ນາຍົກ ເນັ້ນໃຫ້ພາກທຸລະກິດ ເອົາການຜະລິດເປັນປາຍແຫຼມສົ່ງອອກ

00:54 | 13/05/2019

ວັນ​ທີ 23 ມັງ­ກອນ 2019, ທີ່​ຫໍ​ປະ­ຊຸມ​ແຫ່ງ​ຊາດ ໄດ້ຈັດກອງ​ປະ­ຊຸມ​ປີ 2018 ແລະ ສະ­ເຫຼີມ­ສະ­ຫຼອງ​ສະ­ພາ​ການ​ຄ້າ ແລະ ອຸດ­ສາ­ຫະ­ກຳ​ແຫ່ງ​ຊາດ (ສຄອຊ) ຄົບ­ຮອບ 30 ປີ

ນາຍົກ ເນັ້ນໃຫ້ພາກທຸລະກິດ ເອົາການຜະລິດເປັນປາຍແຫຼມສົ່ງອອກ

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ.

ກອງ​ປະ­ຊຸມ​ປີ 2018 ແລະ ສະ­ເຫຼີມ­ສະ­ຫຼອງ​ສະ­ພາ​ການ​ຄ້າ ແລະ ອຸດ­ສາ­ຫະ­ກຳ​ແຫ່ງ​ຊາດ (ສຄອຊ) ຄົບ­ຮອບ 30 ປີ ຈັດ​ຂຶ້ນ​ວັນ​ທີ 23 ມັງ­ກອນ 2019 ທີ່​ຫໍ​ປະ­ຊຸມ​ແຫ່ງ​ຊາດ ໂດຍ​ເປັນ​ປະ­ທານ​ຮ່ວມ​ຂອງ​ທ່ານ​ນາງ ເຂັມ​ມະ­ນີ ພົນ​ເສ­ນາ ລັດ­ຖະ­ມົນ­ຕີ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ທ່ານ ອຸ​ເດດ ສຸ­ວັນ­ນະ​ວົງ ປະ­ທານ​ອຸດ​ສະ­ຫະ​ກຳ​ການ​ຄ້າ ສຄອຊ ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ມີ​ບັນ­ດາ​ທ່ານ​ລັດ­ຖະ­ມົນ­ຕີ ຮອງ​ລັດ­ຖະ­ມົນ­ຕີ ສະ­ມາ­ຄົມ​ນັກ­ທຸ­ລະ­ກິດ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ອຸ​ເດດ ສຸ­ວັນ­ນະ​ວົງ ໄດ້​ກ່າວ​ວ່າ: ຕະ­ຫຼອດ​ໄລ­ຍະ 30 ປີ­ຜ່ານ­ມາ ສຄອຊ ໄດ້​ເອົາ­ໃຈ­ໃສ່​ເຂົ້າ​ໃນ​ການ­ເຄື່ອນ­ໄຫວ​ວຽກ​ງານ ສຄອຊ ເຮັດ​ໃຫ້​ຂະ­ແໜງ­ການ​ໃນ​ແຕ່​ລະ​ດ້ານ​ໄດ້​ມີ​ການ​ຂະ­ຫຍາຍ­ຕົວ ແລະ ມີ​ຜົນ­ສຳ­ເລັດ​ເປັນ​ກ້າວໆ ເປັນ­ຕົ້ນ ວຽກ​ງານ​ພັດ­ທະ­ນາ​ສົ່ງ­ເສີມ​ທຸ­ລະ​ກິດ​ຂະ­ໜາດ​ນ້ອຍ ຂະ­ໜາດ​ກາງ SME ໂດຍ ສຄອຊ ໄດ້​ມີ​ການ​ສ້າງ​ສູນ​ບໍ­ລິ­ການ​ທຸ­ລະ​ກິດ​ຂະ­ໜາດ​ນ້ອຍ-ຂະ­ໜາດ​ກາງ ເຊິ່ງ​ສູນ​ດັ່ງ­ກ່າວ ໄດ້​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ເຕົ້າ­ໂຮມ​ເອົາ​ບັນ­ດາ​ໂຄງ­ການ​ສົ່ງ­ເສີມ​ຄວາມ​ຮູ້ ຄວາມ​ສາ­ມາດ ທີ່​ມີ​ຢູ່​ຮ່ວມ​ກັບ​ກົມ​ພັດ­ທະ­ນາ​ສົ່ງ­ເສີມ SME ຂອງ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ໃນ​ນັ້ນ ໄດ້​ມີ​ການ​ເຝິກ­ອົບ­ຮົມ ແລະ ສ້າງ​ເງື່ອນ­ໄຂ​ໃຫ້ SME ເຂົ້າ​ເຖິງ​ແຫຼ່ງ​ທຶນ ແລະ ກິດ­ຈະ­ກຳ​ໃນ​ການ​ພັດ­ທະ­ນາ​ບໍ­ລິ­ສັດ ເປັນ​ການ​ເຝິກ­ອົບ­ຮົມ​ໃຫ້​ທຸ­ລະ​ກິດ​ໜຸ່ມ​ມີ​ຄວາມ​ສາ­ມາດ ພ້ອມ​ນັ້ນ ໄດ້​ສ້າງ​ກອງ​ທຶນ​ສົ່ງ­ເສີມ Start Up ໂດຍ​ນັກ​ລົງ­ທຶນ​ລາວ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ທຸ­ລະ​ກິດ ວຽກ​ງານ​ພັດ­ທະ­ນາ​ສົ່ງ­ເສີມ​ການ​ຕະ­ຫຼາດ​ຜະ­ລິດ​ຕະ​ພັນ​ລາວ ໄດ້​ເພີ່ມ​ທະ­ວີ​ການ​ສົ່ງ­ເສີມ​ຜະ­ລິດ​ຕະ​ພັນ​ຍີ່­ຫໍ້​ລາວ​ໃຫ້​ເຂົ້າ​ສູ່​ຕະ­ຫຼາດ​ສາ­ກົນ ໄດ້​ເສີມ​ສ້າງ​ຄວາມ​ສາ­ມາດ​ໃຫ້​ບໍ­ລິ­ສັດ​ສະ­ຫະ­ກອນ ແລະ ຊາວ​ກະ­ສິ­ກອນ-ຊາວ­ບ້ານ ໃນ​ການ​ຜະ­ລິດ​ສິນ­ຄ້າ​ເພື່ອ​ສົ່ງ​ອອກ​ຢ່າງ​ເປັນ​ຕ່ອງ​ໂສ້​ທີ່​ມີ​ມາດ­ຕະ­ຖານ​ສາ­ກົນ ມີ​ຄຸນ​ນະ​ພາບ ແລະ ລາ­ຄາ​ສູງ ສ່ວນ​ດ້ານ​ການ​ສົ່ງ​ອອກ​ໄດ້​ຄັດ​ເລືອກ​ເອົາ​ຜະ­ລິດ​ຕະ​ພັນ​ລາວ​ຈຳ­ນວນ​ໜຶ່ງ ເພື່ອ​ສ້າງ​ຕົວ​ແບບ​ເພື່ອ​ການ​ສົ່ງ​ອອກ​ເຊັ່ນ: ຊາ ກາ­ເຟ ເຂົ້າ­ໜຽວ ແຜ່ນ­ແພ​ໄໝ ແລະ ອາ­ຫານ ໂດຍ​ໃນ​ປີ­ຜ່ານ­ມາ​ບໍ­ລິ­ສັດ​ລາວ​ເຮົາ ສາ­ມາດ​ຍາດ​ໄດ້​ລາ­ງວັນ​ທຸ­ລະ​ກິດ​ອາ​ຊຽນ​ດີ­ເດັ່ນ ໄດ້​ລາ­ງວັນ​ໃນ​ປີ 2017 ແລະ ລາ­ງວັນ​ໃນ​ປີ 2018 ເຮັດ​ໃຫ້​ປະ­ຊາ​ຄົມ​ໃນ​ພາກ​ພື້ນ ກໍ່​ຄື ໃນ​ໂລກ​ໄດ້​ຮູ້­ຈັກ​ກັບ​ຜະ­ລິດ​ຕະ​ພັນ ແລະ ສິນ­ຄ້າ​ລາວ​ຫຼາຍ​ຂຶ້ນ.

