ຫວຽດນາມ ຍາມໃດກໍ່ໃຫ້ຄວາມຮັກແພງເປັນພິເສດ ແລະ ບຸລິມະສິດສູງສຸດໃຫ້ແກ່ລາວ | |
ບັນດາຜົນງານໃນການຮ່ວມມືດ້ານການລົງທຶນຫວຽດນາມ - ລາວ |
ສ້າງການຫັນປ່ຽນຢ່າງເຂັ້ມແຂງກ່ຽວກັບຄຸນນະພາບຂອງການບຳລຸງສ້າງວິຊາຊີບ
ນັກສຶກສລາວ ທຶນສ່ວນຕົວ ບຸນຍໍ ວິໄລສັກ (ເກີດປີ 2001) ມາຈາກເມືອງ ພະລານໄຊ ແຂວງ ສະຫວັນນະເຂດ, ກຳລັງສຶກສາຢູ່ຊຸດຮຽນພະຍາບານ K6 ຢູ່ວິທະຍາໄລການແພດ ກວາງຈິ້ . “ຍ້ອນວ່າ ນ້ອງຮັກການເປັນພະຍາບານ, ນ້ອງຈຶ່ງຕັດສິນໃຈໄປຮຽນຢູ່ ກວາງຈີ. ນ້ອງຕັ້ງໃຈວ່າ ຖ້າຢາກຮຽນເກັ່ງ, ຕ້ອງຮຽນພາສາຫວຽດໃຫ້ໄດ້ດີ, ດັ່ງນັ້ນ ນ້ອງກໍ່ຕັ້ງໃຈຮຽນທີ່ສຸດ’’.
ພາຍຫຼັງຮຽນທິດສະດີແລ້ວ, ໃນຊຸມວັນລົງຕົວຈິງຢູ່ໂຮງໝໍແຂວງ ກວາງຈິ ກໍ່ມີຄວາມລຳບາກ. ແຕ່ແນວໃດກໍ່ຕາມ ດ້ວຍການແນະນຳຢ່າງສຸຈິດສຸດໃຈຈາກຄູສອນ, ບຸນຍໍ ວິໄລສັກ ກໍ່ໄດ້ນຳເອົາທິດສະດີເຂົ້າໃນການປະຕິບັດຢ່າງຄ່ອງຕົວ. ປະຈຸບັນ, ບຸນຍໍ ວິໄລສັກ ໄດ້ຮັບເຊີນໄປເຮັດວຽກຢູ່ໂຮງໝໍແຂວງ ສະຫວັນນະເຂດ ແລະ ໜ່ວຍງານອື່ນໆອີກຈຳນວນໜຶ່ງໃນ ລາວ.
![]() |
ອາຈານສອນຢູ່ວິທະຍາໄລໄຟຟ້າ ຮ່າໂນ້ຍ ສະໜັບສະໜູນການບໍາລຸງສ້າງວິຊາຊີບ ຊ່າງຕິດຕັ້ງໄຟຟ້າໃນລາວ ຈໍານວນ 2 ຄົນ ເພື່ອກະກຽມເຂົ້າແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 10 |
ບໍ່ພຽງແຕ່ບຳລຸງສ້າງວິຊາຊີບຢູ່ ຫວຽດນາມ ເທົ່ານັ້ນ, ຢູ່ເມືອງ ໜອງບົກ, , ແຂວງຄຳມ່ວນ, ພາກກາງລາວ ກໍມີໂຮງຮຽນທີ່ມີຊື່ວ່າ ມັດທະຍົມຕອນປາຍ - ສອນວິຊາຊີບແບບຢ່າງມິດຕະພາບ ລາວ-ຫວຽດນາມ. ນີ້ແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນຂອງການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງວິຊາຊີບ ຫວຽດນາມ - ລາວ. ໂຮງຮຽນໄດ້ຮັບການລົງທຶນດ້ວຍມູນຄ່າທັງໝົດ 5 ລ້ານ USD ລວມມີອາຄານບໍລິຫານ, ຫ້ອງຮຽນ, ອາຄານລົງຕົວຈິງ, ຫໍພັກ, ລະບົບພື້ນຖານໂຄງລ່າງດ້ານເຕັກນິກ; ໂຮງອາຫານ...ນີ້ແມ່ນຂອງຂວັນຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມອບໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ.
