ຫວຽດນາມ-ລາວ ເພີ່ມທະວີການລາດຕະເວນສອງຝ່າຍ

10:48 | 03/01/2024

ຫວຽດນາມ-ລາວ ເພີ່ມທະວີການລາດຕະເວນສອງຝ່າຍ

ສານກ່ຽວກັບນໍ້າໃຈສາມັກຄີມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ: ນໍາການຮ່ວມມືລະຫວ່າງກອງທັບ ຫວຽດນາມ-ລາວ-ກໍາປູເຈຍ ຂຶ້ນສູ່ລະດັບສູງໃໝ່ ສານກ່ຽວກັບນໍ້າໃຈສາມັກຄີມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ: ນໍາການຮ່ວມມືລະຫວ່າງກອງທັບ ຫວຽດນາມ-ລາວ-ກໍາປູເຈຍ ຂຶ້ນສູ່ລະດັບສູງໃໝ່
ເພີ່ມທະວີການຮ່ວມມືລະຫວ່າງສາມພື້ນຖານເສດຖະກິດຫວຽດນາມ-ລາວ-ກໍາປູເຈຍ ເພີ່ມທະວີການຮ່ວມມືລະຫວ່າງສາມພື້ນຖານເສດຖະກິດຫວຽດນາມ-ລາວ-ກໍາປູເຈຍ

ໃນຊຸມມື້ຕົ້ນປີ 2024, ຄ້າຍທະຫານຊາຍແດນດ່ານສາກົນ ນ້ຳກັ່ນ, ທະຫານຊາຍແດນແຂວງເງະອານ ໄດ້ສົມທົບກັບກອງຮ້ອຍທະຫານຊາຍແດນ 221, ກອງບັນຊາການທະຫານແຂວງຊຽງຂວາງ ຈັດຕັ້ງການລາດຕະເວນສອງຝ່າຍຢູ່ເສັ້ນຊາຍແດນ ຫວຽດນາມ-ລາວ.

ຫວຽດນາມ-ລາວ ເພີ່ມທະວີການລາດຕະເວນສອງຝ່າຍ

ຫົວໜ້າກອງລາດຕະເວນສອງຝ່າຍລົງນາມ ແລະມອບຮັບບົດບັນທຶກການລາດຕະເວນສອງຝ່າຍຢູ່ຊາຍແດນ ຫວຽດນາມ-ລາວ. ພາບ: ເລແທ້ກ

ກອງລາດຕະເວນຝ່າຍຄ້າຍທະຫານຊາຍແດນດ່ານສາກົນ ນ້ຳກັ່ນ (ແຂວງເງະອານ, ຫວຽດນາມ) ໂດຍທ່ານພັນໂທ ຮວ່າງຈ້ອງຮຸຍ, ຮອງຫົວໜ້າຄ້າຍ ເປັນຫົວໜ້າ; ຝ່າຍກອງຮ້ອຍທະຫານຊາຍແດນ 221 (ແຂວງຊຽງຂວາງ, ລາວ) ໂດຍທ່ານພັນຕີ ກູຢາ ລີຟຸງ, ຮອງຫົວໜ້າກອງຮ້ອຍ ຮັບຜິດຊອບ.

ນີ້ແມ່ນການເຄື່ອນໄຫວສຳຄັນຂອງທັງສອງຝ່າຍແນໃສ່ຄົ້ນພົບບັນດາການກະທຳລະເມີດກົດລະບຽບຊາຍແດນຢ່າງທັນການ, ແກ້ໄຂບັນດາເຫດການທີ່ເກີດຂຶ້ນຢູ່ເຂດຊາຍແດນ, ຮັກສາຄວາມໝັ້ນຄົງ, ຄວາມປອດໄພຢູ່ເສັ້ນຊາຍແດນຮ່ວມ. ພ້ອມທັງຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະຄວາມປອດໄພໃນບໍລິເວນສອງຟາກຊາຍແດນ.

ກຳລັງລາດຕະເວນໄດ້ແກ້ໄຂຄວາມຫຍຸ້ງຍາກດ້ານພູມສາດ, ອາກາດ, ກວດກາສັນຍານເສັ້ນຊາຍແດນ, ກວດກາສະພາບຄວາມປອດໄພຂອງລະບົບຫຼັກໝາຍຊາຍແດນແຫ່ງຊາດ ຫວຽດນາມ-ລາວ ຕອນແຕ່ຫຼັກໝາຍຊາຍແດນເລກທີ 406 ເຖິງຫຼັກໝາຍຊາຍແດນເລກທີ 408 ທີ່ມີຄວາມຍາວ 3,848 ກິໂລແມັດ. ຜົນປະກົດວ່າ ສັນຍານເສັ້ນຊາຍແດນບໍ່ຖືກເຄື່ອນຍ້າຍ; ຫຼັກໝາຍຊາຍແດນ ຫວຽດນາມ-ລາວ ໄດ້ຮັບປະກັນສະພາບເດີມ ແລະປອດໄພ.

ສິ້ນສຸດການລາດຕະເວນ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຜົນຂອງວຽກງານລາດຕະເວນ, ການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ; ຈັດຕັ້ງການຖອດຖອນບົດຮຽນ, ຍົກອອກແຜນນະໂຍບາຍ, ມາດຕະການ ແລະເປັນເອກະພາບກ່ຽວກັບເວລາ ແລະຈໍານວນທະຫານໃຫ້ການລາດຕະເວນສອງຝ່າຍຄັ້ງຕໍ່ໄປ.

ບູນມີ

ເຫດການ
302 Found

Found

The document has moved here.