອຸດສາຫະກຳ ແລະ ການຄ້າ (ອຄ) ເອົາໃຈໃສ່ ອຳນວຍຄວາມສະດວກການ ດຳເນີນທຸລະກິດ ເພື່ອແກ້ ໄຂຄວາມຫຍຸ້ງຍາກຂອງເສດຖະ ກິດມະຫາພາກ ແລະ ສ້າງບັນ ຍາກາດທີ່ເອື້ອອໍານວຍໃຫ້ພາກທຸລະກິດ, ການຜະລິດ, ການຄ້າ, ການບໍລິການ ສືບຕໍ່ດຶງດູດ ແລະ ສົ່ງເສີມການລົງທຶນເຂົ້າໃນການຜະລິດສິນຄ້າ ເພື່ອຊົມໃຊ້ຢູ່ພາຍໃນ ແລະ ສົ່ງອອກຕິດພັນກັບການຂະຫຍາຍຕະຫຼາດ.
ການດຳເນີນກອງປະຊຸມສະໄໝາສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 7 ທັນວາ 2018, ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ໄດ້ຮັບຟັງການສະເໜີຮ່າງກົດ ໝາຍ ວ່າດ້ວຍການດຳເນີນທຸລະກິດສະບັບປັບປຸງ ຈາກ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາ ຄານ ແຫ່ງ ສປປ ລາວ, ເຊິ່ງໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນ ໃນການປັບປຸງຄືນໃໝ່ ເນື່ອງຈາກຜ່ານການຈັດຕັ້ງປະຕິບັດຕົວຈິງ ໃນໄລຍະຜ່ານມາ ເຫັນວ່າຍັງມີຫລາຍອັນບໍ່ທັນສອດຄ່ອງ. ຈາກນັ້ນ, ໄດ້ເປີດໂອກາດໃຫ້ ສສຊ ຄົ້ນຄວ້າພິຈາລະນາ ແລະ ປະກອບຄຳເຫັນ ເພື່ອໃຫ້ມີເນື້ອໃນສົມບູນ ແລະ ຄົບຖ້ວນ ທັງສາມາດຮັບຮອງເອົາຮ່າງກົດໝາຍດັ່ງກ່າວ.
ຕອນຄ່ຳວັນທີ 13 ຕຸລາ, ສະຫະສະມາຄົມ ວິສາຫະກິດ ນະຄອນ ໂຮ່ຈີມິນ ໄດ້ຈັດລາຍການສະເຫຼີມສະຫຼອງວັນນັກທຸລະກິດ ຫວຽດນາມ ຄົບຮອບ 14 ປີ ( 13 ຕຸລາ 2004 – 13 ຕຸລາ 2018) ແລະ ເຊີດຊູນັກທຸລະກິດ ແລະ ວິສາຫະກິດດີເດັ່ນ ນະຄອນ ໂຮ່ຈິມິນ ປີ 2018.
ໃນວັນທີ 4 ຕຸລາ 2018, ທີ່ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມ ພົບປະລະຫວ່າງລັດ ແລະ ເອກກະຊົນ ພາຍໃຕ້ຫົວຂໍ້ “ພາກທຸລະກິດ, ບັນຫາໃນປັດຈຸບັນ ແລະ ທາງອອກໃນຕໍ່ໜ້າ” ໂດຍການເປັນປະທານຂອງ ທ່ານ ຄໍາພັນ ພົມມະທັດ ຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູງການພັກ, ໂດຍໃຫ້ກຽດ ເຂົ້າຮ່ວມໂອ້ລົມ ຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ.
ຍສໝ - ໄຜ່ຜັນຢາກກັບຄືນບ້ານເກີດເມືອງນອນສ້າງສາພັດທະນາ, ນັກທຸລະກິດຊາຍໜຸ່ມ ເຫວ້ ດຳເນີນທຸລະກິດ ຫຼາຍຂົງເຂດ ປະສົບຜົນສຳເລັດຢູ່ແຜ່ນດິນ ລາວ.
ຍສໝ - ຕອນແລງຂອງວັນທີ 13 ກັນຍາ ໃນຂອບເຂດກອງປະຊຸມເວທີ ປຶກສາຫາລື ເສດຖະກິດໂລກ ກ່ຽວກັບອາຊຽນປີ 2018 (WEF ASEAN) ກອງປະຊຸມສຸດຍອດ ທຸລະກິດ ຫວຽດນາມ (VBS) 2018 ໄດ້ຈັດຂື້ນທີ່ ຮ່າໂນ້ຍ ທ່ານນາຍົກລັດຖະມົນຕີ ຫງວ໋ຽນຊົນ ຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ ກອງປະຊຸມ.
ໃນວັນທີ 6 ກັນຍາ 2018, ຢູ່ ທີ່ນະຄອນຫຼວງວຽງຈັນ ໄດ້ຈັດພິທີລົງນາມ ສັນຍາ ທຶນຊ່ວຍເຫລືອລ້າ ຂອງ ທະນາຄານພັດທະນາອາຊີ (ເອດີບີ) ສະໜອງທຶນ 40,5 ລ້ານໂດລາສະຫະລັດ ຊ່ວຍເຫລືອ ສປປ ລາວ ເພື່ອນຳໃຊ້ເຂົ້າໃນໂຄງການສົ່ງເສີມ ລະບົບຕ່ອງໂສ້ການຜະລິດກະສິກຳ ເປັນສິນຄ້າ ທີ່ເປັນມິດກັບສິ່ງແວດລ້ອມ.
ຍສໝ - ສອງວັນທີ່ຜ່ານມາ, ຢູ່ທີ່ ສູນສົ່ງເສີມ ການຄ້າ ແລະ ການລົງທືນ ນະຄອນ ໂຮ່ຈີ໋ມິງ ໄດ້ປະສານສົມທົບກັບ ກົງສຸນໃຫຍ່ລາວ ປະຈຳ ນະຄອນໂຮ່ຈີ໋ມິງ ຈັດກອງປະຊຸມສຳມະນາ "ຕະຫຼາດ ລາວ - ສະພາບການຕົວຈິງ ແລະ ທ່າແຮງບົ່ມຊ້ອນ ດ້ານການຄ້າ ແລະ ການລົງທືນ" ເພື່ອຊ່ວຍໃຫ້ນັກທຸລະກິດ ຫວຽດນາມ ມີໂອກາດລົງທືນ ທຸລະກິດ ຢູ່ປະເທດ ລາວ.
ຍສໝ - ໃນວັນທີ 23-24 ສິງຫາ, 2018 ເຊິ່ງແມ່ນສ່ວນໜຶ່ງຂອງການມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ຂອງ ສະພາທຸລະກິດສະຫະລັດ-ອາຊຽນ, ຜູ້ນໍາຈາກບັນດາບໍລິສັດຂະໜາດໃຫຍ່ຂອງສະຫະລັດອາເມລິກາ ໄດ້ພົບປະກັບລັດຖະບານຂອງ ສປປ ລາວ ທີ່ ນະຄອນຫຼວງວຽງຈັນ ເປົ້າໝາຍຫຼັກຂອງການມາຢ້ຽມຢາມຄັ້ງນີ້ ແມ່ນສົນທະນາກ່ຽວກັບວິທີການໃໝ່ໆໃນການຂະຫຍາຍການຄ້າ ແລະ ການລົງທຶນ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ.
ສອງວັນທີ່ຜ່ານມາ, ບໍລິສັດໃຫຍ່ໄຟຟ້າພາກກາງຫວຽດນາມ ໄດ້ສົມທົບກັບກຸ່ມບໍລິສັດໄຟຟ້າລາວ ຈັດກອງປະຊຸມຄຸ້ມຄອງເຕັກນິກ ແລະດໍາເນີນທຸລະກິດຂາຍໄຟຟ້າຫວຽດນາມ-ລາວ.
