Google ຢຸດໃບອະນຸຍາດນຳໃຊ້ລະບົບ ເອດຼອຍ ໃຫ້ກັບ Huawei

15:51 | 22/05/2019

ຍສໝ - ໃນວັນທີ 20 ພຶດສະພາ, Google ໄດ້ປະກາດແຈ້ງການວ່າ: ໄດ້ຢຸດຕິການ ອະນຸຍາດນຳໃຊ້ ຊໍແວ ເອັນດຼອຍ ໃຫ້ກັບ Huawei ຢ່າງເປັນທາງການແລ້ວ.

ອີງ​ຕາມ​​ສຳ​ນັກ​ຂ່າວ​ຣອຍ​ເຕີ (Reuters) ໃຫ້​ຮູ້​ວ່າ: Google ຕັດສິນໃຈ ຍົກເລິກໃບອະນຸຍາດນຳໃຊ້ ແລະ ສັນຍາແບ່ງບັນ ຂອງGoogle ກັບ Huawei ປະກອບມີ: ສົ່ງສິນຄ້າຄື ຮາດແວ ແລະ ຊອບແວ. ບໍລິສັດ ຈີນ ບໍ່ສາມາດເຂົ້າ ລະ​ບົບ Android ທົ່ວໂລກ ໂດຍທັນທີ, ໝາຍຄວາມວ່າບໍ່ມີ ເວີຊັ້ນປ້ອງກັນ ຂອງລະບົບ ເອັນດຼອຍ ສຳລັບໂທລະສັບ Huawei ເຊິ່ງປະກອບມີໂທລະສັບລຸ້ນ: P30, P30 Pro, Mate 20 Pro...

Google ຢຸດໃບອະນຸຍາດນຳໃຊ້ລະບົບ ເອດຼອຍ ໃຫ້ກັບ Huawei

ຜູ້ໃຊ້ໂທລະສັບ Huawei ບໍ່ໄດ້ຮັບການອັບເດດ ຮຸ່ນໃຫມ່ໃນອະນາຄົດ. (ພາບ: Reuters)

ນອກນັ້ນ, ໂທລະສັບໃໝ່ຂອງ Huawei ກໍ່ຈະບໍ່ສາມາດເຂົ້າລະບົບປະຕິບັດການ ແລະ ບໍລິການທົ່ວໄປ, ໃນນັ້ນມີອັບພິເຄຊັ້ນ Google Play Store, ອັບຫຼຶໂປູແກຼມ Gmail ແລະ YouTube. ແຕ່ເຖິງຢ່າງໃດກໍ່ຕາມ, ບໍລິສັດ ໂທລະສັບຈີນ ຍັງສາມາດເຂົ້າໄປເວີຊັ້ນ ແຫຼ່ງຂໍ້ມູນເປີດ ຂອງລະບົບປະຕິບັດການ ເອັນດຼອຍ.

ຂໍ້ມູນລະອຽດກ່ຽວກັບການບໍລິການຕົວຈິງ ຍັງຄົງໄດ້ຮັບການວິພາກວິຈານຢ່າງກວ້າງຂວາງພາຍໃນ Google, ແຫຼ່ງຂ່າວໄດ້ໃຫ້ຮູ້ວ່າ: ຄະນະທະນາຍຄວາມ ຂອງບໍລິສັດ Huawei ກຳລັງຄົ້ນຄວ້າຜົນກະທົບ ຈາກການຕັດສິນໃຈ ຂອງ ກະຊວງການຄ້າ ອາເມລິກາວາງອອກ, ໂຄສົກຂອງບໍລິສັດ ຈີນໄດ້ກ່າວ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.