ເອດີບີ ສະໜອງທຶນ 40 ລ້ານກວ່າໂດລາ ສົ່ງເສີມທຸລະກິດ ກະສິກຳແບບຍືນຍົງ ແທດເໝາະກັບສະພາບແວດລ້ອມ

19:00 | 07/09/2018

ໃນວັນທີ 6 ກັນຍາ 2018, ຢູ່ ທີ່ນະຄອນຫຼວງວຽງຈັນ ໄດ້ຈັດພິທີລົງນາມ​ ສັນຍາ ​ທຶນ​ຊ່ວຍ​ເຫລືອລ້າ ຂອງ ທະນາຄານ​ພັດທະນາ​ອາຊີ​ (​ເອດີ​ບີ) ສະໜອງທຶນ ​40,5 ລ້ານ​ໂດ​ລາ​ສະຫະລັດ ຊ່ວຍເຫລືອ ສປປ ລາວ ເພື່ອນຳໃຊ້ເຂົ້າໃນ​ໂຄງການ​ສົ່ງ​ເສີມ ​ລະບົບ​ຕ່ອງ​ໂສ້​ການ​ຜະລິດ​ກະສິກຳ ​ເປັນ​ສິນຄ້າ ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ.

ເອດີບີ ສະໜອງທຶນ 40 ລ້ານກວ່າໂດລາ ສົ່ງເສີມທຸລະກິດ ກະສິກຳແບບຍືນຍົງ ແທດເໝາະກັບສະພາບແວດລ້ອມ

ທະນາຄານ​ພັດທະນາ​ອາຊີ​ (​ເອດີ​ບີ) ສະໜອງທຶນ ​40,5 ລ້ານ​ໂດ​ລາ​ສະຫະລັດ ຊ່ວຍເຫລືອ ສປປ ລາວ.

ທະນາຄານ​ພັດທະນາ​ອາຊີ​ (​ເອດີ​ບີ) ສະໜອງທຶນ ​40,5 ລ້ານ​ໂດ​ລາ​ສະຫະລັດ ຊ່ວຍເຫລືອ ສປປ ລາວ ເພື່ອນຳໃຊ້ເຂົ້າໃນ​ໂຄງການ​ສົ່ງ​ເສີມ ​ລະບົບ​ຕ່ອງ​ໂສ້​ການ​ຜະລິດ​ກະສິກຳ ​ເປັນ​ສິນຄ້າ ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ. ພິທີລົງນາມ​ສັນຍາ​ທຶນ​ຊ່ວຍ​ເຫລືອລ້າດັ່ງກ່າວ, ໄດ້ມີຂຶ້ນໃນວັນທີ 6 ກັນຍາ 2018, ລະຫວ່າງ ທ່ານ ນາງ ທິບ​ພະ​ກອນ ຈັນທະ​ວົງສາ ຮອງ​ລັດຖະມົນຕີ ກະຊວງ​ການ​ເງິນ ​ແລະ ທ່ານ ຢາ​ຊູ​ຊິ ​ເນ​ກິ​ຊິ ຜູ້ຕາງໜ້າທະນາຄານ​ພັດທະນາ​ອາຊີ​ ປະຈຳ ສປປ ລາວ, ມີ​ບັນດາ​ເຈົ້າໜ້າທີ່​ອາວຸ​ໂສ ຈາ​ກກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ແລະ ກະຊວງ​ອ້ອມ​ຂ້າງ​ ເຂົ້າຮ່ວມ ​ເປັນ​ສັກ​ພິຍານ.

