ສະພາແຫ່ງ ພິຈາລະນາ-ຮັບຮອງ ຮ່າງກົດໝາຍ ວ່າດ້ວຍການດຳເນີນທຸລະກິດ

15:59 | 07/12/2018

ການດຳເນີນກອງປະຊຸມສະໄໝາສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 7 ທັນວາ 2018, ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ໄດ້ຮັບຟັງການສະເໜີຮ່າງກົດ ໝາຍ ວ່າດ້ວຍການດຳເນີນທຸລະກິດສະບັບປັບປຸງ ຈາກ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາ ຄານ ແຫ່ງ ສປປ ລາວ, ເຊິ່ງໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນ ໃນການປັບປຸງຄືນໃໝ່ ເນື່ອງຈາກຜ່ານການຈັດຕັ້ງປະຕິບັດຕົວຈິງ ໃນໄລຍະຜ່ານມາ ເຫັນວ່າຍັງມີຫລາຍອັນບໍ່ທັນສອດຄ່ອງ. ຈາກນັ້ນ, ໄດ້ເປີດໂອກາດໃຫ້ ສສຊ ຄົ້ນຄວ້າພິຈາລະນາ ແລະ ປະກອບຄຳເຫັນ ເພື່ອໃຫ້ມີເນື້ອໃນສົມບູນ ແລະ ຄົບຖ້ວນ ທັງສາມາດຮັບຮອງເອົາຮ່າງກົດໝາຍດັ່ງກ່າວ.

ສະພາແຫ່ງ ພິຈາລະນາ-ຮັບຮອງ ຮ່າງກົດໝາຍ ວ່າດ້ວຍການດຳເນີນທຸລະກິດ

ກອງປະຊຸມສະໄໝາສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 7 ທັນວາ 2018.

ທ່ານ ສອນໄຊ ສິດພະໄຊ ຊີ້ໃຫ້ເຫັນວ່າ: ກົດໝາຍວ່າດ້ວຍການດຳເນີນທຸລະກິດ ໄດ້ຖືກຮັບ ຮອງ ແລະ ປະກາດໃຊ້ໃນປີ 2007, ຜ່ານການຈັດຕັ້ງປະຕິບັດ 10 ກວ່າປີ ຜ່ານມາມີຫລາຍບັນຫາ ຍັງບໍ່ທັນໜັກແໜ້ນ, ຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ໃນການສ້າງຕັ້ງ ທະນາ ຄານທຸລະກິດຍັງບໍ່ທັນສູງ; ການກຳນົດສິດ ແລະ ໜ້າທີ່ ຂອງສະພາບໍລິຫານ, ຜູ້ອຳນວຍການ ແລະ ຜູ້ບໍລິການອື່ນໆ ຍັງບໍ່ສອດຄ່ອງ, ຍັງບໍ່ທັນໄດ້ກຳນົດສິດ ແລະ ພັນທະ ກໍຄື ການປະຕິບັດໜ້າທີ່ຂອງຕົນຢ່າງເປັນເຈົ້າການ ອັນໄດ້ສ້າງບັນຫາທາງດ້ານສິນເຊື່ອ ທີ່ບໍ່ເກີດດອກອອກຜົນ. ກົດໝາຍສະບັບປັດຈຸບັນ ຍັງໄດ້ກຳນົດຂອບເຂດການເຄື່ອນໄຫວດ້ານການເງິນກວ້າງເກີນໄປ, ໂດຍບໍ່ໄດ້ກຳນົດເງື່ອນໄຂ ສຳລັບການດຳເນີນທຸລະກິດ ແຕ່ລະດ້ານຢ່າງຊັດເຈນ, ເມື່ອມີຕະຫລາດທຶນ ແລະ ຕະຫລາດການເງິນອື່ນໆ ເກີດຂຶ້ນ ຈຶ່ງຮຽກຮ້ອງໃຫ້ທະນາຄານທຸລະກິດ ຕ້ອງສ້າງເປັນນິຕິບຸກຄົນຕ່າງຫາກ ເປັນຕົ້ນ ທຸລະກິດປະກັນໄພ, ທຸລະກິດໃຫ້ເຊົ່າ, ທຸລະກິດຄ້ຳປະກັນ ຈາກການຈຳໜ່າຍ ແລະ ທຸລະກິດການຂາຍຫລັກຊັບ.

