ປີ 2023, ແຂວງບັ໊ກຢາງ ໜູນຊ່ວຍແຂວງໄຊສົມບູນ ດ້ວຍມູນຄ່າກວ່າ 1,36 ຕື້ດົ່ງ

11:55 | 02/01/2024

ປີ 2023, ແຂວງບັ໊ກຢາງ ຊ່ວຍບຳລຸງກໍ່ສ້າງນັກສຶກສາແຂວງໄຊສົມບູນ ດ້ວຍມູນຄ່າກວ່າ 1,36 ຕື້ດົ່ງ

ບົດນິພົນຮູບ ແລະ ວິດີໂອ 7.000 ກວ່າແຜ່ນເຂົ້າຮ່ວມການແຂງຂັນ “ຫວຽດນາມ ຄວາມສຸກ - Happy Vietnam ປີ 2023” ບົດນິພົນຮູບ ແລະ ວິດີໂອ 7.000 ກວ່າແຜ່ນເຂົ້າຮ່ວມການແຂງຂັນ “ຫວຽດນາມ ຄວາມສຸກ - Happy Vietnam ປີ 2023”
ຟົດຟື້ນການແຂ່ງຂັນກິລາມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ ປີ 2023 ຟົດຟື້ນການແຂ່ງຂັນກິລາມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ ປີ 2023

ໂດຍປະຕິບັດຕາມຂໍ້ຕົກລົງຮ່ວມມືລະຫວ່າງແຂວງບັ໊ກຢາງ (ຫວຽດນາມ) ແລະແຂວງໄຊສົມບູນ (ລາວ), ວັນທີ 14 ກໍລະກົດ 2023, ສະພາປະຊາຊົນແຂວງບັ໊ກຢາງ ໄດ້ປະກາດໃຊ້ມະຕິເລກທີ 37/2023/NQ-HĐND ວ່າດ້ວຍການກຳນົດນະໂຍບາຍໜູນຊ່ວຍ, ບຳລຸງສ້າງນັກສຶກສາລາວ ເມື່ອເຂົ້າຮ່ວມຫຼັກສູດການບຳລຸງສ້າງຢູ່ແຂວງບັ໊ກຢາງ.

ປີ 2023, ແຂວງບັ໊ກຢາງ ໜູນຊ່ວຍແຂວງໄຊສົມບູນ ດ້ວຍມູນຄ່າກວ່າ 1,36 ຕື້ດົ່ງ

ພະນັກງານການແພດ ແຂວງໄຊສົມບູນ ຈຳນວນ 3 ຄົນ ສຳເລັດການຝຶກອົບຮົມຢູ່ແຂວງບັ໊ກຢາງ. ພາບ: baobacgiang.com.vn

ຕາມນັ້ນແລ້ວ, ແຂວງບັ໊ກຢາງ ໜູນຊ່ວຍ 100% ຄ່າໃຊ້ຈ່າຍໃນການບຳລຸງສ້າງ, ກິນຢູ່ພັກເຊົາ ແລະຄ່າວີຊາ; ຄ່າໃຊ້ຈ່າຍໃຫ້ນັກສຶກສາລາວທີ່ເຂົ້າຮ່ວມຫຼັກສູດການບໍາລຸງສ້າງລະດັບຊັ້ນກາງ, ຊັ້ນສູງ, ມະຫາວິທະຍາໄລ, ຫຼັງມະຫາ, ບັນດາຊຸດຝຶກອົບຮົມໄລຍະສັ້ນແຕ່ 3-12 ເດືອນ, ການຮຽນພາສາຫວຽດ.

ໃນປີ 2023, ແຂວງບັ໊ກຢາງ ໄດ້ຮັບ ແລະໜູນຊ່ວຍບໍາລຸງສ້າງນັກສຶກສາລາວ ຂອງແຂວງໄຊສົມບູນ 7 ເທື່ອຄົນທີ່ໄປຮຽນພາສາຫວຽດ, ລະດັບມະຫາວິທະຍາໄລ ແລະປະລິນຍາໂທຢູ່ມະຫາວິທະຍາໄລຮ່າໂນ້ຍ ແລະມະຫາວິທະຍາໄລກະສິກຳ ແລະປ່າໄມ້ ບັ໊ກຢາງ; ຈັດຊຸດຝຶກອົບຮົມດ້ານເຕັກນິກກະສິກຳໃຫ້ພະນັກງານກະສິກຳ ແລະປ່າໄມ້ ຈຳນວນ 15 ຄົນ; ຈັດຊຸດຝຶກອົບຮົມກິລາໝາກຣຸກໃຫ້ນັກກິລາ 2 ຄົນ...

ລວມຄ່າໃຊ້ຈ່າຍທັງໝົດທີ່ແຂວງບັ໊ກຢາງ ໜູນຊ່ວຍແຂວງໄຊສົມບູນ ໃນປີ 2023 ແມ່ນກວ່າ 1,36 ຕື້ດົ່ງ. ໃນນັ້ນ, ໃນຂົງເຂດການສຶກສາ, ບໍາລຸງສ້າງພະນັກງານແມ່ນເກືອບ 600 ລ້ານດົ່ງ; ຂະແໜງສາທາລະນະສຸກ 210 ລ້ານດົ່ງ; ຂະແໜງກະສິກຳແມ່ນ 268,495 ລ້ານດົ່ງ, ສ່ວນທີ່ຍັງເຫຼືອແມ່ນນຳໃຊ້ເຂົ້າໃນຂະແໜງການອື່ນ.

ບູນມີ

ທ່ານອາດຈະມັກ

302 Found

Found

The document has moved here.