ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ: ບັນ​ດາ​ບົດ​ເພງພື້ນເມືອງ ວີ້, ຢ້ຳ ທີ່ເປັນ​ເອ​ກະ​ລັກ​ສະ​ເພາະຂອງ​ຫວຽດ​ນາມ

08:10 | 05/01/2024

ຍສໝ - ທ່ານ ຈະເລີນ ເຢຍປາວເຮີ ​ຮອງ​ປະທານ​ສະພາ​ແຫ່ງ​ຊາດລາວ ກ່າວຄໍາເຫັນໃນພິິທີພົບປະກັບ​ຄະນະການນໍາ ສະໂມສອນ ເພງພື້ນເມືອງວີ້, ຢ້ຳ ເງະ ຕິ໋ງ ຢູ່ຮ່າ​ໂນ້ຍ ​ໃນ​​ການ​ຢ້ຽມຢາມ ຫວຽດນາມ ​ແຕ່​ວັນ​ທີ 2-7 ມັງກອນ 2024.

​ຕໍ່າຫູກ - ວັດ​ທະ​ນະ​ທຳ​ພື້ນ​ເມືອງ ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ ກະຕູ່ ຢູ່​ຫວຽດ​ນາມ ແລະ ລາວ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກູ​ບາ ມາ​ຢ້ຽມ​ຢາມ​ຫວຽດ​ນາມ: ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ແບບ​ພິ​ເສດ

ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ: ບັນ​ດາ​ບົດ​ເພງພື້ນເມືອງ ວີ້, ຢ້ຳ ທີ່ເປັນ​ເອ​ກະ​ລັກ​ສະ​ເພາະຂອງ​ຫວຽດ​ນາມ

ທ່ານ ຈະເລີນ ເຍຍປາວເຮີ ​ຮອງ​ປະທານ​ສະພາ​ແຫ່ງ​ຊາດລາວ ກ່າວຄໍາເຫັນໃນພິິທີພົບປະກັບ​ຄະນະການນໍາ ສະໂມສອນ ເພງພື້ນເມືອງວີ້, ຢ້ຳ ເງະ ຕິ໋ງ ຢູ່ຮ່າ​ໂນ້ຍ ​ໃນ​​ການ​ຢ້ຽມຢາມ ຫວຽດນາມ ​ແຕ່​ວັນ​ທີ 2-7 ມັງກອນ 2024.

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດລາວ ກ່າວວ່າ: “ແຕ່ດົນນານ​ແລ້ວ, ຂ້າພະ​ເຈົ້າ​ໄດ້​ຮູ້ຈັກ ​ແລະ ​ມັກຮັກ​​ບັນດາ​ບົດ​ເພງພື້ນເມືອງວີ້, ຢ້ຳຂອງຫວຽດນາມ. ນັ້ນແມ່ນ​ຮູບ​ແບບ​ສິລະ​ປະ​ພື້ນ​ເມືອງທີ່​ເປັນ​ເອກະລັກ​ສະ​ເພາະ. ບົດເພງພື້ນເມືອງວີ້, ຢ້ຳບໍ່ພຽງແຕ່ແມ່ນຄວາມເອກອ້າງທະນົງໃຈ ຂອງ​ຫວຽດນາມ ເທົ່ານັ້ນ ແຕ່ຍັງແມ່ນ​ມໍລະດົກ​ວັດທະນະທຳນາມມະທຳຂອງ​ມວນ​ມະນຸດນຳອີກ”.

ທ່ານ ສະແດງຄວາມຫວັງ​ວ່າ ສະໂມສອນ ​ເພງ​ພື້ນເມືອງວີ້, ຢ້ຳ ເງະ ຕິ໋ງ ຢູ່​ຮ່າ​ໂນ້ຍ ຈະ​ສືບ​ຕໍ່​ພັດທະນາ ​ແລະ ມີ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ​ກັບ​ລາວ ຫຼາຍ​ຢ່າງ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ.

ໃນ​ການ​ພົບ​ປະ, ນັກ​ສິລະ​ປິນປະຊາຊົນ ​ເລ​່ງອກ ​ໄດ້ຕາງໜາໃຫ້ ​ນັກ​ສິລະ​ປິນ ​ມອບ​ບົດ​ເພງ​ພື້ນ​ເມືອງພື້ນເມືອງວີ້, ຢ້ຳ ຂອງ​ຫວຽດນາມ ​ໃຫ້​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ລາວ ​ແລະ ບັນດາ​ສະມາຊິກໃນ​ຄະນະ.

 Các nghệ sĩ của Câu lạc bộ biểu diễn tại Lễ kỷ niệm 9 năm UNESCO vinh danh Dân ca ví, giặm Nghệ Tĩnh là văn hóa phi vật thể của nhân loại.   ບັນດາ​ນັກ​ສິລະ​ປິນ ​ໄດ້​ສະ​ແດງ​ໃນ ງານພິທີ ຄົບຮອບ 9 ປີ UNESCO ​ໃຫ້ນາມມະຍົດ ເພງ​ພື້ນ​ເມືອງຊື້້ງໆ ​ແມ່ນ​ວັດທະນະທຳ​ບໍ່​ມີ​ຕົວຕົນ​ຂອງ​ມະນຸດ.

