ວິສາຫະກິດຫວຽດນາມ ໜູນຊ່ວຍແຂວງໄຊສົມບູນ (ລາວ) ສ້າງເຮືອນຢູ່ໃຫ້ພະນັກງານລາວ

09:02 | 03/01/2024

ວິສາຫະກິດຫວຽດນາມ ໜູນຊ່ວຍແຂວງໄຊສົມບູນ (ລາວ) ສ້າງເຮືອນຢູ່ໃຫ້ພະນັກງານລາວ

ວິສາຫະກິດຫວຽດນາມ ເພີ່ມທະວີການປະຕິບັດເຕັກໂນໂລຊີ ແລະ ການຄ້າອອນໄລ ຢ່າງມີປະສິດທິຜົນ ວິສາຫະກິດຫວຽດນາມ ເພີ່ມທະວີການປະຕິບັດເຕັກໂນໂລຊີ ແລະ ການຄ້າອອນໄລ ຢ່າງມີປະສິດທິຜົນ
ບັກຢ່າງ ໜູນຊ່ວຍແຂວງໄຊສົມບູນ (ລາວ) ປະຕິບັດຮູບແບບການຜະລິດກະສິກຳ ບັກຢ່າງ ໜູນຊ່ວຍແຂວງໄຊສົມບູນ (ລາວ) ປະຕິບັດຮູບແບບການຜະລິດກະສິກຳ

ວັນທີ 27 ທັນວາ, ທີ່ແຂວງໄຊສົມບູນ (ພາກເໜືອລາວ) ໄດ້ດໍາເນີນພິທີເປີດນໍາໃຊ້ ແລະມອບ-ຮັບກິດຈະກຳເຮືອນຢູ່ໃຫ້ພະນັກງານ, ພາລະກອນແຂວງໄຊສົມບູນ. ນີ້ແມ່ນຂອງຂວັນຂອງບໍລິສັດໃຫຍ່ຮ່ວມມືເສດຖະກິດ COECCO ສະຫງວນໃຫ້ແຂວງໄຊສົມບູນ, ແຂວງທີ່ຫາກໍ່ໄດ້ຮັບການສ້າງຕັ້ງ ແລະຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຂອງລາວ.

ວິສາຫະກິດຫວຽດນາມ ໜູນຊ່ວຍແຂວງໄຊສົມບູນ (ລາວ) ສ້າງເຮືອນຢູ່ໃຫ້ພະນັກງານລາວ

ບັນດາຜູ້ແທນຕັດແຖບຜ້າເປີດນໍາໃຊ້ ແລະມອມ-ຮັບກິດຈະກຳເຮືອນຢູ່ໃຫ້ພະນັກງານ, ພາລະກອນແຂວງໄຊສົມບູນ. ພາບ: TTXVN

ກ່າວຄໍາເຫັນທີ່ພິທີ, ຜູ້ຕາງໜ້າບໍລິສັດໃຫຍ່ COECCO ໃຫ້ຮູ້ວ່າ ການກໍ່ສ້າງກິດຈະກຳເຮືອນຢູ່ໃຫ້ພະນັກງານ, ພາລະກອນແຂວງໄຊສົມບູນ ແມ່ນເລີ່ມຈາກການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງລັດຖະບານ, ກອງທັບ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ, ພິເສດແມ່ນລະຫວ່າງບໍລິສັດໃຫຍ່ COECCO ແລະອໍານາດການປົກຄອງແຂວງໄຊສົມບູນ.

ກິດຈະກໍານີ້ໄດ້ຮັບການລົງມືກໍ່ສ້າງແຕ່ເດືອນມັງກອນ ໃນປີນີ້ ທີ່ເຂດໃຈກາງເທດສະບານຂອງແຂວງ, ດ້ວຍທຶນອຸປະຖໍາ 30 ຕື້ດົງ. ກິດຈະກຳມີເນື້ອທີ່ກໍ່ສ້າງເກືອບ 3.000 ຕາແມັດ, ມີ 3 ຊັ້ນ, ລວມມີ 40 ຫ້ອງເຮືອນ ແລະໄດ້ປະກອບເຄື່ອງເຟີນີເຈີຢ່າງຄົບຖ້ວນ,...

ທ່ານ ສົມບູນ ສອນລິດທິເດດ ຫົວໜ້າຫ້ອງວ່າການແຂວງໄຊສົມບູນ ໃຫ້ຮູ້ວ່າ ຍ້ອນແຂວງຫາກໍ່ໄດ້ຮັບການສ້າງຕັ້ງ, ພະນັກງານຫຼາຍຄົນຂອງແຂວງແມ່ນໄດ້ຮັບການສົ່ງມາຈາກແຫ່ງຕ່າງໆໃນທົ່ວປະເທດ. ດັ່ງນັ້ນ ເຖິງວ່າໄດ້ມີຄວາມພະຍາຍາມແລ້ວ ແຕ່ແຂວງຍັງບໍ່ທັນຕອບສະໜອງຄວາມຕ້ອງການເຮືອນຢູ່ໃຫ້ເຂົາເຈົ້າໄດ້ເທື່ອ. ມີພະນັກງານ, ພາລະກອນຂອງແຂວງບາງຄົນຕ້ອງເຊົ່າເຮືອນຢູ່ ເຮັດໃຫ້ຄ່າໃຊ້ຈ່າຍໃນການດໍາລົງຊີວິດເພີ່ມຂຶ້ນສົ່ງຜົນສະທ້ອນເຖິງການປະຕິບັດໜ້າທີ່ຂອງພະນັກງານ, ພາລະກອນ.

ໂດຍຮັບຮູ້ການປະກອບສ່ວນຂອງບໍລິສັດໃຫຍ່ COECCO ໃຫ້ລາວ, ທີ່ພິທີ, ໂດຍໄດ້ຮັບການມອບສິດຈາກການນໍາພັກ, ລັດລາວ, ການນໍາແຂວງໄຊສົມບູນ ໄດ້ປະດັບຫຼຽນໄຊພັດທະນາ ຊັ້ນ 3 ຂອງລາວ ໃຫ້ບໍລິສັດໃຫຍ່ COECCO.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.