ຍສໝ - ວັນທີ 13 ທັນວາ, ຢູ່ສະຫະພັນບັນດາອົງການມິດຕະພາບແຂວງ, ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ດົ່ງນາຍ ໄດ້ຈັດຕັ້ງກອງປະຊຸມຄະນະບໍລິຫານງານ ຄັ້ງທີ 7, ອາຍຸການ 3 ເພື່ອຕີລາຄາໝາກຜົນການເຄື່ອນໄຫວໃນປີ 2023, ປະກາດທິດທາງ ແລະ ວຽກງານປີ 2024.
ຍສໝ - ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ສິ້ນສຸດການເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດສະພາແຫ່ງຊາດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 5 ໄດ້ຮັບຜົນສຳເລັດທີ່ສຸດ; ຢ້ຽມຢາມ ແລະ ເຮັດວຽກຢູ່ລາວ; ຢ້ຽມຢາມໄທຢ່າງເປັນທາງການແຕ່ວັນທີ 4-10 ທັນວາ 2023.
ຍສໝ - ກ່ຽວກັບການຮ່ວມມືກັບລາວ, ໃນຫຼາຍປີຜ່ານມາ, ນະຄອນດ່ານັ້ງ ໄດ້ ແລະພວມສືບຕໍ່ສົມທົບກັບ 5 ແຂວງພາກໃຕ້-ພາກກາງຂອງລາວ ເພື່ອຜັນຂະຫຍາຍຫຼາຍໂຄງການຮ່ວມມື, ໃນຫຼາຍຂົງເຂດ..
ຍສໝ - ລາຍການກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນ ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບຂອງກອງທັບສອງປະເທດຫວຽດນາມ - ລາວ ເທົ່ານັ້ນ ຫາກຍັງແມ່ນການສະແດງຄວາມສາມັກຄີ, ຄວາມຮູ້ບຸນຄຸນຂອງປະຊາຊົນ, ອຳນາດການປົກຄອງທ້ອງຖິ່ນ - ຜູ້ທີ່ໄດ້ຊ່ວຍເຫຼືອ, ໜູນຊ່ວຍກອງທັບສອງປະເທດໃນໄລຍະຕໍ່ສູ້ເພື່ອປົດປ່ອຍຊາດ.
ຍສໝ - ຈາກການແຂ່ງຂັນດົນຕີ, ງານສະເຫຼີມສະຫຼອງຮ້ອງເພງມິດຕະພາບຫວຽດນາມ - ລາວ ໄດ້ກາຍເປັນອາຫານດ້ານຈິດໃຈ, ຂົວວັດທະນະທຳ, ຂົວມິດຕະພາບທີ່ຮັດແໜ້ນນ້ຳໃຈສາມັກຄີຂອງສອງປະເທດ.
ຍສໝ - ປະຈຸບັນ, ຢູ່ແຂວງແທັງຮວາ ມີນັກສຶກສາລາວ ກວ່າ 500 ຄົນ ທີ່ພວມຮໍ່າຮຽນຢູ່ໂຮງຮຽນແຫ່ງຕ່າງໆ ຄື: ມະຫາວິທະຍາໄລຮົ່ງດຶກ; ມະຫາວິທະຍາໄລວັດທະນະທໍາ, ກິລາ ແລະທ່ອງທ່ຽວ; ວິທະຍາໄລການແພດ; ວິທະຍາໄລອຸດສາຫະກໍາແທັງຮວາ. ໃນນັ້ນມີນັກສຶກສາເກືອບ 200 ຄົນ ໄດ້ຮັບທຶນສຶກສາຂອງແຂວງ, ສ່ວນຍັງເຫຼືອແມ່ນນັກສຶກສາດ້ວຍທຶນຕົນເອງ.
ຍສໝ - ຕອນບ່າຍວັນທີ 7 ທັນວາ, ຢູ່ກອງບັນຊາການປະຊາຊົນເມືອງ ເມື່ອງແຍ, ແຂວງ ດ້ຽນບຽນ (ຫວຽດນາມ), ຄະນະປະຕິບັດງານຂອງບັນດາສະຖານີປ້ອງກັນຊາຍແດນຄື: ນາໂກຊາ, ເລືອງຊູສິນ, ມົ້ວເຍີນ, ນາມເຄ (ດ່ານຊາຍແດນດ້ຽນບຽນ, ທະຫານຊາຍແດນຫວຽດນາມ. ກອງບັນຊາການທະຫານຊາຍແດນ 117, ກອງບັນຊາການທະຫານແຂວງ ຜົ້ງສາລີ, ໂດຍທ່ານພົນໂທ ຟານງອກຕວນ, ຫົວໜ້າກອງບັນຊາການທະຫານຊາຍແດນ ເລືອງຊູສິນ, ເປັນຫົວໜ້າຄະນະ, ເປັນປະທານກອງປະຊຸມປະຈໍາປີ 2023 ຄັ້ງທີ 2 ຂຶ້ນກັບກອງບັນຊາການທະຫານຊາຍແດນ 117, ກອງບັນຊາການທະຫານແຂວງ ຜົ້ງສາລີ.