ບັນດາ​ນັກ​ສິລະ​ປິນຂອງສະໂມສອນ ​ໄດ້​ສະ​ແດງ​ໃນພິທີສະເຫຼີມສະຫຼອງ ຄົບຮອບ 9 ປີ ທີ່ UNESCO ​ເຊີດຊູນາມມະຍົດ ເພງ​ພື້ນເມືອງວີ້, ຢ້ຳ ເງະອານ ​ແມ່ນ​ວັດທະນະທຳນາມມະທຳຂອງມວນ​ມະນຸດ.

ຕາມ​ທ່ານ​ນາງ ຫງວຽນ​ທິ​ແທ່ງ, ຫົວໜ້າ​ສະ​ໂມ​ສອນ​ ເພງພື້ນເມືອງວີ້, ຢ້ຳ ເງະ ຕິ໋ງ ຢູ່ຮ່າ​ໂນ້ຍ ​ແລ້ວ: ສະ​ໂມ​ສອນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ວັນ​ທີ 19 ພຶດສະພາ 2014, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 124 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ ​ໂຮ່ຈີ​ມິນ. ພາຍຫຼັງ 9 ປີ​ແຫ່ງ​ການ​ເຄື່ອນ​ໄຫວ, ສະ​ໂມ​ສອນ​ໄດ້​ດຶງ​ດູດ​ສະ​ມາ​ຊິກ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ. ດ້ວຍ​ຄວາມ​ຮັກ​ແພງ​ຕໍ່​ບັນດາ​ບົດ​ເພງ​ພື້ນ​ເມືອງ ​ແລະ ​ຊາວ ເງະອານ ທີ່ຮັກແພງແລ້ວ, ບັນດາ​ສະມາຊິກກໍ່​ໄດ້​ສົມທົບ​ກັນ​ແຕ່ງບົດເພງ ​ແລະ ສະແດງ ເຊິ່ງໄດ້ນຳ​ເອົາຈຸດທີ່ເປັນ​ເອກະລັກ​ສະ​ເພາະ​ຂອງ​ບັນດາ​ຮູບ​ແບບ​ສິລະ​ປະ​ພື້ນ​ເມືອງມາເພື່ອແຜ່ປະກາຍແຈ້ງ​ໃນ​ຊີວິດ​ຈິດ​ໃຈ ​ຂອງ​ຊາວ​ຮ່າ​ໂນ້ຍ, ກໍ່​ຄື​ປະຊາຊົນ​ທົ່ວ​ປະ​ເທດ.

Bà Nguyễn Thị Thành – Chủ nhiệm Câu lạc bộ Dân ca Ví Giặm Nghệ Tĩnh tại Hà Nội chụp ảnh lưu niệm cùng Phó Chủ tịch Quốc hội Lào Chaleun Yiapaoher  ທ່ານ​ນາງ ຫງວຽນ​ທິ​ແທ່ງ, ຫົວໜ້າ​ສະ​ໂມ​ສອນເພງ​ພື້ນ​ເມືອງຊື້້ງໆ ​ ຢູ່ ຮ່າ​ໂນ້ຍ ​ໄດ້​ຖ່າຍຮູບ​ທີ່​ລະນຶກ​ ກັບ​ທ່ານ​ ຈະເລນ ເຍຍປາວເຮີ ຮອງ​ປະທານ​ສະພາ​ແຫ່ງ​ຊາດລາວ.
ທ່ານ​ນາງ ຫງວຽນ​ທິ​ແທ່ງ, ຫົວໜ້າ​ສະ​ໂມ​ສອນເພງພື້ນເມືອງວີ້, ຢ້ຳ ເງະ ຕິ໋ງ ຢູ່ ຮ່າ​ໂນ້ຍ ​ໄດ້​ຖ່າຍຮູບ​ທີ່​ລະນຶກ​ ກັບ​ທ່ານ​ ຈະເລີນ ເຢຍປາວເຮີ ຮອງ​ປະທານ​ສະພາ​ແຫ່ງ​ຊາດລາວ.

