ບໍາລຸງສ້າງຖັນແຖວພະນັກງານຫຼັກແຫຼ່ງໃຫ້ປະເທດເພື່ອນລາວ

12:54 | 03/01/2024

ບໍາລຸງສ້າງຖັນແຖວພະນັກງານຫຼັກແຫຼ່ງໃຫ້ປະເທດເພື່ອນລາວ

ຫວຽດນາມ-ລາວ  ເພີ່ມທະວີນໍ້າໃຈມິດຕະພາບ ຜ່ານການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ ຫວຽດນາມ-ລາວ ເພີ່ມທະວີນໍ້າໃຈມິດຕະພາບ ຜ່ານການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ
ຫວຽດນາມ - ລາວ: ສ້າງນໍ້າໃຈມິດຕະພາບຜ່ານການຮ່ວມມືບໍາລຸງສ້າງພະນັກງານສະມາຊິກຊາວໜຸ່ມ ຫວຽດນາມ - ລາວ: ສ້າງນໍ້າໃຈມິດຕະພາບຜ່ານການຮ່ວມມືບໍາລຸງສ້າງພະນັກງານສະມາຊິກຊາວໜຸ່ມ

ຕອນເຊົ້າວັນທີ 26 ທັນວາ, ໂຮງຮຽນການເມືອງ ເລຢວນ ໄດ້ຈັດພິທີປິດຊຸດຝຶກອົບຮົມທິດສະດີການເມືອງຊັ້ນກາງ, ຊຸດທີ XII ປີ 2023 ໃຫ້ແກ່ພະນັກງານແຂວງສະຫວັນນະເຂດ ແລະສາລະວັນ. ທ່ານ ຫງວຽນດັງກວາງ ຮອງເລຂາຜູ້ປະຈໍາການຄະນະພັກແຂວງ, ປະທານສະພາປະຊາຊົນແຂວງກວ໋າງຈິ ເຂົ້າຮ່ວມພິທີ.

ຊຸດຝຶກອົບຮົມທິດສະດີການເມືອງຊັ້ນກາງ, ຊຸດທີ XII ໃນປີ 2023 ໃຫ້ພະນັກງານແຂວງສະຫວັນນະເຂດ ແລະສາລະວັນ ມີນັກສຳມະນາກອນ 50 ທ່ານ, ໃນນັ້ນ ນັກສໍາມະນາກອນຈາກແຂວງສະຫວັນນະເຂດ ມີ 25 ທ່ານ ແລະນັກສໍາມະນາກອນຈາກແຂວງສາລະວັນ ມີ 25 ທ່ານ.

ບໍາລຸງສ້າງຖັນແຖວພະນັກງານຫຼັກແຫຼ່ງໃຫ້ປະເທດເພື່ອນລາວ
ມອບໃບຢັ້ງຢືນໃຫ້ບັນດານັກສໍາມະນາກອນ. ພາບ: ພາບ:​ baoquangtri.vn

ຊຸດຝຶກອົບຮົມດຳເນີນໃນໄລຍະ 10 ເດືອນ. ດ້ວຍການຈັດຕາຕະລາງການຮຽນຢ່າງມີວິທະຍາສາດ, ພ້ອມກັບຄວາມມານະພະຍາຍາມສູ້ຊົນຂອງຄູອາຈານ ແລະນັກສໍາມະນາກອນ, ສິ້ນສຸດຊຸດຝຶກອົບຮົມ, ມີ 43 ທ່ານໄດ້ຈັດເປັນນັກສຳມະນາກອນເກັ່ງ ແລະ 7 ທ່ານແມ່ນນັກສຳມະນາກອນດີ. ພ້ອມກັ້ນນັ້ນ, ທາງໂຮງຮຽນກໍ່ໄດ້ຄັດເລືອກເອົານັກສໍາມະນາກອນ 8 ທ່ານ ທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ-ການຝຶກຝົນຫຼໍ່ລອມ ເພື່ອຍ້ອງຍໍ ແລະມອບລາງວັນ.

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນດັງກວາງ ຢືນຢັນວ່າ: ຄຽງຂ້າງການຮ່ວມມືຮອບດ້ານກ່ຽວກັບເສດຖະກິດ - ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບລະຫວ່າງ 2 ພັກ ແລະ 2 ລັດ ເວົ້າລວມ, ລະຫວ່າງ ແຂວງກວ໋າງຈິ ກັບ 2 ແຂວງ ສະຫວັນນະເຂດ ແລະສາລະວັນ ເວົ້າສະເພາະ, ວຽກງານກໍ່ສ້າງພັກ ແລະກໍ່ສ້າງລະບົບການເມືອງໃຫ້ໝັ້ນຄົງ ເຂັ້ມແຂງຮອບດ້ານ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ ແລະຖືເປັນສຳຄັນພິເສດຈາກບັນດາແຂວງ, ໃນນັ້ນ ມີບັນດາການເຄື່ອນໄຫວຮ່ວມມື ເພື່ອກໍ່ສ້າງທິດສະດີການເມືອງໃຫ້ຖັນແຖວພະນັກງານສອງແຂວງຂອງປະເທດເພື່ອນລາວ.

ຈາກຄວາມຮູ້ທີ່ຮ່ຳຮຽນໄດ້ພ້ອມກັບສາຍໃຈອັນລ້ຳຄ່າລະຫວ່າງ 3 ແຂວງໃນໄລຍະຜ່ານມາ, ທ່ານ ຫງວຽນດັງກວາງ ປາດຖະໜາວ່າ ພາຍຫຼັງທີ່ກັບເມືອກົມກອງປະຕິບັດງານ, ບັນດານັກສໍາມະນາກອນຈະໝູນໃຊ້ຄວາມຮູ້ເຂົ້າໃນການປະຕິບັດວຽກງານ, ແກ້ໄຂບັນດາບັນຫາຕົວຈິງທີ່ວາງອອກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາບ້ານເກີດເມືອງນອນ; ພ້ອມທັງປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈສາມັກຄີມິດຕະພາບແບບພິເສດລະຫວ່າງແຂວງ ກວ໋າງຈິ ແລະສອງແຂວງສາລະວັນ - ສະຫວັນນະເຂດ ເວົ້າສະເພາະ ແລະລະຫວ່າງສອງພັກ ແລະສອງລັດ ຫວຽດນາມ - ລາວ ເວົ້າລວມ.

ບູນມີ

ເຫດການ
302 Found

Found

The document has moved here.