ຮອງນາຍົກ ເນັ້ນຂະແໜງ ຂະແໜງອຸດສາຫະກຳ ແລະ ການຄ້າ ເອົາໃຈໃສ່ ອຳນວຍຄວາມສະດວກການ ດຳເນີນທຸລະກິດ

16:39 | 04/04/2019

ຮອງນາຍົກລັດຖະມົນຕີເນັ້ນ ຂະແໜງອຸດສາຫະກຳ ແລະ ການຄ້າ (ອຄ) ເອົາໃຈໃສ່ ອຳນວຍຄວາມສະດວກການ ດຳເນີນທຸລະກິດ ເພື່ອແກ້ ໄຂຄວາມຫຍຸ້ງຍາກຂອງເສດຖະ ກິດມະຫາພາກ ແລະ ສ້າງບັນ ຍາກາດທີ່ເອື້ອອໍານວຍໃຫ້ພາກທຸລະກິດ, ການຜະລິດ, ການຄ້າ, ການບໍລິການ ສືບຕໍ່ດຶງດູດ ແລະ ສົ່ງເສີມການລົງທຶນເຂົ້າໃນການຜະລິດສິນຄ້າ ເພື່ອຊົມໃຊ້ຢູ່ພາຍໃນ ແລະ ສົ່ງອອກຕິດພັນກັບການຂະຫຍາຍຕະຫຼາດ.

ຮອງນາຍົກ ເນັ້ນຂະແໜງ ຂະແໜງອຸດສາຫະກຳ ແລະ ການຄ້າ ເອົາໃຈໃສ່ ອຳນວຍຄວາມສະດວກການ ດຳເນີນທຸລະກິດ

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ.

ໃນໂອກາດທີ່ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນໂອ້ລົມຕໍ່ກອງປະຊຸມປະຈຳປີ 2018 ແລະ ແຜນການປີ 2019 ຂອງຂະແໜງ ອຄ ເມື່ອວັນທີ 2 ມີນາ ຜ່ານມາ. ທ່ານ ຮອງນາຍົກລັດຖະມົນຕີ ເນັ້ນບາງບັນຫາກ່ຽວກັບຄວາມຫຍຸ້ງຍາກດ້ານທຸລະກິດ ອຄ ເປັນຕົ້ນແມ່ນບັນຫາການຊອກຕະຫຼາດ, ບັນຫາການເງິນ, ຄຸນນະພາບການຜະລິດ ແລະ ການນໍາໃຊ້ເຕັກໂນໂລຊີເຂົ້າໃນການຜະລິດ ທີ່ມີການແຂ່ງຂັນດ້ານການຄ້າທີ່ສູງຂຶ້ນ. ຂະແໜງອຸດສາຫະກຳ ແລະ ການຄ້າຕ້ອງໄດ້ສູ້ຊົນເຈລະຈາ, ຕໍ່ລອງ ແລະ ຊອກຫາຕະຫຼາດເພື່ອຈໍາໜ່າຍສິນຄ້າ ຄຽງຄູ່ກັບການສົ່ງເສີມໃຫ້ຜູ້ຜະລິດປັບໂຕ ເຮັດໃຫ້ການຜະລິດສິນຄ້າມີມາດຕະຖານ ແລະ ມີຄຸນນະພາບ ເປັນທີ່ຍອມຮັບຂອງຕະຫຼາດ; ຕ້ອງມີຄວາມສະດຸ້ງໄວໃນການປັບປຸງນະໂຍບາຍ, ນິຕິກຳຕ່າງໆ ເພື່ອສ້າງໃຫ້ມີສະພາບແວດລ້ອມ ທີ່ອໍານວຍຄວາມສະດວກໃນການດຳເນີນທຸລະກິດ ຊຶ່ງຕ້ອງໄດ້ປັບປຸງໃຫ້ສອດຄ່ອງກັບສາກົນ ແລະ ເຮັດໃຫ້ກົດໝາຍມີຄວາມສັກສິດໃນການຈັດຕັ້ງປະຕິບັດ ໂດຍສະເພາະບັນດາກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງທີ່ໄດ້ປະກາດໃຊ້ແລ້ວ ແຕ່ກໍຍັງບໍ່ໄດ້ຮັບການຈັດຕັ້ງປະຕິບັດໃຫ້ດີເທົ່າທີ່ຄວນ; ການຄົ້ນຄວ້າເຜີຍແຜ່ວິທະຍາສາດ