​ເດືອນ​ພະຈິກ 2023, ສະໂມສອນ​ ໄດ້​ຈັດ​ຕັ້ງສໍາເລັດ​ການ​ສະ​ເຫຼີ​ມສະຫຼອງ 18 ປີ​ແຫ່ງ​ວັນ​ມໍລະດົກ​ວັດທະນະທຳ ຫວຽດນາມ (23/11/2005 – 23/11/2023) ​ແລະ 9 ປີ​ແຫ່ງ​ວັນ UNESCO ​ໄດ້​ເຊີດຊູ​ບັນດາ​ບົດ​ເພງ​ພື້ນ​ເມືອງ ວີ້, ຢ້ຳ ເງະ ຕິ໋ງ ຂອງຫວຽດນາມ ແມ່ນວັດທະນະທໍານາມມະທຳ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້ລູກຫຼານຊາວ ເງະອານ ເວົ້າ​ສະ​ເພາະ ​ແລະ ບັນດາ​ຄົນຜູ້ທີ່ມັກ​ຮັກ​​ບັນດາ​ບົດ​ເພງ​ພື້ນ​ເມືອງ ເວົ້າ​ລວມ ​ໄດ້ພ້ອມກັນ​ເຊີດ​ຊູ​ບັນດາ​ຄຸນຄ່າ​ມໍລະດົກ​ວັດທະນະທໍານາມມະທຳນີ້,ຈາກນັ້ນ ກໍ່ປະກອບສ່ວນການ​ຊຸກຍູ້ ​ແລະ ​ເພີ່ມ​ທະວີ​ຄວາມ​ຮັກ​ແພງ, ຄວາມ​ຮັບ​ຮູ້ ​ແລະ ຄວາມ​ຮັບຜິດຊອບ​ຕໍ່​ບ້ານ​ເກີດ​ເມືອງ​ນອນ​ແລະ​ ປະ​ເທດ​ຂອງຕົນຕື່ມອີກ.

ການ​ສະ​ແດງ​ບົດ​ເພງ​ພື້ນ​ເມືອງວີ້, ຢ້ຳ ​ໄດ້​ນຳ​ເອົາ​ອາລົມ​ຈິດອັນ​ດີງາມ​ຫຼາຍ​ຢ່າງມາ​ໃຫ້​ແຟນ​ເພງ ແລະ ບົດ​ຂັບຟ້ອນ ກໍ່​ໄດ້​ປະກອບສ່ວນຫຼໍ່ລ້ຽງ​ຄວາມ​ຮັກ​ແພງ​ບ້ານ​ເກີດ​ເມືອງ​ນອນ, ​ໂຄສະນາ​ພາບ​ພົດ​ປະ​ເທດ​ຊາດ ​ແລະ ປະຊາຊົນ ຫວຽດນາມ...

ເພງ​ພື້ນ​ເມືອງວີ້, ຢ້ຳ ເງະ ຕິ໋ງ (ບາງ​ຄົນ​ເອີ້ນ​ວ່າ ວີ້, ຢ້ຳ) ​ແມ່ນ​ຮູບ​ແບບ​ສິລະ​ປະ​ພື້ນ​ເມືອງ​ທີ່​ມີທົ່ວໄປຢູ່​ແຂວງ ເງະອານ ​ແລະ ແຂວງຮ່າຕິ໋ງ. ​ໃນ​ເມື່ອ​ກ່ອນນັ້ນ, ບັນດາບົດເພງວີ້, ຢ້ຳ ​ໄດ້ຂັບ​ຮ້ອງ​ໃນ​ເກືອບ​ທຸກ​ກິດ​ຈະ​ກຳ​ປະຈຳ​ວັນ, ນັບ​ແຕ່​ກອ່ມ​ລູກ​ຫຼານນອນ, ໃນເວລາເຮັດວຽກຖັກ​ແສ່ວ ​ຈົນ​ເຖິງ​ການ​ເຮັດ​ວຽກ​ຢູ່​ໄຮ່​ນາ ​ແລະ ​ພາຍເຮືອຢູ່​ຕາມ​ແມ່ນ້ຳ. ​ເນື້ອ​ເພງ​ ​ໄດ້​ຍ້ອງຍໍ​ບັນດາ​ຄຸນຄ່າ​ຮີດຄອງ​ປະ​ເພນີ​ອັນ​ເລິກ​ເຊິ່ງ ແລະ ເປັນມູນເຊື້ອ​ເຊັ່ນ: ຄວາມ​ເຄົາລົບ​ນັບຖື​ລຸ້ນພໍ່​ແມ່, ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ຜູ້​ອື່ນ, ພ້ອມ​ທັງ​ຍ້ອງຍໍ​ສັນລະ​ເສີນ​ຄວາມ​ສັດຊື່ ​ແລະ ​ໄມຕີ​ຈິດ​ມິດຕະພາບ ​ລະຫວ່າງ ​ຄົນກັບ​ຄົນ...

​ວັນ​ທີ 27 ພະຈິກ 2014, ຢູ່ປາຣີ (ນະຄອນຫຼວງ​ຂອງ​ ຝະລັ່ງ), ຄະນະ​ກຳມະການລະຫວ່າງລັດຖະບານ ກ່ຽວກັບການປົກປັກຮັກສາມໍລະດົກວັດທະນະທຳນາມມະທຳ​ຂອງ UNESCO ​ໄດ້​ຈັດ​ພິທີ​ມອບນາມມະຍົດໃຫ້ ບົດເພງພື້ນເມືອງວີ້, ຢ້ຳ ເງະ ຕິ໋ງ ຫວຽດນາມ ​ເປັນ​ມໍລະດົກ​ນາມມະທຳ​ຂອງ​ມວນ​ມະນຸດ.​

ຊ ສະຫວັດ

ເບິ່ງເພີ່ມເຕີມໃນ: ຮີດຄອງປະເພນີ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.