ຫວຽດນາມ ຊ່ວຍເຫຼືອ ລາວ ບູ​ລະ​ນະ​ສ້ອມ​ແປງໂຮງ​ໝໍໄຊ​ສົມ​ບູນ

11:05 | 03/01/2024

ຫວຽດນາມ ຊ່ວຍເຫຼືອ ລາວ ບູ​ລະ​ນະ​ສ້ອມ​ແປງໂຮງ​ໝໍໄຊ​ສົມ​ບູນ

ການ​ເດີນ​ທາງ​ໄປ​ສຳ​ຫຼວດວັດ​ຖຸ​ບູ​ຮານ​ຕາມ​ເສັ້ນ​ທາງຮ່ວມສຳພັນສູ້ຮົບ ​ຫວຽດ​ນາມ - ລາວ ການ​ເດີນ​ທາງ​ໄປ​ສຳ​ຫຼວດວັດ​ຖຸ​ບູ​ຮານ​ຕາມ​ເສັ້ນ​ທາງຮ່ວມສຳພັນສູ້ຮົບ ​ຫວຽດ​ນາມ - ລາວ
ສປປ.ລາວ​ ຍາມ​ໃດ​ກໍ​ຖື​ການ​ຮ່ວມ​ມື​ກັບ​ ສະ​ຫະ​ປະ​ຊາ​ຊາດ​ ເປັນ​ບູ​ລິ​ມະ​ສິດ​ສູງ​ສຸດ ສປປ.ລາວ​ ຍາມ​ໃດ​ກໍ​ຖື​ການ​ຮ່ວມ​ມື​ກັບ​ ສະ​ຫະ​ປະ​ຊາ​ຊາດ​ ເປັນ​ບູ​ລິ​ມະ​ສິດ​ສູງ​ສຸດ

ຕອນເຊົ້າວັນທີ 27 ທັນວາ, ຢູ່ແຂວງໄຊສົມບູນ (ລາວ), ໄດ້ດຳເນີນພິທີເປີດນຳໃຊ້ ແລະມອບຮັບໂຄງການລົງທຶນບູລະນະສ້ອມແປງຍົກລະດັບໂຮງໝໍໄຊສົມບູນ ເຊິ່ງແມ່ນຂອງຂວັນຂອງລັດຖະບານຫວຽດນາມ ມອບໃຫ້ລັດຖະບານລາວ ແລະອຳນາດການປົກຄອງໄຊສົມບູນ.

ຫວຽດນາມ ຊ່ວຍເຫຼືອ ລາວ ບູ​ລະ​ນະ​ສ້ອມ​ແປງໂຮງ​ໝໍໄຊ​ສົມ​ບູນ

ໂຮງໝໍໄຊສົມບູນ. ພາບ: TTXVN

ໂດຍໄດ້ຮັບການລົງມືກໍ່ສ້າງແຕ່ເດືອນກຸມພາ ປີ 2021, ໂຄງການລົງທຶນບູລະນະສ້ອມແປງຍົກລະດັບໂຮງໝໍໄຊສົມບູນ ມີຍອດເງິນລົງທຶນ 6,5 ລ້ານໂດລາສະຫະລັດ, ມີ 80 ຕຽງ, ເຊິ່ງໄດ້ຮັບການປະກອບວັດຖຸອຸປະກອນທີ່ທັນສະໄໝ, ມີຄຸນນະພາບສູງ, ນຳໃຊ້ເຕັກໂນໂລຢີທາງການແພດທີ່ທັນສະໄໝ. ການມອບຮັບໂຄງການນີ້ແມ່ນພະຍານຫຼັກຖານສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງລັດຖະບານຫວຽດນາມ ຕໍ່ການໜູນຊ່ວຍລັດຖະບານລາວ ກ່ຽວກັບການພັດທະນາເສດຖະກິດສັງຄົມ, ຮັບປະກັນການໜູນຊ່ວຍສັງຄົມໃຫ້ແກ່ປະຊາຊົນລາວ.

ໂດຍຕາງໜ້າອຳນາດການປົກຄອງ ແລະປະຊາຊົນແຂວງ, ທ່ານ ສຸກສະຫວາດ ວົງພູມເຫຼັກ ຮອງເຈົ້າແຂວງໄຊສົມບູນ ໄດ້ສະແດງຄວາມຂອບອົກຂອບໃຈການໜູນຊ່ວຍຈາກລັດຖະບານຫວຽດນາມ, ທ່ານຢັ້ງຢືນວ່າ ການສ້າງ ແລະຍົກລະດັບໂຮງໝໍໄດ້ປະກອນສ່ວນຢ່າງໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດ, ສັງຄົມຂອງແຂວງໄຊສົມບູນ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.