ນະຄອນ ໂຮ່ຈີ໋ມິງ ສ້າງເງື່ອນໄຂສະດວກໃຫ້ແກ່ ນັກທຸລະກິດຫວຽດ ສົ່ງເສີມການລົງທືນ ເຂົ້າສູ່ ປະເທດລາວ

15:57 | 30/08/2018

ຍສໝ - ສອງວັນທີ່ຜ່ານມາ, ຢູ່ທີ່ ສູນສົ່ງເສີມ ການຄ້າ ແລະ ການລົງທືນ ນະຄອນ ໂຮ່ຈີ໋ມິງ ໄດ້ປະສານສົມທົບກັບ ກົງສຸນໃຫຍ່ລາວ ປະຈຳ ນະຄອນໂຮ່ຈີ໋ມິງ ຈັດກອງປະຊຸມສຳມະນາ "ຕະຫຼາດ ລາວ - ສະພາບການຕົວຈິງ ແລະ ທ່າແຮງບົ່ມຊ້ອນ ດ້ານການຄ້າ ແລະ ການລົງທືນ" ເພື່ອຊ່ວຍໃຫ້ນັກທຸລະກິດ ຫວຽດນາມ ມີໂອກາດລົງທືນ ທຸລະກິດ ຢູ່ປະເທດ ລາວ.

ນະຄອນ ໂຮ່ຈີ໋ມິງ ສ້າງເງື່ອນໄຂສະດວກໃຫ້ແກ່ ນັກທຸລະກິດຫວຽດ ສົ່ງເສີມການລົງທືນ ເຂົ້າສູ່ ປະເທດລາວ

ສາຍພົວພັນການຄ້າ ລະຫວ່າງ ຫວຽດນາມ-ລາວ.

ສາຍພົວພັນການຄ້າ ລະຫວ່າງ ຫວຽດນາມ-ລາວ ນັບມື້ນັບພັດທະນາ, ສິນຄ້າ ລະຫວ່າງ ຫວຽດນາມ ແລະ ລາວ ນັບມື້ນັບມີຄວາມສະດວກຫຼາຍຂື້ນ ໃນການແລກປ່ຽນການຄ້າ.

ທ່ານ ສົມໄຊ ຊະນະມອນ ກົງສຸນໃຫຍ່ລາວ ຢູ່ນະຄອນໂຮ່ຈິ໋ມິງ ໄດ້ໃຫ້ສຳພາດວ່າ: ລັດຖະບານລາວ ເຫັນດີ ແລະ ໃຫ້ບູລິມະສິດ ນັກທຸລະກິດຫວຽດນາມ ລົງທືນ ດຳເນີນທຸລະກິດ ຢູ່ລາວ. ຫວຽດນາມ ແລະ ລາວ ສະໜິດແໜ້ນດ້ານພູມສັນຖານ ຍ້ອນແນວນັ້ນ ການເຄື່ອນໄຫວແລກປ່ຽນດ້ານເສດຖະກິດກໍ່ຄື ການໄປການມາ , ນຳເຂົ້າສົ່ງອອກສິນຄ້າ, ແຮງງານ ລະຫວ່າງສອງຊາດໃຫ້ມີຄວາມສະດວກ. ປະເທດລາວ ມີຄວາມສາມາດບົ່ມຊ້ອນ ທີ່ນັກທຸລະກິດ ຫວຽດນາມ ສາມາດຮ່ວມມືໃນການລົງທືນຄື: ພະລັງງານ, ສຳຫຼວດ, ຂຸດຄົ້ນ, ປຸງແຕ່ງແຮ່ທາດ, ປູກຕົ້ນໄມ້ອຸດສະຫະກຳ, ປຸງແຕ່ງສິນຄ້າກະສິກຳ...

