ຫວຽດນາມ-ລາວ ຍູ້ແຮງການຮ່ວມມືພັດທະນາການທ່ອງທ່ຽວ

08:44 | 30/12/2023

ຫວຽດນາມ-ລາວ ຍູ້ແຮງການຮ່ວມມືພັດທະນາການທ່ອງທ່ຽວ

ສານກ່ຽວກັບນໍ້າໃຈສາມັກຄີມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ: ນໍາການຮ່ວມມືລະຫວ່າງກອງທັບ ຫວຽດນາມ-ລາວ-ກໍາປູເຈຍ ຂຶ້ນສູ່ລະດັບສູງໃໝ່ ສານກ່ຽວກັບນໍ້າໃຈສາມັກຄີມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ: ນໍາການຮ່ວມມືລະຫວ່າງກອງທັບ ຫວຽດນາມ-ລາວ-ກໍາປູເຈຍ ຂຶ້ນສູ່ລະດັບສູງໃໝ່
ແຂວງກຽນຢາງ ແລະ ນະຄອນວຽງຈັນ ຍູ້ແຮງການຮ່ວມມືພັດທະນາການທ່ອງທ່ຽວ ແລະ ບໍລິການການຄ້າ ແຂວງກຽນຢາງ ແລະ ນະຄອນວຽງຈັນ ຍູ້ແຮງການຮ່ວມມືພັດທະນາການທ່ອງທ່ຽວ ແລະ ບໍລິການການຄ້າ

ວັນທີ 28 ທັນວາ, ຄະນະກຳມະການປະຊາຊົນແຂວງບິ່ງດິ້ງ ໄດ້ຈັດຕັ້ງລາຍການພົບປະລະຫວ່າງພະແນກທ່ອງທ່ຽວແຂວງບິ່ງດິ້ງ ແລະ 4 ແຂວງພາກໃຕ້ຂອງລາວ ໃນໂຄງການຮ່ວມສຳພັນພັດທະນາການທ່ອງທ່ຽວ.

ຫວຽດນາມ-ລາວ ຍູ້ແຮງການຮ່ວມມືພັດທະນາການທ່ອງທ່ຽວ

ວິສາຫະກິດຂອງແຂວງ ບິ່ງດິ້ງ ຈຳນວນໜຶ່ງ ແລະ 4 ແຂວງພາກໃຕ້ຂອງລາວ ລົງນາມໃນບົດບັນທຶກຊ່ວຍຈໍາ. ພາບ: baoxaydung.com.vn

ການສົມທົບກັນລະຫວ່າງແຂວງບິ່ງດິ້ງ ແລະ 4 ແຂວງພາກໃຕ້ ຂອງລາວ (ລວມມີ: ຈໍາປາສັກ, ເຊກອງ, ສາລະວັນ, ອັດຕະປື) ແມ່ນໜຶ່ງໃນບັນດາການເຄື່ອນໄຫວຫັນເນື້ອໃນຮ່ວມສໍາພັນພັດທະນາການທ່ອງທ່ຽວ ກັບບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃຫ້ປະກົດຜົນເປັນຈິງ.

ໃນໄລຍະຜ່ານມາ, ແຂວງບິ່ງດິ້ງ ແລະບັນດາແຂວງພາກໃຕ້ຂອງລາວ ໄດ້ມີສາຍພົວພັນອັນດີງາມ. ພິເສດ, ພາຍຫຼັງການດໍາເນີນກອງປະຊຸມລົງນາມຮ່ວມມືລະຫວ່າງແຂວງ ບິ່ງດິ້ງ ແລະ 4 ແຂວງພາກໃຕ້ຂອງລາວ ໃນວັນທີ 30 ມີນາ 2023, ຄະນະປະຕິບັດງານຂອງບັນດາພະແນກ, ຄະນະ, ຂະແໜງການຂອງແຂວງ ບິ່ງດິ້ງ ແລະ 4 ແຂວງພາກໃຕ້ຂອງລາວ ໄດ້ເພີ່ມທະວີການພົບປະ ແລະແລກປ່ຽນບົດຮຽນປະສົບການເພື່ອແນໃສ່ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ຫວ່າງມໍ່ໆມານີ້, ພາຍຫຼັງດຳເນີນການສຳຫຼວດເປັນເວລາ 2 ວັນ, ບັນດາຜູ້ແທນຈາກ 4 ແຂວງພາກໃຕ້ຂອງລາວ ໄດ້ຮັບຂໍ້ມູນກ່ຽວກັບບັນດາສະຖານທີ່ທ່ອງທ່ຽວ, ຜະລິດຕະພັນການບໍລິການທ່ອງທ່ຽວ ແລະຊັບພະຍາກອນທ່ອງທ່ຽວຂອງແຂວງບິ່ງດິ້ງ ເພື່ອມີຄວາມເຂົ້າໃຈກວ່າກ່ຽວກັບຄຸນຄ່າປະຫວັດສາດ, ວັດທະນະທຳ, ທຳມະຊາດ ແລະປະຊາຊົນແຂວງບິ່ງດິ້ງ. ຈາກນັ້ນ, ກໍ່ເປີດກວ້າງຕະຫຼາດ, ຮ່ວມສໍາພັນ ແລະຮ່ວມມືລະຫວ່າງແຂວງ ບິ່ງດິ້ງ ກັບບັນດາແຂວງພາກໃຕ້ຂອງລາວ ແນໃສ່ພັດທະນາຜະລິດຕະພັນທ່ອງທ່ຽວໃຫ້ເໝາະສົມໃນອະນາຄົດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເລິມຫາຍຢາງ, ຮອງປະທານຄະນະກຳມະການປະຊາຊົນແຂວງບິ່ງດິ້ງ ແບ່ງປັນວ່າ: “ໃນໄລຍະສັ້ນ, ບັນດາຜູ້ແທນໄດ້ໄປສຳຫຼວດຜະລິດຕະພັນທ່ອງທ່ຽວທີ່ພົ້ນເດັ່ນຈໍານວນໜຶ່ງຂອງແຂວງ, ຂ້າພະເຈົ້າຫວັງວ່າ ຈະໄດ້ຮັບຟັງຄວາມຄິດເຫັນຢ່າງຈິງໃຈຂອງບັນດາຜູ້ແທນ ແລະຄໍາສະເໜີການຮ່ວມມືໃນອະນາຄົດ ເພື່ອໃຫ້ພວກເຮົາມີມາດຕະການ ແລະນະໂຍບາຍຮ່ວມສໍາພັນພັດທະນາທີ່ເໝາະສົມ, ແນໃສ່ເຮັດໃຫ້ການທ່ອງທ່ຽວແຂວງ ບິ່ງດິ້ງ ແລະ 4 ແຂວງ: ຈຳປາສັກ, ເຊກອງ, ສາລະວັນ, ອັດຕະປື (ຂອງປະເທດລາວ) ໃຫ້ນັບມື້ນັບພັດທະນາ, ຕອບສະໜອງຄວາມຕ້ອງການຮັບໃຊ້ນັກທ່ອງທ່ຽວ".

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.