ສືບຕໍ່ຊຸກຍູ້-ສົ່ງເສີມ ແລະ ແກ້ໄຂບັນຫາ ທີ່ພາໃຫ້ການດຳເນີນທຸລະກິດມີຄວາມຫຍຸ້ງຍາກ

16:40 | 17/05/2019

ເພື່ອ​ເປີດ​ໂອ­ກາດ​ໃຫ້​ນັກ­ທຸ­ລະ­ກິດ ແລະ ຜູ້​ປະ­ກອບ​ການ ສປປ ລາວ ແລະ ຕ່າງ­ປະ­ເທດ ໄດ້​ພົບ​ປະ​ແລກ­ປ່ຽນ ແລະ ຮັບ​ຟັງ​ສະ­ພາບ​ການ​ດຳ­ເນີນ​ທຸ­ລະ​ກິດ ແລະ ທ່າ­ແຮງ​ຕ່າງໆ​ຂອງ​ການ​ພັດ­ທະ­ນາ ແລະ ດຳ­ເນີນ​ທຸ­ລະ​ກິດ​ຢູ່ ສປປ ລາວ ວັນ​ທີ 15 ພຶດ­ສະ­ພາ 2019 ໄດ້​ຈັດ​ກອງ​ປະ­ຊຸມ Top Executive Meeting 2019 ຂຶ້ນ​ຢູ່​ໂຮງ­ແຮມ​ຄຣາວ ພລາ​ຊາ ໂດຍ​ມີ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ພ້ອມ​ດ້ວຍ​ຕາງ­ໜ້າ​ຈາກ​ພາກ​ລັດ ທູ­ຕາ­ນຸ­ທູດ ນັກ­ທຸ­ລະ­ກິດ​ລາວ ແລະ ຕ່າງ­ປະ­ເທດ ເຂົ້າ​ຮ່ວມ.

ສືບຕໍ່ຊຸກຍູ້-ສົ່ງເສີມ ແລະ ແກ້ໄຂບັນຫາ ທີ່ພາໃຫ້ການດຳເນີນທຸລະກິດມີຄວາມຫຍຸ້ງຍາກ

ທ່ານ ສົມ​ດີ ດວງ​ດີ

ກອງ​ປະ­ຊຸມ​ຄັ້ງ​ນີ້ ໄດ້​ຮັບ​ຟັງ​ການ​ບັນ­ຍາຍ​ຈາກ​ຕົວ​ແທນ​ພາກ​ລັດ ແລະ ພາກ​ທຸ­ລະ​ກິດ ໂດຍ​ສະ­ເພາະ ທະ­ນາ­ຄານ​ແຫ່ງ ສປປ ລາວ ກະ­ຊວງ​ອຸດສາຫະກໍາ ແລະ ການ​ຄ້າ ນັກ­ທຸ­ລະ­ກິດ ແລະ ຕົວ​ແທນ​ຈາກ​ສະ­ພາ​ການ​ຄ້າ ແລະ ອຸດສາຫະກໍາ​ແຫ່ງ​ຊາດ ເພື່ອ​ປຶກ­ສາ​ຫາ­ລື ແລະ ເປີດ​ໂອກາດ​ໃຫ້​ຜູ້​ເຂົ້າ​ຮ່ວມ​ໄດ້​ແລກ­ປ່ຽນ​ຂໍ້​ມູນ​ຂ່າວ­ສານ ແລະ ຊັກ​ຖາມ​ຂໍ້​ມູນ​ຕ່າງໆ ໂດຍ​ສະ­ເພາະ ນະ­ໂຍ­ບາຍ​ດ້ານ​ການ​ຄ້າ-ການ​ລົງ­ທຶນ ແລະ ການ​ສ້າງ­ຕັ້ງ​ວິ​ສາ​ຫະ​ກິດ​ຢູ່ ສປປ ລາວ ຄວາມ​ຄິດ​ເຫັນ​ຂອງ​ນັກ​ລົງ­ທຶນ​ຕ່າງ­ປະ­ເທດ ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ ແລະ ການ​ລົງ­ທຶນ​ຢູ່ ສປປ ລາວ ນະ­ໂຍ­ບາຍ​ການ​ຄຸ້ມ​ຄອງ​ລະ­ບົບ​ພັດ­ທະ­ນາ ຂະ­ແໜງ​ທະ­ນາ­ຄານ​ການ​ເງິນ ເພື່ອ​ຮັບ­ຮອງ​ການ​ເຕີບ​ໂຕ​ຂອງ​ເສດ­ຖະ­ກິດ​ລາວ​ໃນ​ປັດ­ຈຸ­ບັນ ລວມ​ເຖິງ​ໂອ­ກາດ ແລະ ສິ່ງ​ທ້າ​ທາຍ​ດ້ານ​ການ​ລົງ­ທຶນ​ຢູ່ ສປປ ລາວ ພາຍ​ໃຕ້​ນະ­ໂຍ­ບາຍ​ໜຶ່ງ​ແລວ ໜຶ່ງ​ເສັ້ນ­ທາງ​ຂອງ​ລັດ­ຖະ­ບານ ສປ ຈີນ.

