ກອງປະຊຸມສາມັນປະຈຳປີຄັ້ງທີ 33 ລະຫວ່າງຄະນະຜູ້ແທນຊາຍແດນ ຫວຽດນາມ-ລາວ

11:05 | 05/01/2024

ຍສໝ - ຫົວໜ້າ​ຄະນະ​ຜູ້​ແທນ​ຊາຍ​ແດນ 2 ຝ່າຍ​ໄດ້​ປຶກສາ​ຫາລື​ຢ່າງ​ເລິກ​ເຊິ່ງ ​ແລະ ​ເຫັນ​ດີ​ເປັນເອກະພາບ​ກ່ຽວ​ກັບ​ຄວາມ​ຮັບ​ຮູ້​ຮ່ວມ​ທີ່​ສຳຄັນ​ກ່ຽວ​ກັບ​ທິດ​ທາງ, ໜ້າທີ່​ຮ່ວມ​ມື​ໃນ​ປີ 2024.

33 ບົດຂຽນດີ​ເດັ່ນ​ໄດ້​ຮັບ​ລາງວັນ​ສື່ມວນຊົນກ່ຽວກັບ​​ຫົວ​ຂໍ້​​ໄພພິບັດ​ທາດ​ພິດ​ສີ​ສົ້ມ​ຢູ່​ຫວຽດນາມ 33 ບົດຂຽນດີ​ເດັ່ນ​ໄດ້​ຮັບ​ລາງວັນ​ສື່ມວນຊົນກ່ຽວກັບ​​ຫົວ​ຂໍ້​​ໄພພິບັດ​ທາດ​ພິດ​ສີ​ສົ້ມ​ຢູ່​ຫວຽດນາມ
ວົງ​ເງິນ​ການ​ນຳ​ເຂົ້າ - ສົ່ງ​ອອກ​ຂອງ ຫວຽດ​ນາມ ເພີ່ມ​ຂຶ້ນ 33% ວົງ​ເງິນ​ການ​ນຳ​ເຂົ້າ - ສົ່ງ​ອອກ​ຂອງ ຫວຽດ​ນາມ ເພີ່ມ​ຂຶ້ນ 33%

​ແຕ່​ວັນ​ທີ 25-27 ທັນວາ, ຢູ່​ນະຄອນ ນິ່ງບິງ ໄດ້​ດຳ​ເນີນ​ກອງ​ປະຊຸມສາມັນ​ປະຈຳ​ປີ​ຄັ້ງ​ທີ 33 ລະຫວ່າງ​ຄະນະ​ຜູ້​ແທນຊາຍ​ແດນ ຫວຽດນາມ - ລາວ.

ຄະ​ນະ​ຜູ້​ແທນ​ ຫວຽດ​ນາມ ໂດຍ​ສະ​ຫາຍ ຫງວຽນ​ມິງຫວູ, ຮອງ​ລັດ​ຖະ​ມົນ​ຕີກະຊວງການຕ່າງປະເທດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ຊາຍ​ແດນ​ແຫ່ງ​ຊາດ ເປັນຫົວໜ້າຄະນະ.

ຄະນະ​ຜູ້​ແທນ​ ລາວ​ ໂດຍ​ສະຫາຍ ໂພໄຊ ​ໄຂ​ຄຳ​ພິທູນ, ຮອງ​ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ, ຫົວໜ້າ​ຄະນະຊາຍ​ແດນ ​ລາວ - ຫວຽດນາມ ​ເປັນຫົວໜ້າຄະນະກັບການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າ​ບັນດາ​ກະຊວງ, ຂະແໜງການ​ທີ່​ກ່ຽວຂ້ອງ ​ແລະ ບັນດາ​ແຂວງ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ.

