ມີພຽງ 80% ຫົວໜ່ວຍທຸລະກິດປະຕິບັດໄດ້ຄ່າແຮງງານຂັ້ນຕໍ່າ 1,10 ລ້ານກີບ

18:04 | 30/04/2019

ຫຼັງຈາກທີ່ລັດຖະບານໄດ້ອອກແຈ້ງການກ່ຽວກັບການປັບຂຶ້ນຄ່າແຮງຂັ້ນຕ່ຳສຸດຂອງຜູ້ອອກແຮງງານຢູ່ລາວຈາກ 9 ແສນກີບ ມາເປັນ 1,10 ລ້ານກີບ ໃນປີ 2018, ມາຮອດປະຈຸບັນທົ່ວປະເທດສາມາດປະຕິບັດໄດ້ແລ້ວ 80% ແລະຍັງອີກ 20% ແມ່ນຍັງບໍ່ສາມາດປະຕິບັດໄດ້ຕົ້ນຕໍແມ່ນຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະກາງ (SME) ບັນດາໂຮງງານຕັດຫຍີບ, ທຸລະກິດຄົວເຮືອນ ແລະແຮງງານເຮັດວຽກຊົ່ວຄາວອື່ນໆ

ມີພຽງ 80% ຫົວໜ່ວຍທຸລະກິດປະຕິບັດໄດ້ຄ່າແຮງງານຂັ້ນຕໍ່າ 1,10 ລ້ານກີບ

ແຮງງານລາວໄດ້ຮັບຄ່າແຮງງານຂັ້ນຕ່ຳ ກວ່າ 80%.

ທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານກະຊວງແຮງງານ ແລະສະຫວັດດີການສັງຄົມ (ຮສສ) ໃຫ້ສຳພາດວ່າ: ກ່ຽວກັບການປັບຂຶ້ນຄ່າ ແຮງຂັ້ນຕ່ຳສຸດຕາມທີ່ລັດຖະບານເຫັນດີໃຫ້ມີການປັບຂຶ້ນນັ້ນ, ກົມໃນນາມຜູ້ຄຸ້ມຄອງແຮງງານແມ່ນໄດ້ຈັດຕັ້ງປະຕິບັດຕົ້ນຕໍແມ່ນການປະເມີນ, ຕິດຕາມ ໂດຍອີງໃສ່ກົນໄກການເຮັດວຽກຂອງເຈົ້າໜ້າທີ່ກວດກາແຮງງານໃນຂອບເຂດທົ່ວປະເທດ ແລະ ປະຈຸບັນກົມກຳລັງມີການປະເມີນຄືນ, ພ້ອມດຳເນີນການສຳ ຫຼວດບັນດາຫົວໜ່ວຍແຮງງານຕ່າງໆ ໂດຍສະເພາະແມ່ນໄດ້ສຸມເອົາຫົວໜ່ວຍແຮງງານແຕ່ລະຂະໜາດຄື: ໃຫຍ່, ກາງ ແລະ ນ້ອຍໃນບັນດາຂະແໜງການເສດຖະກິດ, ແຕ່ຜ່ານການຈັດຕັ້ງປະຕິບັດກໍບໍ່ອາດປາສະຈາກຫາງສຽງຂອງສັງຄົມທີ່ສ່ອງແສງມາວ່າຍັງມີຫຼາຍບໍລິສັດ, ມີຫຼາຍຫົວໜ່ວຍແຮງງານທີ່ຍັງບໍ່ທັນມີຄວາມສາມາດໃນການປັບຂຶ້ນຄ່າແຮງຂັ້ນຕ່ຳຕາມທີ່ລັດຖະບານກຳນົດໄວ້ນັ້ນ.