ໃນໂອກາດດັ່ງກ່າວ, ທ່ານ ​ເນ​ກິ​ຊິ ກ່າວ​ວ່າ: ​ໂຄງ​ການ​ດັ່ງ​ກ່າວ, ຈະ​ຊ່ວຍ​ບັນດາ​ຊາວ​ກະສິກອນ ​ແລະ ບັນດາ​ຜູ້​ປະ​ກອບການ​ທຸລະ​ກິດ​ກະສິກຳ ​ໃນ​ການ​ປັບປຸງ​ລະບົບ​ຕ່ອງ​ໂສ້ ການ​ຜະລິດ​ກະສິກຳ ທີ່​ຮອງ​ຮັບ​ກັບ​ສະພາບ​ແລດ​ລ້ອມຢ່າງ​ຖືກຕ້ອງ ​ແລະ ຍືນ​ຍົງ, ເຊິ່ງ​ໂຄງການ​ນີ້ ​ແມ່ນ​ຄວາມ​ພະຍາຍາມ​ທີ່​ມີ​ຮ່ວມ​ກັນ ​ລະຫວ່າງ ​ລັດຖະບານ​ຂອງ ສປປ ລາວ ​ແລະ ​ເອດີ​ບີ ທີ່​ຈະ​ຮັບ​ມື​ຕໍ່ກັບ​ບັນຫາ​ດັ່ງກ່າວ​ ໃຫ້​ປະກົດ​ຜົນ​ເປັນ​ຈິງ ​ແລະ ​ເພື່ອ​ຫັນ​ການ​ຜະລິດ​ກະສິກຳ​ໃຫ້​ເປັນ​ສິນຄ້າ, ມີ​ຄວາມ​ຍືນ​ຍົງ ​ແລະ ສອດຄ່ອງ​ ຕໍ່ກັບ​ສະພາບ​ແວດ​ລ້ອມ​ໃຫ້​ດີ​ຂຶ້ນ. ​ໂຄງການ​ດັ່ງກ່າວ​ນີ້, ຍັງ​ຈະ​ຊ່ວຍ​ສ້າງສະມັດ​ຕະພາບ ​ຂອງ​ການ​ຜະລິດ​ພືດ​ສິນຄ້າ, ສ້າງ​ຜະລິດ​ຕະພັນ​ກະສິກຳ​ ໃຫ້​ມີ​ຄວາມ ຫລາກ ຫລາຍ ​ແລະ ​ເພີ່ມ​ທະວີ​ຄວາມ​ສອດຄ່ອງ ​ຕໍ່ສະພາບ​ແວດ​ລ້ອມ​ໃນ ສປປ ລາວ ​ໃນ​ການ​ສົ່ງ​ເສີມ​ການ​ນຳ​ໃຊ້​ຝຸ່ນ​ຊີວະ​ພາບ ​ແລະ ການ​ເຮັດ​ກະສິກຳ​ອິນ​ຊີ ​ພ້ອມ​ທັງ​ການ​ແຈກ​ຍາຍ​ແນວ​ພັນ​ພືດ​ສິນຄ້າ ຫລາກຫລາຍຊະນິດ ​ທີ່​ທົນ​ຕໍ່ສະພາບ​ນ້ຳຖ້ວມ ​ແລະ ​ແຫ້ງ​ແລ້ງ. ພ້ອມນັ້ນ, ໂຄງການ​ຍັງ​ຈະ​ສະໜັບສະໜູນ ການ​ສ້າງ​ນະ​ໂຍບາຍ​ສົ່ງ​ເສີມ​ການ​ລົງທຶນ ​ຂອງ​ພາກ​ເອກະ​ຊົນ ​ໃນ​ຂະ​ແໜງກະສິກຳ​, ໂດຍ​ຜ່ານ​ຮູບ​ແບບ​ການ​ລົງທຶນ​ຮ່ວມ ລະຫວ່າງ​ ພາກ​ລັດ ​ແລະ ພາກ​ເອກະ​ຊົນ, ການ​ເຮັດ​ສັນຍາ​ຜູກ​ພັນ​ສອງ​ສົ້ນ ​ແລະ ການ​ສ້າງຕັ້ງກຸ່ມ​ການ​ລົງທຶນ​ຮ່ວມ ​ເພື່ອ​ຜະລິດ​ກະ​ສິກຳ​ເປັນ​ສິນຄ້າ.