ທ່ານ ສົມ​ດີ ດວງ​ດີ ກ່າວ​ວ່າ: ລັດ­ຖະ­ບານ​ລາວ ສືບ­ຕໍ່​ໃຫ້​ຄວາມ​ສຳ­ຄັນ​ໃນ​ການ​ຮັກ­ສາ​ສະ­ຖຽນ​ລະ​ພາບ​ຂອງ​ເສດຖະກິດມະ­ຫາ​ພາກ ແລະ ຕັ້ງໜ້າ​ຊຸກ­ຍູ້​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຢ່າງ​ສະ­ເໝີ​ຕົ້ນ​ສະ­ເໝີ​ປາຍ. ພ້ອມ​ນີ້ກໍ​ຈະພະຍາຍາມ​ເປີດ​ກວ້າງ​ຕະ­ຫຼາດ ແລະ ການ​ເຊື່ອມ​ໂຍງ​ເສດ­ຖະ­ກິດ​ກັບ​ພາກ​ພື້ນ ແລະ ສາ­ກົນ ຕິດ​ພັນ​ກັບ​ການ​ປັບ­ປຸງ ແລະ ການ​ກໍ່­ສ້າງ​ພື້ນ­ຖານ​ໂຄງ​ລ່າງ, ເພື່ອ​ເຊື່ອມ​ຈອດ​ກັບ​ພາກ​ພື້ນ ສິ່ງ​ດັ່ງກ່າວ​ແມ່ນ​ຜົນ​ປະ­ໂຫຍດ​ຮ່ວມ​ກັນ​ກັບ​ພາກ​ລັດ ແລະ ພາກ​ທຸ­ລະ​ກິດ ທັງ​ແມ່ນ​ຄວາມ​ຈຳ­ເປັນ​ຂອງ ສປປ ລາວ ຈຶ່ງ​ຮຽກ­ຮ້ອງ​ມາ​ຍັງ​ທຸກ​ພາກສ່ວນ ແລະ ຫົວ­ໜ່ວຍ​ທຸ­ລະ​ກິດ ສືບ­ຕໍ່​ເອົາ­ໃຈ­ໃສ່​ສຶກ​ສາ​ໂອ­ກາດ​ທີ່​ເກີດ​ຂຶ້ນ​ຈາກ​ການ​ປະ­ຕິ­ບັດ​ນະ­ໂຍ­ບາຍ​ຕ່າງໆ​ຂອງ​ລັດ­ຖະ­ບານ ໂດຍ​ຄຳ­ນຶງ​ເຖິງ​ສະ­ພາບ​ຄວາມ​ເປັນ​ຈິງ ທ່າ­ແຮງ​ທີ່​ແຂ່ງ­ຂັນ​ໄດ້​ຄວາມ​ເປັນ​ໄປ​ໄດ້​ດ້ານ​ຕ່າງໆ ແລະ ການ​ຜັນ​ແປ​ຂອງ​ສະ­ພາບ​ການ​ຂອງ​ໂລກ ແລະ ພາກ​ພື້ນ, ເມື່ອ​ເຫັນ​ໂອ­ກາດ​ແລ້ວ ໃຫ້​ເລີ່ມ​ສ້າງ​ເປັນ​ໂຄງ­ການ​ລົງ­ທຶນ​ຂອງ​ທຸ­ລະ​ກິດ ພາກ​ລັດ​ຈະ​ສືບ­ຕໍ່​ເອົາ­ໃຈ­ໃສ່​ສ້າງ​ເງື່ອນ­ໄຂ​ອຳ­ນວຍ​ຄວາມ​ສະ­ດວກ ຊຸກ­ຍູ້-ສົ່ງ­ເສີມ ແລະ ແກ້​ໄຂ​ບັນ­ຫາ​ທີ່​ພາ​ໃຫ້­ການ​ດຳ­ເນີນ​ທຸ­ລະ​ກິດ​ມີ​ຄວາມ​ຫຍຸ້ງ­ຍາກ ຢ່າງ​ແທດ­ເໝາະ ແລະ ທັນ​ການ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.