ໂອ­ກາດ​ນີ້ ທ່ານ ທອງ​ລຸນ ສີ​ສຸ​ລິດ ໄດ້​ໃຫ້​ກຽດ​ໂອ້​ລົມ​ສະ­ແດງ​ຄວາມ​ຍ້ອງ­ຍໍ​ຊົມ­ເຊີຍ​ຜົນ­ງານ​ການ­ເຄື່ອນ­ໄຫວ​ຂອງ ສຄອຊ ຕະ­ຫຼອດ​ໄລ­ຍະ​ຜ່ານ​ມາ ແລະ ໄດ້​ເນັ້ນ​ໃຫ້ ສຄອຊ ເອົາ­ໃຈ­ໃສ່​ໃນ​ການ​ປະ­ສານ​ງານ​ກັບ​ຂະ­ແໜງ­ການ​ກ່ຽວ­ຂ້ອງ ເພື່ອ​ສ້າງ​ໄດ້​ກົນ​ໄກ​ການ​ປະ­ສານ​ງານ​ລະ­ຫວ່າງ​ພາກ​ທຸ­ລະ​ກິດ ແລະ ບັນ­ດາ​ຂະ­ແໜງ­ການ​ຂອງ​ລັດ ໃຫ້​ບັນ­ດາ​ຫົວ­ໜ່ວຍ​ທຸ­ລະ​ກິດ ເອົາ­ໃຈ­ໃສ່​ໃນ​ການ​ພັດ­ທະ­ນາ​ຕົນ​ເອງ​ຫັນ​ມາ​ເປັນ​ການ​ຜະ­ລິດ ແລະ ທຸ­ລະ​ກິດ​ເປັນ​ປາຍ​ແຫຼມ​ສົ່ງ​ອອກ ໃນ​ການ​ຂະ­ຫຍາຍ​ທຸ­ລະ​ກິດ​ຂອງ​ຕົນ​ໄປ​ຍັງ​ພາກ​ພື້ນ ແລະ ສາ­ກົນ​ໃຫ້​ເພີ່ມ​ຂຶ້ນ​ໂດຍ​ການ​ເພີ່ມ​ນະ​ວັດ­ຕະ​ກຳ​ໃໝ່ ເຂົ້າ​ໃນ​ປັດ​ໄຈ​ຂອງ​ການ​ດຳ­ເນີນ​ທຸ­ລະ​ກິດ ໃຫ້​ມີ​ການ​ຮ່ວມ​ມື​ກັບ​ທຸ­ລະ​ກິດ​ປະ­ເທດ​ເພື່ອນ​ບ້ານ​ໃນ​ພາກ​ພື້ນ ແລະ ສາ­ກົນ ເພີ່ມ​ການ​ແລກ­ປ່ຽນ ຖອດ​ຖອນ​ບົດ­ຮຽນ ແລະ ຮຽນ​ຮູ້​ເຊິ່ງ​ກັນ ແລະ ກັນ ເປັນ​ເຈົ້າ​ການ​ສ້າງ​ເງື່ອນ­ໄຂ​ໃຫ້​ມີ​ນັກ­ທຸ­ລະ­ກິດ​ດີ­ເດັ່ນ ແລະ ຮັບ​ໂລ້​ລາ­ງວັນ​ໃຫ້​ຫຼາຍ​ຂຶ້ນ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເຫດການ
302 Found

Found

The document has moved here.