ກອງປະຊຸມສາມັນປະຈຳປີຄັ້ງທີ 33 ລະຫວ່າງຄະນະຜູ້ແທນຊາຍແດນ ຫວຽດນາມ-ລາວ

ບັນຍາກາດທີ່ກອງປະຊຸມ

ບົນ​ຈິດ​ໃຈ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, 2 ຝ່າຍ​ໄດ້​ປຶກສາ​ຫາລື, ຕີ​ລາຄາ​ສະພາບ​ການ, ໝາກຜົນການປະຕິບັດສັນຍາກ່ຽວກັບລະບຽບຂໍ້ກຳນົດຄຸ້ມ​ຄອງ​ຊາຍ​ແດນ ແລະ ດ່ານຊາຍແດນດິນຕໍ່ແຜ່ນລະຫວ່າງ​ລັດຖະບານ ຫວຽດນາມ - ລາວ ​ໃນ​ປີ 2016 (ຕໍ່​ໄປ​ນີ້​ເອີ້ນ​ວ່າ "ສັນຍາລະບຽບຂໍ້ກຳນົດຊາຍແດນ 2016​"); ບົດ​ບັນທຶກ​ກອງ​ປະຊຸມສາມັນ​ປະຈຳ​ປີ ຄັ້ງທີ 32 ລະຫວ່າງ​ຄະນະ​ຜູ້​ແທນ​ຊາຍ​ແດນ​ສອງ​ປະ​ເທດ, ໝາກຜົນ​ການ​ຮ່ວມ​ມື​ໃນ​ປີ 2023 ​ແລະ ວາງ​ອອກ​ທິດ​ທາງ​ການ​ຮ່ວມ​ມື, ຈຸດສຸມວຽກ​ງານ​ໃນ​ປີ 2024.

2 ຝ່າຍ​ໃຫ້​ຄຳ​ເຫັນ​ວ່າ: ປີ 2023, ບັນດາ​ກຳລັງ​ປະຕິບັດ​ໜ້າ​ທີ່ ​ແລະ ທ້ອງ​ຖິ່ນ​ຂອງ 2 ຝ່າຍ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ຄຸ້ມ​ຄອງ, ປົກ​ປັກ​ຮັກສາ​ຊາຍ​ແດນ, ຈັດ​ຕັ້ງ​ປະຕິບັດສັນຍາລະບຽບຂໍ້ກຳນົດຊາຍແດນ 2016 ​ຢ່າງ​ມີຜົນ, ຮັກສາ​ເສັ້ນ​ຊາຍ​ແດນ​ໃຫ້​ໝັ້ນຄົງ, ພົບເຫັນ, ສະກັດ​ກັ້ນ, ​ແກ້​ໄຂ​ບັນດາ​ການ​ເຄື່ອນ​ໄຫວອາດຊະຍາກຳ ແລະ ການກິລິຍາລະເມີດຊາຍ​ແດນ, ຫຼັກ​ໝາຍ​ຊາຍ​ແດນຢ່າງທັນການ; ຮັກສາ​ການ​ພົວພັນ​ມິດຕະພາບ​ອັນສະໜິດແໜ້ນ, ຄວາມ​ສາມັກຄີ, ຕິດພັນກັນ ໂດຍ​ຜ່ານ​ລະບອບລວມມອບວຽກປະຈຳໄລຍະ, ແລກປ່ຽນຂໍ້ມູນຂ່າວສານ ແລະ ການລາດຕະເວນສອງຝ່າຍ...

ທີ່​ກອງປະຊຸມ, ຫົວໜ້າ​ຄະນະ​ຜູ້​ແທນຊາຍ​ແດນ 2 ຝ່າຍ​ໄດ້​ປຶກສາ​ຫາລື​ຢ່າງ​ເລິກ​ເຊິ່ງ ​ແລະ ເຫັນດີເປັນເອກະພາບກ່ຽວກັບຄວາມຮັບຮູ້ຮ່ວມທີ່ສຳຄັນກ່ຽວກັບທິດທາງ, ໜ້າທີ່ຮ່ວມມືໃນປີ 2024, ລວມມີ:

- ຈະສືບ​ຕໍ່​ສົມທົບ​ກັນປະຕິບັດ​ອະນຸສັນຍາ​ກ່ຽວ​ກັບ​ເສັ້ນ​ຊາຍ​ແດນ ​ແລະ ຫຼັກ​ໝາຍ​ຊາຍ​ແດນ​ແຫ່ງ​ຊາດ, ສັນຍາລະບຽບຂໍ້ກຳນົດຊາຍແດນ 2016 ໃຫ້ເປັນຢ່າງດີ.

- ຟື້ນຟູຄວາມຫຍຸ້ງຍາກ, ປະສານ​ສົມທົບ​ໃນ​ການຜັນຂະຫຍາຍການສ້າງຄືນ, ຟື້ນຟູບັນດາຫຼັກຊາຍແດນ ທີ່ໄດ້ຮັບຄວາມເສຍຫາຍ, ຖືກນໍ້າຖ້ວມ, ໃນນັ້ນ ບູຣິມະສິດແກ້ໄຂບັນດາກໍລະນີເສຍຫາຍຮ້າຍແຮງ ແລະ ດິນເຈື່ອນ...