ຍສໝ - ຕາມຜູ້ຕາງໜ້າພິເສດສຳນັກຂ່າວສານ ຫວຽດນາມ ປະຈຳ ລາວ ແລ້ວ, ແຕ່ວັນທີ 5-10 ທັນວາ, ສະມາຄົມມິດຕະພາ ບຫວຽດນາມ - ລາວ ນະຄອນ ໂຮ່ຈິມິນ ສົມທົບກັບມະຫາວິທະຍາໄລແພດສາດ ຟ້າມຫງອກແທກ ແລະ ຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງການກວດພະຍາດ, ແຈກຢາຍຢາ ແລະ ມອບຂອງຂວັນໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ປະຊາຊົນທີ່ມີ່ສະພາບການຫຍຸ້ງຍາກຢູ່ແຂວງ ຄຳມ່ວນ, ພາກກາງ ລາວ.
ຍສໝ - ພາຍຫຼັງລົງກວດກາວຽກງານກະກຽມທຸກດ້ານຢູ່ບັນດາສະຖານທີ່, ກິດຈະກຳຮັບໃຊ້ໃຫ້ການພົບປະແລກປ່ຽນ, ບັນດາເນື້ອໃນທີ່ກ່ຽວຂ້ອງເຖິງລາຍການພົບປະແລກປ່ຽນ, ພົນຈັດຕະວາ ຮວ່າງຮືວຈ໊ຽນ ໄດ້ຊາບຊຶມ, ຮຽກຮ້ອງພາກສ່ວນຮັບໃຊ້ລາຍການພົບປະແລກປ່ຽນຕ້ອງເສີມຂະຫຍາຍຈິດໃຈຮັບຜິດຊອບ, ກວດກາຄືນຢ່າງຮີບດ່ວນ, ປະຕິບັດສໍາເລັດບາງກິດຈະກຳຍ່ອຍທີ່ຄວນເພີ່ມເຕີມເຊິ່ງຄະນະປະຕິບັດງານໄດ້ຍົກອອກ.
ຍສໝ - ດ້ວຍເນື້ອທີ່ປະມານ 800 ຕາແມັດ, ລວມມີອາຄານ 2 ຊັ້ນກວ້າງຂວາງ, ດ້ວຍ 28 ຫ້ອງ, ສຸກສາລາໄດ້ປະກອບອຸປະກອນທີ່ທັນສະໄໝຫຼາຍຢ່າງ ຄືເຄື່ອງເອໂກ, ແທກຫົວໃຈ... ສາມາດກວດ, ບົ່ງມະຕິພະຍາດ, ປິນປົ່ວພະຍາດຕ່າງໆ.
ຍສໝ - ໃນໄລຍະມໍ່ໆມານີ້, ຫຼາຍໂຄງການຮ່ວມມືດ້ານກະສິກຳລະຫວ່າງຫວຽດນາມ - ລາວ ໄດ້ຮັບການຜັນຂະຫຍາຍ, ຫຼາຍຮູບແບບການປູກຝັງ ແລະ ລ້ຽງສັດໄດ້ຮັບການຜັນຂະຫຍາຍ, ນຳມາເຊິ່ງຊີວິດການເປັນຢູ່ຂອງຊາວກະສິກອນຂອງສອງປະເທດ
ຍສໝ - ຕັ້ງຢູ່ລະຫວ່າງ ດ່ານຊາຍແດນສາກົນນ້ຳແຄນ (ເມືອງ ກີເຊີນ, ແຂວງ ເງ້ອານ, ຫວຽດນາມ) ແລະ ດ່ານຊາຍແດນສາກົນນ້ຳແຄນ (ແຂວງຊຽງຂວາງ, ລາວ), ມີຕະຫຼາດນັດພິເສດທີ່ພົບກັນທຸກວັນອາທິດ. ຕະຫຼາດແຫ່ງນີ້ມີຊື່ວ່າ ນ້ຳແຄນ, ເຊິ່ງແມ່ນຊື່ທີ່ຄຸ້ນເຄີຍແມ່ນຕະຫຼາດດ່ຽນດວານ. ຕະຫຼາດບໍ່ພຽງແຕ່ແມ່ນບ່ອນແລກປ່ຽນການຄ້າ, ການຄ້າເທົ່ານັ້ນ, ຫາກຍັງປະກອບສ່ວນເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນຫວຽດນາມ - ລາວ.
ຍສໝ - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຢືນຢັນວ່າ, ສະພາແຫ່ງຊາດ ຫວຽດນາມ ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະໃຫ້ການຊ່ວຍເຫຼືອຢ່າງສູງສຸດໃຫ້ແກ່ ສປປ ລາວ ເພື່ອຮັບຮອງເອົາບົດບາດເປັນປະທານອາຊຽນ ແລະ ປະທານ AIPA ໃນປີ 2024.