ທ່ານ ສົມໄຊ ຊະນະມອນ “ເພື່ອດຶງດູດນັກລົງທືນຕ່າງປະເທດ ລັດຖະບານລາວ ກຳລັງຫຼຸດຜ່ອນກົດລະບຽບ, ຂັ້ນຕອນເປັນສິ່ງກີດຂວາງ ໃນການສ້າງຕັ້ງ ກໍ່ຄືການຂື້ນທະບຽນວິສາຫະກິດ, ຫຼຸດພາສີອາກອນ ແລະ ເພີ່ມທະວີ ພື້ນຖານໂຄງລ່າງ ... ປະຈຸບັນ ຫຼາຍວິສາຫະກິດ ກໍ່ຄືບໍລິສັດໄດ້ຮັບຄວາມສະດວກສະບາຍ ຍ້ອນລັດຖະບານລາວ ຊຸກຍູ້ ແລະ ສົ່ງເສີມການລົງທືນ ແລະ ສົ່ງອອກໄປ ລາວ; ຫຼາຍວິສາຫະກິດ ໄດ້ຜລິດ ແລະ ດຳເນີນທຸລະກິດ ຢູ່ ສປປ ລາວ ສະນັ້ນ ການເຊື່ອມຕໍ່ວິສາຫະກິດ-ທຸລະກິດຂອງລາວ ແມ່ນມີຄວາມສະດວກສະບາຍຫຼາຍກວ່າເກົ່າ. ອີງຕາມຂໍ້ຕົກລົງສະບັບ ປັບປຸງ ກ່ຽວກັບເຂດເສດຖະກິດ ຈຳເພາະ ແລະ ເຂດເສດຖະກິດພິເສດ (SEZs) ເຊິ່ງລັດຖະບານລາວໄດ້ ວາງອອກມາໃໝ່ນີ້, ບັນດານັກລົງທືນ ພາຍໃນ ແລະ ຕ່າງປະເທດ ໄດ້ຮັບຂໍ້ສະດວກ ທັງສິດທິພິເສດ ແລະ ສິ່ງເອື້ອອຳນວຍຕ່າງໆຫຼາຍຢ່າງ ກ່ຽວກັບພາສີ”

ອີງຕາມເອກກະສານ ກົມລົງທືນການຕ່າງປະເທດ - ກະຊວງ ແຜນການ ແລະ ການລົງທືນ ຫວຽດນາມ ໃນເດືອນ 5 ເດືອນຕົ້ນປີ 2018 ຫວຽດນາມ ໄດ້ລົງທືນຢູ່ 24 ປະເທດ , ໃນນັ້ນມີປະເທດລາວ ໂດຍມີມຸນຄ່າການລົງທືນເຖິງ 80,12 USD ກວມ 43,4% ຂອງທືນ ການລົງທືນຕ່າງປະເທດ ຂອງ ຫວຽດນາມ ອອກຕ່າງປະເທດ. ຜົນສຳເລັດດັ່ງກ່າວທີ່ໄດ້ມາ ແມ່ນຍ້ອນ ລັດຖະບານລາວ ໄດ້ຮັບການປັບປຸງເປັນຢ່າງດີ ການອອກໃບອະນຸຍາດ ການລົງທືນ ຢ່າງກະທັດຮັດ ແລະ ວ່ອງໄວ, ສ້າງຄວາມສະດວກສະບາຍໃຫ້ແກ່ນັກລົງທືນ.

ປີ 2017 ນະຄອນ ໂຮ່ຈີ໋ມິງ ກໍ່ໄດ້ຈັດຕັ້ງບັນດາກອງປະຊຸມ ສົ່ງເສີມການຄ້າ-ການລົງທືນ ຢູ່ 3 ແຂວງ-ນະຄອນ ຂອງ ລາວ ຄື: ນະຄອນຫຼວງວຽງຈັນ, ຈຳປາສັກ ແລະ ສະຫວັນນະເຂດ ໃນການໄປຢ້ຽມຢາມ ມິດຕະພາບ ຂອງຄະນະ ຜູ້ແທນອະວຸໂສ ນະຄອນ ໂຮ່ຈີ໋ມິງ ຢູ່ລາວ (ນັບຕັ້ງແຕ່ວັນ ທີ 25 ກໍລະກົດ ຮອດ ວັນທີ 1 ສິງຫາ 2017).

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.