ສ່ວນທາງສະພາການຄ້າ ແລະອຸດສາຫະກຳ ໃນນາມຜູ້ໃຊ້ແຮງງານກໍໄດ້ແຈ້ງມາວ່າຍັງມີຫຼາຍໂຮງຈັກໂຮງງານໂດຍສະເພາະທຸລະກິດຂະໜາດນ້ອຍ ແລະກາງ (SME) ທີ່ຍັງມີບັນຫາການຈ່າຍຄ່າແຮງຂັ້ນຕໍ່າຢູ່, ຮອງລົງມາກໍແມ່ນທຸລະກິດຄົວເຮືອນ, ແຮງງານເຮັດວຽກຊົ່ວຄາວ, ລາຍວັນ, ເຮັດໄລຍະສັ້ນ ແລະ ເປັນວຽກທີ່ມີບໍລິມາດນ້ອຍ, ຊຶ່ງບັນຫານີ້ພວກເຮົາຈະໄດ້ພິຈາລະນາຮ່ວມກັນໃໝ່ກັບ 3 ຝ່າຍ ເພື່ອຊອກໃຫ້ຮູ້ສາເຫດທີ່ເຂົາເຈົ້າບໍ່ສາມາດຈ່າຍໄດ້ເປັນເພາະຫຍັງ, ພວກເຮົາຈະມີວິທີການແກ້ໄຂແນວໃດ ແລະຄາດວ່າໃກ້ໆນີ້ຈະມີການປຶກສາຫາລືຮ່ວມກັນ,ການແກ້ໄຂບັນຫາຄ່າແຮງຂັ້ນຕ່ຳແມ່ນບັນຫາໜຶ່ງທີ່ໄດ້ຍົກຂຶ້ນທຸກໆກອງປະຊຸມປະຈຳໄຕມາດຂອງ 3 ຝ່າຍ, ທ່ານ ພົງໄຊສັກ ອິນຖາລາດ ກ່າວຕື່ມ.

ພ້ອມດຽວກັນນັ້ນ ທ່ານ ສີມູນ ອຸ່ນລາສີ ຮອງປະທານສູນກາງກຳມະບານລາວ ໃຫ້ສຳພາດຕື່ມວ່າ: ຜ່ານການຈັດຕັ້ງປະຕິບັດຄ່າແຮງຂັ້ນຕ່ຳທີ່ລັດຖະບາອອກແຈ້ງການໄປນັ້ນເຫັນວ່າການຈັດຕັ້ງປະຕິບັດຕົວຈິງແມ່ນເລີ່ມມາແຕເດືອນກັນຍາ 2018, ຈິ່ງເຮັດໃຫ້ສາມາດປະຕິບັດໄດ້ພຽງ 80% ແລະ ຍັງອີກ 20% ທີ່ບໍ່ສາມາດປະຕິບັດໄດ້ແມ່ນກວມໃນຂົງເຂດໂຮງງານຕັດຫຍິບຢູ່ບັນດາຕົວເມືອງຕ່າງໆໃນຂອບເຂດທົ່ວປະເທດທີ່ເປັນທຸລະກິດຂະໜາດນ້ອຍ ແລະກາງ, ລວມທັງແຮງງານນອກລະບົບ, ແນວໃດກໍດີ ໃນປີ 2019 ນີ້ ເພື່ອສືບຕໍ່ປະຕິບັດໃຫ້ສຳເລັດຕາມລະດັບຄາດໝາຍ,ສູນກາງສະຫະພັນກຳມະບານລາວໃນນາມຜູ້ປົກປ້ອງຜູ້ອອກແຮງງານແມ່ນຈະສືບຕໍ່ສົມທົບກັບຄະນະອີກ 2 ຝ່າຍຮ່ວມກັນລົງປະຕິບັດຕົວຈິງແນໃສ່ຊອກໃຫ້ໄດ້ສາເຫດຂອງບັນດາຫົວໜ່ວຍທີ່ຍັງບໍ່ສາມາດປະຕິບັດໄດ້ເປັນຍ້ອນຫຍັງ ແລະຮ່ວມກັນແກ້ໄຂ.

(ແຫຼ່ງ​ຂໍ້​ມູນ​: ພິມພອນ/ຮສສ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.