ໂຮງຮຽນມີ 5 ຂະແໜງວິຊາຊີບ ເພື່ອຊ່ວຍນັກຮຽນມັດທະຍົມຕອນປາຍ, ແຮງງານທີ່ຍັງບໍ່ມີວຽກເຮັດ, ບັນດາກໍລະນີດ້ອຍໂອກາດ, ແຮງງານຕ້ອງຫັນປ່ຽນອາຊີບ, ແຮງງານລາວຢູ່ຕ່າງປະເທດ ທີ່ຕ້ອງກັບຄືນບ້ານຍ້ອນຜົນກະທົບຈາກພະຍາດໂຄວິດ-19 ສາມາດປັບປຸງທັກສະການຊອກວຽກເຮັດໄດ້.
ຕາມທ່ານ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ລາວ ນາງ ສີສຸກ ວົງວິຈິດ, ໂຮງຮຽນ ມັດທະຍົມຕອນປາຍ - ສອນວິຊາຊີບແບບຢ່າງມິດຕະພາບ ລາວ-ຫວຽດນາມ ເປັນໂຮງຮຽນແຫ່ງທຳອິດຂອງແຂວງ ຄໍາມ່ວນ ທີີ່ໄດ້ຈັດຕັ້ງປະຕິບັດ 2 ຫຼັກສູດການຮຽນ-ການສອນແບບຂະໜານກັນ. ຜ່ານນັ້ນ, ກໍ່ໄດ້ຊ່ວຍໃຫ້ປະຊາຊົນແຂວງ ຄຳມ່ວນ ແລະ ແຂວງໃກ້ຄຽງໄດ້ຮັບການບຳລຸງສ້າງວິຊາຊີບ ແລະ ປະສົບການປະຕິບັດຕົວຈິງເພື່ອພັດທະນາຕົນເອງ ພ້ອມທັງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ.
ບໍ່ພຽງແຕ່ຊຸກຍູ້ການຮ່ວມມືກໍ່ສ້າງພື້ນຖານໂຄງລ່າງເທົ່ານັ້ນ, ໃນໄລຍະຜ່ານມານີ້, ການຮ່ວມມືດ້ານບຳລຸງສ້າງວິຊາຊີບ ຫວຽດນາມ - ລາວ ກໍ່ໄດ້ພັດທະນາຢ່າງເຂັ້ມແຂງໃນຂົງເຂດບຳລຸງສ້າງໄລຍະຍາວໃຫ້ນັກສຶກສາ ລາວ; ຊ່ວຍເຫຼືອເຄື່ອງຈັກ, ອຸປະກອນບຳລຸງສ້າງທີ່ຈຳເປັນ; ຝຶກອົບຮົມນັກຊ່ຽວຊານ ແລະ ຜູ້ເຂົ້າແຂ່ງຂັນຄົນລາວ ທີ່ເຂົ້າຮ່ວມການແຂ່ງຂັນສີມືແຮງງານ ອາຊຽນ; ການບຳລຸງສ້າງພະນັກງານໄລຍະສັ້ນ.
ໃນນັ້ນ, ຂະແໜງພັດທະນາຊັບພະຍາກອນມະນຸດ ໄດ້ໃຫ້ຄຳໝັ້ນສັນຍາສະໜັບສະໜູນອຸປະກອນການບຳລຸງສ້າງ ໃນຂົງເຂດເຕັກໂນໂລຊີລົດໂອໂຕ, ໄຟຟ້າ, ເອເລັກໂຕຣນິກ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ; ຮັບ ແລະ ບຳລຸງສ້າງນັກຮຽນ ແລະ ນັກສຶກສາ; ຝຶກອົບຮົມນັກຊ່ຽວຊານ ແລະ ຜູ້ເຂົ້າແຂ່ງຄົນລາວ ທີ່ເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນ; ການບຳລຸງສ້າງພະນັກງານໄລຍະສັ້ນ ແລະ ໄລຍະຍາວ... ໃຫ້ສໍາລັບປະເທດ ລາວ.