ການແກ້ໄຂບັນຫາ ຂໍ້ຫຍຸ້ງຍາກຕ່າງໆ ທີ່ພາກທຸລະກິດໄດ້ປະເຊີນຢູ່ ແລະ ແຜນການຂອງລັດຖະບາ ໃນການປັບປຸງສະພາບແວດລ້ອມ ຂອງການດຳເນີນທຸລະກິດໃນລາວ, ການປັບປຸງກົດໝາຍ ແລະ ກົດລະບຽບຕ່າງໆ ເປັນພຽງສ່ວນໜຶ່ງທີ່ຈຳເປັນ ຕໍ່ການຂະຫຍາຍຕົວ ຂອງພາກທຸລະກິດເທົ່ານັ້ນ, ສິ່ງສຳຄັນ ແມ່ນຕ້ອງຮັບ ປະກັນວ່າກົດໝາຍ ແລະ ລະບຽບການຕ່າງໆ ແມ່ນຈະໄດ້ຈັດຕັ້ງປະຕິບັດ ຢ່າງມີປະສິດທິພາບໃນທຸກລະດັບ, ການຄຸ້ມຄອງບໍລິຫານຂອງພາກລັດ ແລະ ກົນໄກການປຶກສາຫາລື.
ຍສໝ - ອີງໃສ່ສະພາບການຕົວຈິງ, ສະຖາບັນການສຶກສາ ຂັ້ນມະຫາວິທະຍາໄລ ຕ້ອງພິຈາລະນາ, ປັບປຸງ ແຜນການການສຶກສາ ກ່ຽວກັບ ຫົວຂໍ້, ເນື້ອໃນ ກ່ຽວກັບການເລີ່ມວິຊາຊີບ ຈະປ່ຽນແປງແນວຄິດ ຕາມທິດທາງອັດຄ່າງຄ່ອງແຄ້ວ ເໝາະສົມ ກັບຂະແໜງການສຶກສາ.
ທະນາຄານແຫ່ງ ສປປ ລາວ ໄດ້ຈັດຕັ້ງກອງປະຊຸມ ພົບປະທະນາຄານທຸລະກິດ ທົ່ວປະເທດ ປະຈໍາປີ 2016 ຢ່າງເປັນທາງການໃນວັນທີ 3 ກຸມພາ 2017 ທີ່ນະຄອນຫຼວງວຽງຈັນ ເຊິ່ງໄດ້ດໍາເນີນມາເປັນເວລາໜຶ່ງມື້ ໂດຍການໃຫ້ກຽດເປັນປະທານຂອງທ່ານ ສົມພາວ ໄຟສິດ ກໍາມະການສູນກາງພັກ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ນອກນີ້ ຍັງມີຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຮອງລັດຖະມົນຕີກະຊວງການເງິນ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າ ໄມ້, ຄະນະທະນາຄານແຫ່ງ ສປປ ລາວ 4 ພາກ, ບັນດາທະນາຄານທຸລະກິດໃນທົ່ວປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ແຫລ່ງຂ່າວສໍານັກຂ່າວສານປະເທດລາວ ໃຫ້ຮູ້ວ່າ: ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ອອກຂໍ້ຕົກລົງສະບັບເລກທີ 0060/ອຄ, ລົງວັນທີ 12 ມັງກອນ 2017 ວ່າດ້ວຍທຸລະກິດຂາຍກົງ ເພື່ອຄຸ້ມຄອງການດຳເນີນທຸລະກິດປະເພດດັ່ງກ່າວໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ພາຍຫລັງເຫັນວ່າທຸລະກິດປະເພດນີ້ໄດ້ມີການເຄື່ອນໄຫວຢ່າງແຜ່ຫລາຍແຕ່ຍັງບໍ່ມີລະບຽບຄຸ້ມຄອງສະເພາະ.