ນາຍົກຮຽກຮ້ອງພາກທຸລະກິດຊ່ວຍພັດທະນາ ຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ

14:13 | 01/07/2019

ເຖິງແມ່ນວ່າພວກເຮົາ ຈະມີຜົນສຳເລັດຫຼາຍດ້ານກ່ຽວກັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ມາເຖິງປັດຈຸບັນນີ້ ທົ່ວປະເທດພວກເຮົາກໍຍັງມີຄອບຄົວທຸກຍາກ ຈຳນວນ 64.593 ຄອບຄົວ, ບ້ານທຸກຍາກຈຳນວນ 1.536 ບ້ານ ແລະ ເມືອງທຸກຍາກຈຳນວນ 23 ເມືອງ,

ນາຍົກຮຽກຮ້ອງພາກທຸລະກິດຊ່ວຍພັດທະນາ ຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ

ກອງປະຊຸມ ຊຸກຍູ້ຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ.

ໄລຍະຜ່ານມາ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໄດ້ມີຜົນສຳເລັດເປັນກ້າວໆມາ, ແຕ່ປັດຈຸບັນທົ່ວປະເທດຍັງມີຄອບຄົວທຸກຍາກຈຳນວນຫຼາຍ ເພື່ອຈະແກ້ໄຂບັນຫາດັ່ງກ່າວຈະຕ້ອງມີການສົມທົບ ລະຫວ່າງ ປະຊາຊົນ-ລັດຖະບານ ແລະ ພາກທຸລະກິດກໍຄືຜູ້ປະກອບການລົງໄປຊ່ວຍຮ່ວມກັນພັດທະນາ ຈຶ່ງຈະເຮັດໃຫ້ມີການພັດທະນາມີໝັ້ນທ່ຽງ ແລະ ສາມາດຊ່ວຍໃຫ້ປະຊາຊົນສາມາດຫຼຸດພົ້ນອອກຈາກຄວາມ ທຸກຍາກໄດ້.

ໂອກາດເຂົ້າຮ່ວມເປັນປະທານກອງປະຊຸມຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນ ກັບ ການພັດທະນາ ຊົນນະບົດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນທີ່ໄດ້ຈັດຂຶ້ນໃນວັນທີ 28 ມິຖຸນາ ທີ່ຜ່ານມາ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ປະທານຄະນະຊີ້ນຳລະດັບຊາດກ່ຽວກັບວຽກງານແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາໄດ້ໂອ້ລົມຕໍ່ກອງປະຊຸມດັ່ງກ່າວ ຊຶ່ງເນື້ອໃນບົດໂອ້ລົມໄດ້ມີບາງຕອນສຳຄັນວ່າ: ເຖິງແມ່ນວ່າພວກເຮົາ ຈະມີຜົນສຳເລັດຫຼາຍດ້ານກ່ຽວກັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ມາເຖິງປັດຈຸບັນນີ້ ທົ່ວປະເທດພວກເຮົາກໍຍັງມີຄອບຄົວທຸກຍາກ ຈຳນວນ 64.593 ຄອບຄົວ, ບ້ານທຸກຍາກຈຳນວນ 1.536 ບ້ານ ແລະ ເມືອງທຸກຍາກຈຳນວນ 23 ເມືອງ, ໃນນັ້ນ : ບ້ານທີ່ຍັງທຸກຍາກ ຍ້ອນບໍ່ມີເສັ້ນທາງເຂົ້າເຖິງ ຫຼື ທຽວໄດ້ພຽງລະດູດຽວ ຈຳນວນ 1.240 ບ້ານ (ເທົ່າກັບ 14,64%); ບ້ານທີ່ຍັງບໍ່ໄດ້ຊົມໃຊ້ ໄຟຟ້າ 773 ບ້ານ (ເທົ່າກັບ 9,13% ); ບ້ານທີ່ບໍ່ມີໂຮງຮຽນປະຖົມ ຫຼື ໃຊ້ເວລາຍ່າງໄປຫາໂຮງຮຽນທີ່ໃກ້ສຸດ 1 ຊົ່ວໂມງ, ມີ 29 ບ້ານ (ເທົ່າ ກັບ 0,34%) ບ້ານທີ່ຍັງທຸກຍ້ອນບໍ່ມີສຸກສາລາ, ບໍ່ມີຖົງຢາປະຈຳບ້ານ ຫຼື ໃຊ້ເວລາຍ່າງໄປໂຮງໝໍຫຼາຍກວ່າ 2 ຊົ່ວໂມງ ມີຈຳນວນ 244 ບ້ານ (ເທົ່າກັບ 2,88%); ບ້ານທີ່ທຸກ ຍ້ອນບໍ່ມີນໍ້າສະອາດຊົມໃຊ້ ຈຳນວນ 222 ບ້ານ (ເທົ່າກັບ 2,62%) ແລະ ບ້ານທີ່ທຸກຍ້ອນຍັງມີຄອບຄົວທຸກຍາກຫຼາຍກວ່າ 50% ຈຳນວນ 657 ບ້ານ.