ຫວຽດນາມ ກໍ່ໄດ້ສຳເລັດການຖ່າຍທອດອຸປະກອນໜູນຊ່ວຍບຳລຸງສ້າງ ໃນບັນດາຂົງເຂດເຕັກໂນໂລຊີລົດໂອໂຕ, ໄຟຟ້າ, ເອເລັກໂຕຣນິກ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານກັບສະຖາບັນພັດທະນາສີມືແຮງງານ ລາວ - ສ. ເກົາຫຼີ. ອຸປະກອນໄດ້ຮັບການນຳໃຊ້ໃນການສິດສອນ ແລະ ຮັບໃຊ້ໃນວຽກງານບຳລຸງວ້າງ ດ້ວຍມູນຄ່າເກືອບ 4 ຕື້ດົ່ງ.
ການຮ່ວມມືທີ່ກ່າວມາຂ້າງເທິງນີ້ໄດ້ຮັບການຕີລາຄາສູງຈາກອົງການທີ່ກ່ຽວຂ້ອງຂອງສອງປະເທດ ເພາະວ່າມັນຕອບສະໜອງບັນດາບຸລິມະສິດຂອງທັງສອງຝ່າຍ, ສ້າງການປ່ຽນແປງຢ່າງເຂັ້ມແຂງໃນດ້ານຄຸນນະພາບການຝຶກອົບຮົມວິຊາຊີບ ແລະ ນຳມາເຊິ່ງປະສິດທິຜົນທີ່ແທດຈິງ. ເຖິງຢ່າງໃດກໍຕາມ, ໃນໄລຍະຍາວ, ການຮ່ວມມືໃນຂົງເຂດນີ້ຍັງປະສົບກັບຄວາມຫຍຸ້ງຍາກໃນການປະຕິບັດຄື ວຽກງານຮັບ, ຖ່າຍທອດ ແລະ ນຳໃຊ້ອຸປະກອນຍັງຊັກຊ້າ, ແຫຼ່ງງົບປະມານຄົງທີ່ຍັງບໍ່ທັນຈັດແບ່ງໃຫ້...
ຊຸກຍູ້ການຮ່ວມມືສາກົນເພື່ອຍົກສູງຄຸນນະພາບ
ເພື່ອແນໃສ່ຍົກສູງຄຸນນະພາບການເຄື່ອນໄຫວປະສານງານການບຳລຸງສ້າງວິຊາຊີບລະຫວ່າງ ຫວຽດນາມ - ລາວ, ເດືອນພະຈິກ 2022. “ສັນຍາຮ່ວມມືໃນຂົງເຂດພັດທະນາຊັບພະຍາກອນມະນຸດ” ລະຫວ່າງກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ, ກະຊວງແຮງງານ ແລະ ສະຫວັດດິການສັງຄົມ ແລະ ກະຊວງສຶກສາທິການ ແລະ ກິລາ ລາວ ໄດ້ລົງນາມຢ່າງເປັນທາງການ.
ຕາມຂໍ້ຕົກລົງ, ເນື້ອໃນບັນດາຂົງເຂດຮ່ວມມື ລວມມີການແລກປ່ຽນບົດຮຽນໃນການກໍ່ສ້າງ, ປັບປຸງກົດໝາຍ, ນະໂຍບາຍພັດທະນາແຮງງານ ແລະ ຊັບພະຍາກອນມະນຸດ; ການຮ່ວມມືດ້ານການບຳລຸງສ້າງກ່ຽວກັບການພັດທະນາທັກສະອາຊີບ, ສ້າງມາດຕະຖານສີມືແຮງງານອາຊີບແຫ່ງຊາດ ແລະ ການບໍາລຸງສ້າງເພື່ອຍົກສູງກຳລັງຄວາມສາມາດ.