ຍສໝ - ຜ່ານໂຄງການ “ຢູ່ເຮືອນປະຊາຊົນ'' (homestay), ຫຼາຍສາຍພົວພັນແຮກສ່ຽວພໍ່ແມ່-ລູກ, ອ້າຍ-ເອື້ອຍ-ນ້ອງ ຫວຽດນາມ - ລາວ ໄດ້ຮັບການສ້າງຕັ້ງ, ເປັນແກນສານລ້ຽງດູ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ຫວຽດນາມ - ລາວ ອ້າຍນ້ອງ.
ຍສໝ - ໃນປີຜ່ານມາ, ສອງຝ່າຍໄດ້ຈັດຕັ້ງການຊາບຊຶມ, ຜັນຂະຫຍາຍການປະຕິບັດເນື້ອໃນຂໍ້ຕົກລົງຮ່ວມມືລະຫວ່າງກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ ກັບກົມທະຫານຊາຍແດນ ແລະກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ຢ່າງເຂັ້ມງວດ, ມີປະສິດທິຜົນ; ສົມທົບກັນໂຄສະນາໃຫ້ປະຊາຊົນສອງປະເທດປະຕິບັດອະນຸສັນຍາກ່ຽວກັບເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນ...
ຍສໝ - ທີ່ກອງປະຊຸມ, ຜູ້ຕາງໜ້າສອງຝ່າຍ ໄດ້ລົງນາມບົດບັນທຶກຊ່ວຍຈໍາໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະຕໍ່ສູ້ສະກັດກັ້ນ ແລະຕ້ານອາດຊະຍາກໍາ, ສະກັດກັ້ນ ແລະຕ້ານການເຂົ້າອອກເມືອງຜິດກົດໝາຍ.
ຍສໝ - ທີ່ກອງປະຊຸມ, ພະແນກແຮງງານ-ທະຫານເສຍອົງຄະ ແລະສັງຄົມແຂວງ ຮ່າຕິ້ງ ກັບພະແນກແຮງງານ ແລະສະຫວັດດີການສັງຄົມ ແຂວງບໍລິຄຳໄຊ ໄດ້ເຫັນດີເປັນເອກະພາບລົງນາມໃນຂໍ້ຕົກລົງຮ່ວມມືໃນຂົງເຂດພັດທະນາແຫຼ່ງຊັບພະຍາກອນມະນຸດ ຜ່ານການພັດທະນາທັກສະດ້ານວິຊາຊີບ, ຊຸກຍູ້ການຮ່ວມສໍາພັນບໍາລຸງສ້າງອາຊີບ, ບໍາລຸງສ້າງເພີ່ມທະວີຄວາມສາມາດໃຫ້ຖັນແຖວຄູອາຈານ ທີ່ສິດສອນກ່ຽວກັບວິຊາຊີບ ...
ຍສໝ - ໂດຍສືບຕໍ່ຜົນສຳເລັດຂອງລາຍການພົບປະອະດີດນັກຮຽນ ແລະ ຄູອາຈານ ໂຮງຮຽນມິດຕະພາບ T78 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 6 ທັນວາ 2023 ທີ່ນະຄອນຫຼວງວຽງຈັນ, ໃນວັນທີ 7 ແລະ 8 ທັນວາ 2023, ຄະນະຜູ້ແທນ ຄູອາຈານ ໂຮງຮຽນ ມິດຕະພາບ T78 ມີຄວາມຄວາມປິຕິຊົມຊື່ນ ຈາກການຕ້ອນຮັບອັນອົບອຸ່ນ ຂອງບັນດາການນຳຂັ້ນສູງ ຂອງ ສປປ ລາວ.
ຍສໝ - ຕາມນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳອົດ ສະຕາລີ, ຕອນເຊົ້າວັນທີ 6 ທັນວາ, ຄະນະຜູ້ແທນສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ນຳໂດຍທ່ານເອກອັກຄະລັດຖະທູດ ຫງວຽນເຕິດແທ່ງ ໄດ້ເກີນທາງມາຍັງສະຖານທູດ ລາວ ປະຈຳນະຄອນ Canberra ເພື່ອອວຍພອນວັນຊາດ ສປປ ລາວ ຄົບຮອບ 48 ປີ. (02 ທັນວາ 1975 - 2 ທັນວາ 2023).
ຍສໝ - ລັດຖະມົນຕີສອງທ່ານ ຢັ້ງຢືນວ່າ ຈະຫັນການຮ່ວມມືລະຫວ່າງສອງປະເທດເປັນຫຼາຍຮູບຫຼາຍແບບ ແລະເປີດກວ້າງໃນວຽກງານອຸປະຖຳໜຸູນຊ່ວຍສັງຄົມ, ເບິ່ງແຍງດູແລເດັກ, ໜູນຊ່ວຍຄົນພິການ ແລະຜູ້ອາຍຸສູງ... Hai Bộ trưởng khẳng định sẽ đa dạng hóa và mở rộng hợp tác giữa hai nước trong công tác bảo trợ xã hội, bảo vệ và chăm sóc trẻ em, hỗ trợ người khuyết tật, người cao tuổi...