ທ່ານ ​ເນ​ກິ​ຊິ ໃຫ້ຮູ້ຕື່ມວ່າ: ຕາມການຄາດ​ຄະ​ເນ​ ປະຊາຊົນ​ຢ່າງໜ້ອຍ 1 ​ແສ​ນຄົນ ຫລື 20 ພັນ​ຄອບຄົວໃນ​ລາວ ຈະ​ໄດ້ຮັບ​ຜົນ​ປະ​ໂຫຍ​ດຈາກ​ໂຄງການ​ດັ່ງກ່າວ, ​ເຊິ່ງຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ ມີ​ລາຍ​ຮັບ​ເພີ່ມ​ຂຶ້ນຢ່າງໜ້ອຍ 30% ​ແລະ ​ທັງ​ສົ່ງ​ເສີມ​ການ​ຮ່ວມມື​ ​ແລະ ການ​ເຊື່ອມ​ໂຍງ ໃນ​ອານຸພາກພື້ນ​ແມ່​ນ້ຳຂອງ ​ໂດຍ​ການ​ ເປັນ​ເອກະ​ພາບ​ກັນ ທາງ​ດ້ານ​ມາດຕະຖານ​ຄຸນ​ນະພາ​ບ, ຄວາມ​ປອດ​ໄພ ​ແລະ ສະໜັບສະໜູນ ບັນດາ​ຂໍ້​ຕົກລົງ​ຕ່າງໆ ກັບ​​ການ​ຄ້າ​ແນວ​ພັນ​ອານຸພາກພື້ນ​ແມ່ນ້ຳຂອງ.

ການ​ລິ​ເລີ່​ມດັ່ງກ່າວ​ ​ແມ່ນ​ສອດຄ່ອງ​ກັບ​ແຜນ​ຍຸດ​ທະ​ສາດ ຂອງ​ລັດຖະບານ​ໃນ​ການ​ພັດທະນາ​ກະສິກຳ​ ຮອດປີ 2025 ​ເຊິ່ງ​ແຜນ​ຍຸດ​ທະ​ສາດ​ດັ່ງກ່າວ, ​ໄດ້​ແນ່​ໃສ່​ເພື່ອ​ສົ່ງ​ເສີມ​ລະບົບ​ຕ່ອງ​ໂສ້​ ຂອງ​ການ​ຜະລິດ​ເຂົ້າ​ ໃນ​ບັນດາ​ແຂວງ​ເປົ້າໝາຍ ​ເຊັ່ນ: ​ແຂວງ​ຄຳ​ມ່ວນ, ສາລະ​ວັນ ​ແລະ ແຂວງສະຫວັນ​ນະ​ເຂດ. ພ້ອມ​ນັ້ນ, ກໍ​ແນ່​ໃສ່​ການ​ສົ່ງ​ເສີມ​ລະບົບ​ຕ່ອງ​ໂສ້ ​ການ​ຜະລິດ​ພືດ​ສິນຄ້າ​ກະສິກຳ ​ໃນ​ນະຄອນຫລວງວຽງຈັນ, ​ແຂວງ​ຈຳປາ​ສັກ ​ແລະ ແຂວງ​ເຊ​ກອງ ສິ່ງ​ດັ່ງກ່າວ​ນີ້ ຈະຊ່ວຍ​ເຮັດ​ໃຫ້​ສາມາດ​ບັນລຸ​ເປົ້າໝາຍການ​ຜະ​ລິດ​ ພືດສິນຄ້າ​ກະສິກຳ ​ແລະ ​ເຂົ້າ ທີ່​ມີ​ຄຸນ​ນະພາ​ບ ​ເພື່ອ​ສົ່ງ​ຂາຍ​ທັງ​ຕະຫລາດພາຍ​ໃນ ​ແລະ ຕ່າງປະ​ເທດ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.