ກະຕຸກຊຸກຍູ້ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ສູນພັດທະນາສີມືແຮງງານ, ບັນດາຮາກຖານບຳລຸງສ້າງວິຊາຊີບ; ສົ່ງເສີມການຄຸ້ມຄອງ ແລະ ການຮ່ວມມືດ້ານການເຄື່ອນໄຫວຫັນປ່ຽນແຮງງານທີ່ມີສີມືແຮງງານລະຫວ່າງສອງປະເທດ.
ຮ່ວມມື ແລະ ໜູນຊ່ວຍບັນດາວິສາຫະກິດປະຕິບັດໂຄງການບຳລຸງສ້າງ ແລະ ພັດທະນາສີມືແຮງງານ; ການສະໜັບສະໜູນອຸປະກອນ, ສ້າງໂຄງການພັດທະນາສີມືແຮງງານ ແລະ ການບໍາລຸງສ້າງວິຊາຊີບ.
ພິເສດ, ສອງຝ່າຍຈະຮ່ວມມືກັນໃນການບໍາລຸງສ້າງພາສາລາວ ແລະ ພາສາຫວຽດນາມ ໃຫ້ແກ່ພະນັກງານ ແລະ ຄູສອນຂອງສູນການບໍາລຸງສ້າງວິຊາຊີບຂອງສອງກະຊວງ ຫວຽດນາມ - ລາວ (ຈາກທຶນ ODA ປະຈຳປີຂອງສອງລັດຖະບານ ຫວຽດນາມ - ລາວ); ສົມທົບກັນຈັດຕັ້ງປະຕິບັດບັນດາໂຄງການທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດໃນຂອບເຂດພາກພື້ນ ແລະ ສາກົນ.
ເປົ້າໝາຍຂອງສັນຍາແມ່ນໃຫ້ຄຳໝັ້ນສັນຍາຮ່ວມມືໃນຂົງເຂດພັດທະນາຊັບພະຍາກອນມະນຸດໂດຍຜ່ານການພັດທະນາສີມືແຮງງານ, ຊຸກຍູ້ການເຊື່ອມໂຍງການບໍາລຸງສ້າງວິຊາຊີບ, ບຳລຸງເພີ່ມທະວີຄວາມສາມາດຂອງຄູອະຊີວະສຶກສາ ແລະ ພະນັກງານທີ່ເຮັດວຽກໃນຂົງເຂດແຮງງານ, ສະຫວັດດີການສັງຄົມ ແລະ ການສຶກສາວິຊາຊີບ.
ຕາມບັນດານັກຊ່ຽວຊານດ້ານການສຶກສາແລ້ວ, ສັນຍາຮ່ວມມືໃນຂົງເຂດພັດທະນາຊັບພະຍາກອນມະນຸດ ໄດ້ຮັບການລົງນາມໃນສະພາບການທີ່ທ້ອງຕະຫຼາດແຮງງານເພີ່ມຂຶ້ນຂອງບັນດາຜູ້ທີ່ມີສີມືແຮງງານໃນລາວ. ປັດຈຸບັນ, ລັດຖະບານລາວຍັງສຸມໃສ່ຊຸກຍູ້ໃຫ້ນັກຮຽນຈົບມັດທະຍົມສຶກສາພາຍໃນປະເທດ ເຂົ້າຮ່ວມໂຄງການບໍາລຸງສ້າງວິຊາຊີບເພື່ອຕອບສະໜອງຄວາມຕ້ອງການດ້ານຊັບພະຍາກອນມະນຸດ. ສະນັ້ນ, ຂຊ້ຕົກລົງຈະສືບຕໍ່ຊຸກຍູ້ການຮ່ວມມືດ້ານການສຶກສາ, ບຳລຸງສ້າງວິຊາຊີບຢ່າງເປັນຮູບປະທຳ, ແທດຈິງ, ແທດເໝາະກັບທ່າແຮງ ແລະ ການພົວພັນຮ່ວມມືອັນແໜ້ນແຟ້ນລະຫວ່າງສອງປະເທດ.ມິງດຶກ