ສຳລັບການແກ້ໄຂພາວະວິກິດ ຂອງທະນາຄານແຫ່ງ ສປປ ລາວ ຍັງບໍ່ສາມາດປະຕິບັດມາດຕະການແຕ່ຫົວທີ ເພື່ອປ້ອງກັນ ແລະ ແກ້ໄຂ ບັນຫາຄວາມອ່ອນແອຂອງທະນາຄານທຸລະກິດ ທີ່ເກີດຂຶ້ນໃນໄລຍະຜ່ານມາ. ເຖິງວ່າຈະບໍ່ທັນມີທະນາຄານທຸລະກິດໃດລົ້ມລະລາຍ ແຕ່ມີບາງທະນາທຸລະກິດ ມີຄວາມສ່ຽງ, ເຊິ່ງເຫັນວ່າການແກ້ໄຂຍັງບໍ່ທັນສອດຄ່ອງ, ຊັກຊ້າ, ແກ່ຍາວ ສ້າງຜົນກະທົບແກ່ຜູ້ຝາກເງິນ. ສ່ວນການຄຸ້ມຄອງດ້ານຄວາມໝັ້ນຄົງ ຂອງທະນາຄານທຸລະກິດ ຕາມລະບຽບການຜ່ານມາ ໂດຍລວມ ແມ່ນມີປະສິດທິຜົນດີສົມຄວນ ແຕ່ຍັງບໍ່ທັນແທດເໝາະ ກັບສະພາບການໃນໄລຍະໃໝ່, ບໍ່ ສາມາດເປັນເຄື່ອງມືຊຸກຍູ້ ໃຫ້ແກ່ການເຄື່ອນໄຫວຕາມສະພາບແວດລ້ອມຕົວຈິງ, ເຊິ່ງເຮັດໃຫ້ການບໍລິ ການ ແລະ ການປ້ອງກັນຄວາມສ່ຽງຍັງຈຳກັດ. ນອກນີ້, ທະນາຄານທຸລະກິດ ຍັງມີຄວາມຈຳເປັນຕ້ອງມີການປັບຕົວ ແລະ ສ້າງເງື່ອນໄຂ ໃນການເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ (AEC) ໂດຍສະເພາະ ການປັບຕົວໃຫ້ເປັນທະນາຄານມາດຕະຖານອາຊຽນ.

ທ່ານຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ຍັງໃຫ້ຮູ້ອີກວ່າ: ຮ່າງກົດໝາຍສະບັບປັບປຸງນີ້, ປະກອບມີ 11 ພາກ, 14 ໝວດ ແລະ 106 ມາດຕາ; ສ່ວນກົດໝາຍສະບັບປັດຈຸບັນ ມີ 8 ພາກ 7 ໝວດ 89 ມາດຕາ, ເຊິ່ງມີການປັບປຸງຮຽບຮຽງເນື້ອໃນຄືນໃໝ່ 62 ມາດຕາ, ປັບປຸງການຂຽນ 21 ມາດຕາ, ເພີ່ມໃໝ່ 41 ມາດຕາ, ຮັກສາໄວ້ 2 ມາດຕາ ແລະ ຕັດອອກ 15 ມາດຕາ. ເນື້ອໃນຂອງຮ່າງກົດໝາຍສະບັບນີ້, ໄດ້ກຳນົດຫລັກການພື້ນຖານໃນການເຄື່ອນໄຫວ ແລະ ຄຸ້ມຄອງທະນາຄານທຸ ລະກິດ ເພື່ອໃຫ້ສອດຄ່ອງກັບໂຄງສ້າງ ຂອງກົດໝາຍໃນໄລຍະໃໝ່; ປັບປຸງຂອບເຂດການການຂໍອະ ນຸຍາດດຳເນີນທຸລະກິດທະນາຄານ ໃຫ້ສອດຄ່ອງກັບຂັ້ນຕອນທີ່ກຳນົດໄວ້ໃນກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ; ປັບປຸງທຶນຈົດທະບຽນຂອງທະນາຄານທຸລະກິດ ຈາກ 300 ຕື້ ຂຶ້ນເປັນ 500 ຕື້ກີບ, ປັບປຸງການລົງທຶນຕ່ຳສຸດ ຂອງສາຂາທະນາຄານ ຈາກ 100 ຕື້ ຂຶ້ນເປັນ 300 ຕື້ກີບ ເພື່ອໃຫ້ທະນາຄານທຸລະກິດມີຄວາມເຂັ້ນແຂງ.

ສິ່ງສຳຄັນ ໄດ້ເພີ່ມມາດຕະການແກ້ໄຂແຕ່ຫົວທີ ແກ່ທະນາຄານທຸລະກິດ ທີ່ຢູ່ໃນພາວະວິກິດ, ໂດຍທະນາຄານແຫ່ງ ສປປ ລາວ ຕ້ອງສ້າງລະບົບຕິດຕາມ ເພື່ອໃຫ້ສາມາດຮູ້ໄດ້ສາເຫດ ແລະ ວິທີການແກ້ໄຂຟື້ນຟູທີ່ເໝາະສົມ ຕໍ່ທະນາຄານທຸລະກິດທີ່ມີຄວາມອ່ອນແອ ໃຫ້ທັນກັບສະພາບການ, ຫລຸດຜ່ອນຄວາມສ່ຽງຕໍ່ເສດຖະກິດມະຫາພາກ ແລະ ປົກປ້ອງຜົນປະໂຫຍດຂອງຜູ້ຝາກເງິນໃນຕໍ່ໜ້າ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.