ທ່ານນາຍົກລັດຖະມົນຕີ ຍັງໄດ້ກ່າວວ່າ: ໃນກອງປະຊຸມຄັ້ງນີ້ ເປັນການປຸກລະດົມໃຫ້ ພາກທຸລະກິດ, ກໍຄືຜູ້ປະກອບການສາມາດລົງໄປຊ່ວຍພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ. ໝາຍຄວາມວ່າ ຢາກໃຫ້ຫັນເອົາທຶນຮອນລົງໄປພັດທະນາຊົນນະບົດ, ຜະລິດສິນຄ້າກໍຄືຊ່ວຍຊຸກຍູ້ປະຊາຊົນຜະລິດເປັນສິນຄ້າ ເພື່ອໃຫ້ທ້ອງຖິ່ນມີການຜະລິດສິນຄ້າຮັບໃຊ້ພາຍໃນ ແລະ ສົ່ງອອກ, ເປັນການສ້າງພື້ນຖານສ້າງກຳລັງແຮງໃຫ້ແກ່ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນ, ພັກເຮົາຖືເອົາປະ ຊາຊົນເປັນໃຈກາງໃນການພັດທະນາ, ຖືເອົາການພັດທະນາຊົນນະບົດ, ເຂດຫ່າງໄກສອກຫຼີກເປັນເປົ້າໝາຍ, ເຮັດແນວນີ້ປະເທດຈຶ່ງຈະພັດທະນາ ແລະ ມີ ສະຖຽນລະພາບຢ່າງໜັກແໜ້ນ ນີ້ແມ່ນຍຸດທະສາດທີ່ທຸກຄົນຕ້ອງໄດ້ເຂົ້າຮ່ວມ.

ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ບໍ່ສາມາດໃຫ້ແຕ່ປະຊາຊົນເຮັດເອງຕາມມີຕາມເກີດຕາມແບບດັ້ງເດີມ, ອີກດ້ານໜຶ່ງ ລໍຖ້າແຕ່ລັດຖະບານເອົາທຶນລົງໄປມອບໃຫ້ ໂດຍປະຊາຊົນບໍ່ມີສ່ວນຮ່ວມ ຫຼື ບໍ່ເປັນເຈົ້າການກໍໄປບໍ່ລອດ ເພາະວ່າບໍ່ໄດ້ສົມທົບລະຫວ່າງປະຊາຊົນ-ລັດ ຖະບານ ແລະ ນັກທຸລະກິດກໍຄື ຜູ້ປະກອບການລົງໄປຊ່ວຍ ຊຶ່ງການຮ່ວມມືກັນພັດທະນາຂອງ ສາມພາກສ່ວນນີ້ ຈະເຮັດໃຫ້ມີການພັດທະນາທີ່ໝັ້ນທ່ຽງ. ພວກເຮົາມີການຜະລິດຢູ່ຊົນນະບົດ ແລະ ຕ້ອງສາມາດຂາຍໄດ້ ຂໍເປັນໂຈດອັນໜຶ່ງໃຫ້ພາກທຸລະກິດນຳໄປຄົ້ນຄວ້າພິຈາລະນາ. ທ່ານນາຍົກລັດຖະມົນຕີຍັງໄດ້ສະເໜີໃຫ້ເກັບກຳສະຖິຕິຄືນໃໝ່ວ່າ ເນື່ອງຈາກວ່າໂຕເລກບ້ານທຸກຍາກ, ຄອບຄົວທຸກຍາກ ແລະ ຫຼື ຄອບຄົວທີ່ຫຼຸດພົ້ນຄວາມທຸກຍາກໄປແລ້ວນັ້ນ, ອາດຈະກັບຄືນມາທຸກຍາກຄືນອີກ ຍ້ອນໄພທຳມະຊາດເຊັ່ນ: ປີຜ່ານມາມີໄພນ້ຳຖ້ວມທົ່ວປະເທດ.