ວິທະຍາການ ຂອງຂະແໜງ ອຄ ເປັນບັນຫາທີ່ຕ້ອງໄດ້ເອົາໃຈໃສ່ ເພື່ອນໍາພາປະເທດເຮົາຫັນສູ່ການເປັນອຸດສາຫະກຳ ແລະ ທັນສະໄໝ ຊຶ່ງສິ່ງສໍາຄັນຂອງການຄົ້ນຄວ້າວຽກງານດັ່ງກ່າວ ແມ່ນການນໍາເອົາການຄົ້ນຄວ້າມານຳໃຊ້ໃຫ້ເໝາະສົມ ສອດຄ່ອງກັບປະເທດເຮົາ ເຮັດໃຫ້ການຜະລິດສິນຄ້າໄດ້ມາດຕະຖານ ແລະ ມີຄຸນນະພາບເປັນທີ່ຍອມຮັບຂອງຕະຫຼາດ; ການຄຸ້ມຄອງສິນຄ້າ ຕ້ອງໄດ້ມີມາດຕະການອັນແນ່ນອນ ຊຶ່ງຕ້ອງໄດ້ມີການຮ່ວມມືປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການລົງຕິດຕາມກວດກາໃຫ້ເປັນປົກກະຕິ, ມີການປະເມີນຜົນປະສິດຕິຜົນຂອງວຽກງານຕ່າງໆ ທີ່ໄດ້ຈັດຕັ້ງປະຕິບັດ ເປັນຕົ້ນແມ່ນການຄຸ້ມຄອງສິນຄ້ານໍາເຂົ້າ

ການຄຸ້ມຄອງລາຄາສິນຄ້າ ຂະແໜງ ອຄ ຕ້ອງໄດ້ເປັນເຈົ້າການປະສານສົມທົບ ແລະ ຮ່ວມມືກັັັບຂະແໜງການທີ່ກ່ຽວຂ້ອງ ໃຫ້ໃກ້ຊິດຕິດແທດກວ່າເກົ່າ ເພື່ອອຳນວຍຄວາມສະດວກ ແລະ ຊຸກຍູ້ສົ່ງເສີມພາກເສດຖະກິດ ຊຶ່ງຕ້ອງໄດ້ເອົາໃຈໃສ່ ສ້າງຄວາມເຂັ້ມແຂງໄປພ້ອມໆກັນລະຫວ່າງພາກລັດ ແລະ ພາກທຸລະກິດ ໂດຍການສົ່ງເສີມໃຫ້ບັນດາວິສາຫະກິດມີການຈັດຕັ້ງ, ສັງກັດຕາມຂະແໜງທຸລະກິດ ເປັນກຸ່ມ ຫຼື ສະມາຄົມ ພ້ອມທັງສົ່ງເສີມໃຫ້ມີເວທີພົບປະລະຫວ່າງພາກລັດ ແລະ ພາກທຸລະກິດ ເພື່ອໃຫ້ພາກທຸລະກິດໄດ້ລາຍງານສະພາບການດຳເນີນທຸລະກິດໃຫ້ພາກລັດຮັບຊາບ ແລະ ພາກລັດກໍຕ້ອງໄດ້ແຈ້ງໃຫ້ບັນດາທຸລະກິດຊາບກ່ຽວກັບການປ່ຽນແປງໃໝ່ຂອງສະພາບການພາຍໃນ ແລະ ພາຍນອກ, ຜົນການເຈລະຈາການຄ້າຕ່າງໆ ແລະ ການປ່ຽນແປງນະໂຍບາຍນິຕິກຳ ທີ່ມີຜົນກະທົບຕໍ່ພາກທຸລະກິດ. (ພາບ + ຂ່າວ: ສຸກສະຫວັນ)

(ແຫຼ່ງ​ຂໍ້​ມູນ​: ABC LAOS NEWS)

ເຫດການ
302 Found

Found

The document has moved here.