- ເປັນເຈົ້າການ, ຕັ້ງໜ້າ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ທາງຄົມມະນາຄົມ ເພື່ອ​ຊຸກຍູ້​ການຜັນຂະຫຍາຍປະຕິບັດ​ງານເປີດ, ປັບປຸງ​ດ່ານ​ຊາຍ​ແດນ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ໃນການພັດທະນາ​ເສດຖະກິດ - ສັງຄົມ ​ແລະ ການ​ແລກປ່ຽນ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ, ຮັບປະກັນ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວກໍຄືຄວາມເໝາະສົມ, ຄົບຊຸດລະຫວ່າງສອງຝ່າຍ; ບູຣິມະສິດ​ເປີດ, ປັບປຸງ​ບັນດາ​ດ່ານ​ຊາຍ​ແດນ​ຄູ່​ທີ່​ມີ​ມາດຖານ​ຕາມ​ລະບຽບ​ກົດໝາຍ​ພາຍ​ໃນ​ຂອງ​ແຕ່ລະ​ປະ​ເທດ.

- ອົງການຫນ້າທີ່ຂອງ​ທັງ​ສອງ​ຝ່າຍ​ໄດ້​ແລກປ່ຽນ, ເຫັນດີເປັນເອກະພາບກ່ຽວ​ກັບ​ຮູບ​ແບບ​ເອກະສານ ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ຊາວ​ເຂດ​ຊາຍ​ແດນ​ເດີນທາງ​ໄປ​ມາ.

- ສຸມໃສ່ປ່ຽນແປງໃໝ່ເນື້ອໃນໂຄສະນາເຜີຍແຜ່, ໂດຍສະເພາະແມ່ນຕ້ອງເພີ່ມທະວີການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ພື້ນຖານດິຈິຕອລ... ມຸ່ງໄປສູ່ແຕ່ລະເປົ້າໝາຍໂຄສະນາເຜີຍແຜ່ລະອຽດ ເພື່ອເພີ່ມເປັນລັກສະນະຂ່າວ, ແຜ່ຂະຫຍາຍ ແລະ ປະສິດທິຜົນຂອງວຽກງານນີ້.

- ​ເພີ່ມ​ທະວີ​ການ​ໂຄສະນາ​ເຜີຍ​ແຜ່ ​ແລະ ສຶກສາ​ລຸ້ນໜຸ່ມ​ຂອງ​ສອງ​ປະ​ເທດ​ກ່ຽວ​ກັບ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ​ຫວຽດນາມ - ລາວ... ​ແລະ ​ເປີດ​ກວ້າງ​ການ​ຄົ້ນ​ຄ້ວາ ​ແລະ ກວດກາ​ຄືນ​ບັນດາ​ເນື້ອ​ໃນ​ທີ່​ຕ້ອງ​ໄດ້​ປັບປຸງ, ເພີ່ມເຕີມຂອງ​ສັນຍາລະບຽບຂໍ້ກຳນົດຊາຍແດນ ​ປີ 2016. ຄວາມ​ເປັນ​ເອກະ​ພາບ, ຄວາມ​ສະດວກ​ໃນ​ການ​ປະຕິບັດ ​ແລະ ​ເໝາະ​ສົມ​ກັບ​ສະພາບ​ການ​ໃໝ່.

ຕອນ​ເຊົ້າ​ວັນ​ທີ 27 ທັນວາ, ຢູ່​ສຳນັກງານ​ຫ້ອງການ​ພັກ​ແຂວງ, ສະຫາຍ ຟ້າ​ມກ່ວາງຫ​ງອກ, ຮອງ​ເລຂາ​ຄະນະ​ພັກ​ແຂວງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ນິ່ງບິງ ໄດ້ຕ້ອນຮັບ ແລະ ມີ​ການ​ໂອ້​ລົມ​ສົນທະນາ​ຢ່າງ​ສະໜິດສະໜົມ​ກັບ​ສະຫາຍ ໂພໄຊ ​ໄຂ​ຄຳ​ພິທູນ, ສະຫາຍ ຫງວຽນມິງຫວູ ​ແລະ ຜູ້ຕາງໜ້າ​ຂອງ​ສອງ​ປະ​ເທດ.

ໃນ​ຕອນ​ທ້າຍ​ຂອງ​ກອງ​ປະຊຸມ, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກຮັບຮູ້​ບັນດາເນື້ອໃນທີ່​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ ແລະ ເປັນເອກະພາບ​ຈັດ​ຕັ້ງ​ກອງ​ປະຊຸມ​ສາມັນປະຈຳ​ປີ​ຄັ້ງ​ທີ 34 ລະຫວ່າງ​ຄະນະ​ຜູ້​ແທນ​​ຊາຍ​ແດນ​ ຫວຽດນາມ - ລາວ ​ໃນ​ທ້າຍ​ໄຕ​ມາດ​ທີ 4 ປີ 2024 ຢູ່​ລາວ.

ມິງດຶກ

ເຫດການ