ໃຫ້ລົງໄປສຶກສາຄົ້ນຄ້ວາ ຕາມສະພາບຄວາມເປັນຈິງຂອງແຕ່ລະທ້ອງຖິ່ນ, ທ້ອງຖິ່ນໃດມີມູນເຊື້ອ, ມີທ່າແຮງໃນການຜະລິດອັນໃດແມ່ນໃຫ້ນຳ ໃຊ້ຄວາມສາມາດບົ່ມຊ້ອນດັ່ງ ກ່າວຂອງທ້ອງຖິ່ນ, ຂອງແຕ່ລະຄອບຄົວ, ຂອງແຕ່ລະກຸ່ມການຜະລິດ ຈຶ່ງຈະເປັນສິນຄ້າທີ່ມີຄວາມໝັ້ນຄົງ, ຍາວນານ ແລະ ສາມາດຂາຍໄດ້. ການພັດ ທະນາຊົນນະບົດຕ້ອງລົງໄປປ່ຽນແປງວິທີທຳມາຫາກິນຂອງປະຊາຊົນ ເພື່ອເຮັດແນວໃດໃຫ້ເຂົາເຈົ້າຮູ້ຄ້າ, ຮູ້ຂາຍ, ຮູ້ຜະລິດ ຮູ້ອົດ, ຮູ້ອອມ, ຮູ້ລົງທຶນ ແລະ ຂະຫຍາຍທຶນໃຫ້ກວ້າງອອກ, ສາມາດຈັດຕັ້ງເປັນກຸ່ມການຜະ ລິດ, ສະມາຄົມຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຈົນກ້າວໄປເຖິງການຕັ້ງສະຫະກອນປະເພດຕ່າງໆໄດ້. ທ່ານນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງໃຫ້ພາກທຸລະກິດສະໝັກໃຈເຕັມໃຈປະ ກອບ ສ່ວນລົງໄປຊ່ວຍເຫຼືອຊຸກຍູ້ສ້າງເງື່ອນໄຂ ເພື່ອປະກອບສ່ວນພັດ ທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນ ແລະ ມີບັນຫາຫຍັງກໍສາມາດສະເໜີໃຫ້ລັດຖະບານແກ້ໄຂ ຊຶ່ງຜ່ານມາມີຫຼາຍອັນກໍໄດ້ແກ້ໄຂໄປສ່ວນໜຶ່ງແລ້ວ ສ່ວນອັນທີ່ຍັງບໍ່ໄດ້ແກ້ໄຂລັດຖະບານກໍພະຍາຍາມຊ່ວຍ, ພະຍາຍາມຊຸກຍູ້ໃຫ້ກຳລັງໃຈ ແລະ ຈະແກ້ໄຂເປັນກ້າວໆມາ.

(ແຫຼ່ງ​ຂໍ້​ມູນ​: ສຸກສະ ຫວັນ/pasaxon.org.la)

ເຫດການ
302 Found

Found

The document has moved here.