ອັດຊຸດຝຶກອົບຮົມສຳລັບພະນັກງານແນວລາວສ້າງຊາດ

12:51 | 03/01/2024

ອັດຊຸດຝຶກອົບຮົມໃຫ້ພະນັກງານແນວລາວສ້າງຊາດ

ພິທີອັດຊຸດຝຶກອົບຮົມວຽກງານປ້ອງກັນຊາຍແດນ ໃຫ້ແກ່ກໍາລັງປ້ອງກັນຊາຍແດນແຂວງເຊກອງ ພິທີອັດຊຸດຝຶກອົບຮົມວຽກງານປ້ອງກັນຊາຍແດນ ໃຫ້ແກ່ກໍາລັງປ້ອງກັນຊາຍແດນແຂວງເຊກອງ
ແຂວງເງະອານ ຈັດຕັ້ງພິທີອັດຊຸດຮຽນພາສາລາວ ໃຫ້ແກ່ພະນັກງານ, ບຸກຄະລາກອນ ຂອງບັນດາ ພະແນກ, ຂະແໜງການ ແລະ ຫ້ອງການຕ່າງໆ ແຂວງເງະອານ ຈັດຕັ້ງພິທີອັດຊຸດຮຽນພາສາລາວ ໃຫ້ແກ່ພະນັກງານ, ບຸກຄະລາກອນ ຂອງບັນດາ ພະແນກ, ຂະແໜງການ ແລະ ຫ້ອງການຕ່າງໆ

ຕອນບ່າຍວັນທີ 27 ທັນວາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຮຶວຢຸງ ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ພິທີປິດຊຸດຝຶກອົບຮົມໄລຍະສັ້ນກ່ຽວກັບວຽກງານແນວໂຮມໃຫ້ພະນັກງານແນວລາວສ້າງຊາດ ປີ 2023.

ອັດຊຸດຝຶກອົບຮົມສຳລັບພະນັກງານແນວລາວສ້າງຊາດ
ທ່ານ ຫງວຽນຮຶວຢຸງ ຖ່າຍຮູບທີ່ລະນຶກກັບບັນດາຜູ້ແທນ. ພາບ: daidoanket.vn

ໃນການລາຍງານຜົນຂອງຊຸດຝຶກອົບຮົມໄລຍະສັ້ນກ່ຽວກັບວຽກງານແນວໂຮມໃຫ້ພະນັກງານແນວລາວສ້າງຊາດ ປີ 2023 ໄດ້ຊີ້ແຈ້ງວ່າ ພາຍຫຼັງຝຶກອົບຮົມເປັນເວລາ 21 ວັນ, ພາຍໃຕ້ການຊີ້ນຳຢ່າງໃກ້ຊິດຂອງຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມກັບສົມທົບກັນຢ່າງແໜ້ນແຟ້ນຂອງຄະນະ, ຫົວໜ່ວຍທີ່ກ່ຽວຂ້ອງ, ມາຮອດປະຈຸບັນຊຸດຝຶກອົບຮົມໄດ້ຜັນຂະຫຍາຍຖືກກັບຄວາມຄືບໜ້າ, ຕິດແທດກັບຫຼັກສູດທີ່ໄດ້ອະນຸມັດ.

ຫຼັກສູດການຝຶກອົບຮົມໄດ້ຮັບການຜັນຂະຫຍາຍຖືກຕາມເນື້ອໃນ, ແຜນການ, ບັນລຸເປົ້າໝາຍດ້ວຍການສະໜອງຄວາມຮູ້ພື້ນຖານກ່ຽວກັບວຽກງານແນວໂຮມໃນສະພາບການໃໝ່, ຈາກນັ້ນ ກໍ່ສືບຕໍ່ບໍາລຸງ, ຍົກລະດັບຄວາມຮູ້ລົງເລິກກ່ຽວກັບວຽກງານແນວໂຮມໃຫ້ພະນັກງານການນໍາຂອງກົມທີ່ຂຶ້ນກັບອົງການສູນກາງແນວລາວສ້າງຊາດ, ການນໍາຫຼັກແຫຼ່ງທຸກຂັ້ນຂອງແນວລາວສ້າງຊາດ.

ກ່າວຄໍາເຫັນທີ່ພິທີປິດ, ທ່ານຮອງປະທານ ຫງວຽນຮຶວຢຸງ ໄດ້ຮັບຮູ້ ແລະຕີລາສູງຄວາມຕັ້ງໃຈ ແລະມີຄວາມຮັບຜິດຊອບຂອງຄະນະພະນັກງງານແນວລາວສ້າງຊາດ ທີ່ເຂົ້າຮ່ວມຊຸດບໍາລຸງສ້າງຄັ້ງນີ້.

ທ່ານ ຫງວຽນຮຶວຢຸງ ຫວັງວ່າ ພາຍຫຼັງຊຸດຝຶກອົບຮົມບັນດາສະມາຊິກໃນຄະນະພະນັກງານແນວລາວສ້າງຊາດ ຈະໜູນໃຊ້ເນື້ອໃນ, ບົດຮຽນເພື່ອຜັນຂະຫຍາຍ, ປະກອບສ່ວນເຮັດໃຫ້ວຽກງານແນວລາວສ້າງຊາດ ພັດທະນາຢ່າງມີໄຫວພິບ, ເຂັ້ມແຂງ. ພ້ອມທັງສືບຕໍ່ເປັນເສນາທິການ, ປະກອບສ່ວນຫຼາຍຂໍ້ລິເລີ່ມໃໝ່ກ່ຽວກັບລາຍການສົມທົບ, ຮ່ວມມືກັນລະຫວ່າງແນວໂຮມປະເທດຊາດຫວຽດນາມ ແລະແນວລາວສ້າງຊາດໃນຊຸມປີຈະມາເຖິງໃຫ້ມີປະສິດທິຜົນສູງ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.